ໄຂ​ງານ​ວາງ​ສະ​ແດງ ພາບ​ຖ່າຍ “ຮ່າ​ໂນ້ຍ: ບັນ​ດາ​ຂີດ​ໝາຍ​ປະ​ຫວັດ​ສາດ”

(VOVWORLD) -ງານວາງສະແດງໄດ້ວາງສະແດງພາບຖ່າຍ, ເອກະສານ, ພາບວັດຖຸກ່ວາ 200 ຢ່າງ ເຊິ່ງໄດ້ແນະນຳຕາມ 3 ຫົວເລື່ອງຕົ້ນຕໍນັ້ນແມ່ນ: “ຮ່າໂນ້ຍ - ກຸງເກົ່າຕະຫຼອດການ”, “ຮ່າໂນ້ຍ - ສືບຕໍ່ບັນດາໜ້າປະຫວັດສາດຄຳ” ແລະ “ຮ່າໂນ້ຍ - ປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ພັດທະນາ”.

ໄຂ​ງານ​ວາງ​ສະ​ແດງ ພາບ​ຖ່າຍ “ຮ່າ​ໂນ້ຍ: ບັນ​ດາ​ຂີດ​ໝາຍ​ປະ​ຫວັດ​ສາດ” - ảnh 1 ງານວາງສະແດງວາງສະແດງບັນດາຂີດໝາຍໃນການສ້າງສາ ແລະ ພັດທະນາຮ່າໂນ້ຍ (ພາບ: VGP)

ຕອນເຊົ້າວັນທີ 3 ຕຸລາ, ງານວາງສະແດງພາບຖ່າຍ “ຮ່າໂນ້ຍ: ບັນດາຂີດໝາຍປະຫວັດສາດ” ໂດຍພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ຈັດຂຶ້ນຢູ່ບໍລິເວນ ໜອງຮ່ວນກ໊ຽມ, ເນື່ອງໃນໂອກາດສະເຫຼີມສະຫຼອງ ປີ ທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ.

ງານວາງສະແດງໄດ້ວາງສະແດງພາບຖ່າຍ, ເອກະສານ, ພາບວັດຖຸກ່ວາ 200 ຢ່າງ ເຊິ່ງໄດ້ແນະນຳຕາມ 3 ຫົວເລື່ອງຕົ້ນຕໍນັ້ນແມ່ນ: “ຮ່າໂນ້ຍ - ກຸງເກົ່າຕະຫຼອດການ”, “ຮ່າໂນ້ຍ - ສືບຕໍ່ບັນດາໜ້າປະຫວັດສາດຄຳ” ແລະ “ຮ່າໂນ້ຍ - ປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ພັດທະນາ”.

ແຕ່ລະຫົວເລື່ອງລ້ວນແຕ່ມີີຮູບແບບສັນຍະລັກທີ່ເປັນມໍລະດົກດີເດັ່ນຂອງນະຄອນ, ບັນດາເຫດການ ແລະ ຕົວລະຄອນໄດ້ວາງສະແດງຕາມວັນເວລາໃນປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ