ໄຂ້ຍຸງລາຍຍັງສືບຕໍ່ລະບາດຢູ່ລາວ

(VOVWORLD) -ຍ້ອນສະພາບດິນຟ້າອາກາດ, ເຂດຮ້ອນ ແລະ ປຽກຊຸ່ມຫລາຍຂຶ້ນ, ໃນສະພາບເງື່ອນໄຂ ດັ່ງກ່າວ, ເອື້ອອຳນວຍໃຫ້ຍຸງແຜ່ຂະຫຍາຍໄດ້ຫລາຍຂຶ້ນ ໂດຍສະເພາະໃນລະດູຝົນ. 

ສະນັ້ນ, ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ ຈົ່ງປະຕິບັດຫລັການ 5ປ ທີ່ກະຊວງສາທາລະນະສຸກ ວ່າງອອກ ຄື: ປິດ, ປ່ຽນ, ປ່ອຍ, ປັບປຸງ, ປະຕິບັດ ໃຫ້ເປັນນິໄສປະຈຳທຸກໆອາທິດ.

      ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 28 ຕຸລາ 2020 ນີ້ວ່າ: ນັບຕັ້ງແຕ່ຕົ້ນ ເດືອນມັງກອນ ຫາ ວັນທີ 27  ຕຸລາ 2020 ມີຜູ້ຕິດເຊື່ອໄຂ້ຍຸງລາຍ 7.504 ຄົນ ແລະ ເສຍຊີວິດ 12 ຄົນ. ໃນນັ້ນ, ນະຄອນຫລວງ ວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ສູງອັນດັບໜຶ່ງ, ພ້ອມມີລາຍງານຢືນຢັນ ຜູ້ຕິດເຊື້ອທັງໝົດ 1.708 ຄົນ, ບໍລິຄຳໄຊ 873 ຄົນ, ບໍ່ແກ້ວ 706 ຄົນ ແລະ ແຂວງວຽງຈັນ 696 ຄົນ.

       ທ່ານ ນາງ ລັດສະໝີ ວົງຄຳຊາວ ຍັງໃຫ້ຮູ້ຕື່ມວ່າ: ສະເພາະໃນວັນທີ 27 ຕຸລາ 2020 ກະ ຊວງສາທາລະນະສຸກ ຢືນຢັນພົບຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 15 ກໍລະນີ.  

ຄັດຈາກ ຂປລ

ຕອບກັບ

ຂ່າວ/ບົດ​ອື່ນ