( vovworld ) – ໃນຂອບເຂດບັນດາການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດເຂດທາງທິດເໜືອຂອງພາກກາງຫວຽດນາມ-Hue 2012, ແຕ່ວັນທີ 27-29/4, ແຂວງ Thua Thien Hue ໄດ້ຈັດງານ Festval ທະເລ Thuan An 2012 ດ້ວຍຫົວຂໍ້ທີ່ວ່າ “ພົບປະກັນຢູ່ທະເລ“ ຊື່ງລວມມີບັນດາການເຄື່ອນໄຫວວັດທະນະທຳ, ກິລາ….ຕາມຜູ້ຕາງໜ້າການນຳເມືອງ Phu Vang ແຂວງ Thua Thien Hue ແລ້ວ, ທະເລ Thuan An 2012 ແມ່ນງານບຸນຖືກຈັດຂຶ້ນປະຈຳປີ, ຊື່ງໄດ້ກາຍເປັນເຄື່ອງໝາຍທີ່ມີຊື່ສຽງດ້ານການທ່ອງທ່ຽວບັນເທິງ, ພັກຜ່ອນຢ່ອນອາລົມຢູ່ເຂດທະເລຂອງເມືອງ Phu Vang ເວົ້າສະເພາະ ແລະ ແຂວງ Thua Thien Hue ເວົ້າລວມ. ໃນງານບຸນຂອງແຕ່ລະປີ, ຈຳນວນແຂກທ່ອງທ່ຽວມາແຫ່ງນີ້ລ້ວນແຕ່ເພີ່ມຂຶ້ນ; ຄາດວ່າ ໃນປີນີ້ຈະມີແຂກທ່ອງທ່ຽວປະມານ 30.000 ເທື່ອຄົນ/ມື້. ຍ້ອນມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງດ້ານການທ່ອງທ່ຽວທະເລ, ໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມຂອງເມືອງ, ການທ່ອງທ່ຽວທະເລແມ່ນກຳລັງໜູນ ເພື່ອຊຸກຍູ້ການພັດທະນາບັນດາຂະແໜງອື່ນໆ. ໃນສະເພາະໜ້າ, ພ້ອມກັບການຂຸດຄົ້ນການທ່ອງທ່ຽວທະເລ Thuan An ແລ້ວ, Phu Vang ຍັງສືບຕໍ່ຂຸດຄົ້ນບັນດາຫາດຊາຍທະເລທີ່ສວຍງາມແຫ່ງອື່ນໆຕື່ມອີກຄື: Vinh An, Vinh Xuan… ເພື່ອດຶງດູດແຂກທ່ອງທ່ຽວ.