ໄຂລາຍການພົວພັນແລກປ່ຽນວັດທະນະທຳ - ການຄ້າ ບັນດາປະເທດ ອາຊຽນ 2018

(VOVWORLD) - ເຂົ້າຮ່ວມລາຍການມີຮ້ານວາງສະແດງ 150 ຮ້ານທີ່ມາຈາກບັນດາປະເທດ ອາຊຽນ, ໃນນັ້ນ ມີກ່ວາ 110 ຮ້ານການຄ້າ ແລະ 40 ຮ້ານອາຫານການກິນ.

ໄຂລາຍການພົວພັນແລກປ່ຽນວັດທະນະທຳ - ການຄ້າ ບັນດາປະເທດ ອາຊຽນ 2018 - ảnh 1 ຜູ້ແທນບັນດາປະເທດເຂົ້າຮ່ວມງານບຸນ

(ພາບ: nld.com.vn)

ຕອນຄ່ຳວັນທີ 18 ເມສາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂລາຍການພົບປະແລກປ່ຽນວັດທະນະທຳ - ການຄ້າ ບັນດາປະເທດ ອາຊຽນ ປີ 2018. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2018) ແລະ ສະເຫຼີມສະຫຼອງ 3 ປີແຫ່ງວັນສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (31/12/2015 – 31/12/2018).

        ເຂົ້າຮ່ວມລາຍການມີຮ້ານວາງສະແດງ 150 ຮ້ານທີ່ມາຈາກບັນດາປະເທດ ອາຊຽນ, ໃນນັ້ນ ມີກ່ວາ 110 ຮ້ານການຄ້າ ແລະ 40 ຮ້ານອາຫານການກິນ. ປະຊາຊົນນະຄອນ ແລະ ແຂກທ່ອງທ່ຽວກໍ່ໄດ້ສຳຜັດກັບຫຼາຍປະເພດສິນຄ້າມີຄຸນນະພາບກ່ຽວກັບບັນດາຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ, ເຄື່ອງສິລະປະຫັດຖະກຳ…

        ເຂົ້າຮ່ວມເຫດການນີ້, ເອື້ອຍ ຫງວຽນທິແທງເຕີມ, ຜູ້ຕາງໜ້າຂອງບໍລິສັດນຳເຂົ້າ ສົ່ງອອກ Matilak ໃຫ້ຮູ້ວ່າ:

        “ບັນຍາກາດຢູ່ທີ່ນີ້ແມ່ນຟົດຟື້ນ, ມີຫຼາຍຄົນມາຢ້ຽມຊົມ. ຂ້າພະເຈົ້າປາດຖະໜາຢາກນຳເອົາບັນດາຜະລິດຕະພັນທີ່ດີຕໍ່ສຸຂະພາບມາໃຫ້ຜູ້ຊົມໃຊ້ ຄື: ນ້ຳເຜິ້ງສົດມາຈາກ ໄທ, ບັນດາຜະລິດຕະພັນທຳມະຊາດຈາກໄທ, ບັນດາຜະລິດຕະພັນຈາກໝາກພ້າວ, ນ້ຳມັນໝາກຄໍ້, ນ້ຳມັນ, ເວົ້າລວມແລ້ວ ແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໄທ.”

ຕອບກັບ

ຂ່າວ/ບົດ​ອື່ນ