ໄຂວັນ​ບຸນ ບໍ​ລິ​ຈາກ​ເລືອດລະ​ດູ​ບານ​ໃໝ່​ຄັ້ງ​ທີ XIV

(VOVWORLD) -ທີ່ສະຖານທີ່ບໍລິຈາກເລືອດ, ຄະນະຈັດຕັ້ງໄດ້ກະກຽມບັນດາເງື່ອນໄຂຮັບປະກັນວິວັດການກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຄົບຖ້ວນເພື່ອຕ້ອນຮັບຜູ້ອາສາສະໝັກມາເຂົ້າຮ່ວມການບໍລິຈາກເລືອດ.
ໄຂວັນ​ບຸນ ບໍ​ລິ​ຈາກ​ເລືອດລະ​ດູ​ບານ​ໃໝ່​ຄັ້ງ​ທີ XIV - ảnh 1ຊາວໜຸ່ມເຂົ້າຮ່ວມການບໍລິຈາກເລືອດ (ພາບ: Vietnam+)

ຕອນຄ່ຳວັນທີ 28 ກຸມພາ, ວັນບຸນ ບໍລິຈາກເລືອດລະດູບານໃໝ່ ຄັ້ງທີ XIV ດ້ວຍສານທີ່ວ່າ “ບໍລິຈາກເລືອດຢ່າງປອດໄພ - ຢ່າເປັນຫ່ວງກັງວົນຕໍ່ໂຄວິດ - 19” ໂດຍສະຖາບັນເລືອດສາດ - ສົ່ງເລືອດສູນກາງ, ສະມາຄົມຊາວໜຸ່ມ ຂົນຂວາຍການບໍລິຈາກເລືອດ ຮ່າໂນ້ຍ ແລະ ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສາໝັກໃຈ ນະຄອນຮ່າໂນ້ຍ ຈັດຕັ້ງຂຶ້ນຢູ່ຮ່າໂນ້ຍ.

ວັນບຸນ ບໍລິຈາກເລືອດລະດູບານໃໝ່ ຄັ້ງທີ XIV ໄດ້ດຳເນີນໃນລະຫວ່າງວັນທີ 1 – 7 ມີນາ ຢູ່ສະຖາບັນເລືອດສາດ - ສົ່ງເລືອດສູນກາງ (ຮ່າໂນ້ຍ) ແລະ ສະຖານທີ່ບໍລິຈາກເລືອດ 3 ແຫ່ງຢູ່ຮ່າໂນ້ຍນັ້ນແມ່ນ: ເຮືອນເລກທີ 26 ຖະໜົນເລືອງງອກກວຽນ, ເມືອງຮ່ວານກຽມ, ເຮືອນເລກທີ 132 ຖະໜົນກວານເຍິນ, ເມືອງແທັງຊວນ, ຮ່ອມ 122 ຖະໜົນລ໊າງ, ເມືອງດົ໊ງດາ.     ຄະນະຈັດຕັ້ງເຫດການຄາດວ່າຈະຮັບໄດ້ເລືອດກ່ວາ 4000 ຖົງ.

ທີ່ສະຖານທີ່ບໍລິຈາກເລືອດ, ຄະນະຈັດຕັ້ງໄດ້ກະກຽມບັນດາເງື່ອນໄຂຮັບປະກັນວິວັດການກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຄົບຖ້ວນເພື່ອຕ້ອນຮັບຜູ້ອາສາສະໝັກມາເຂົ້າຮ່ວມການບໍລິຈາກເລືອດ.

ຕອບກັບ

ຂ່າວ/ບົດ​ອື່ນ