ໄຂງານຕະຫຼາດນັດເສດຖະກິດການຄ້າຟຸ໋ອຽນ 2014
ງານຕະຫຼາດນັດເສດຖະກິດການຄ້າຟຸ໋ອຽນ 2014
(ພາບ: baophuyen.com.vn)
(vovworld) – ງານຕະຫຼາດນັດເສດຖະກິດການຄ້າຟຸ໋ອຽນ 2014 ຖືກດຳເນີນແຕ່ວັນທີ 28/06 ຫາ 06/07, ດ້ວຍຮ້ານວາງສະແດງສິນຄ້າກວ່າ 350 ຮ້ານ ຂອງ 120 ຫົວໜ່ວຍ. ບັນດາຜະລິດຕະພັນທີ່ນຳມາວາງສະແດງຢູ່ງານຕະຫຼາດນັດລວມມີ: ອຸດສາຫະກຳລົດໂອໂຕ, ເຄື່ອງເອເລກໂຕນິກ, ອາຫານປຸງແຕ່ງ, ເຄື່ອງໃຊ້ໃນຄອບຄົວ… ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາອົງການ, ບຸກຄົນຢູ່ພາຍໃນ ແລະ ຕ່າງແຂວງພົບປະ, ແລກປ່ຽນເປີດກວ້າງຕະຫຼາດ. ງານຕະຫຼາດນັດແມ່ນການເຄື່ອນໄຫວແທດຈິງ ເພື່ອປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການພັດທະນາຕະຫຼາດພາຍໃນ ຕິດພັນກັບບັ້ນຂົນຂວາຍຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ.