ໄຂວັນບຸນປ່ຽນໃໝ່ປະດິດຄິດສ້າງ ຫວຽດນາມ 2022 ຢູ່ແຂວງ ລາຍເຈົາ

(VOVWORLD) - Techfest ແມ່ນເຫດການປະຈຳປີຂອງລັດຖະບານ, ສຳລັບບັນດາປະຊາຄົມເລີ່ມ Startup ປ່ຽນໃໝ່ປະດິດຄິດສ້າງ.
ໄຂວັນບຸນປ່ຽນໃໝ່ປະດິດຄິດສ້າງ ຫວຽດນາມ 2022 ຢູ່ແຂວງ ລາຍເຈົາ - ảnh 1ວັນບຸນ startup ປ່ຽນໃໝ່ປະດິດຄິດສ້າງ ຫວຽດນາມ  2022 ຢູ່ແຂວງ ລາຍເຈົາ (ພາບ:Việt Hoàng/TTXVN)

ຕອນຄ່ຳວັນທີ 28 ສິງຫາ, ຢູ່ສູນກອງປະຊຸມວັດທະນະທຳແຂວງ ລາຍເຈົາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ລາຍເຈົາ ໄຂວັນບຸນ startup ປ່ຽນໃໝ່ປະດິດຄິດສ້າງ ຫວຽດນາມ  2022 ຢູ່ແຂວງ ລາຍເຈົາ (Techfest ຫວຽດນາມ 2022) ດ້ວຍຫົວຂໍ້ “ກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄາດຫວັງບືນໄປໄກ”.

        Techfest ແມ່ນເຫດການປະຈຳປີຂອງລັດຖະບານ, ສຳລັບບັນດາປະຊາຄົມເລີ່ມ Startup ປ່ຽນໃໝ່ປະດິດຄິດສ້າງ. ມາຮອດປະຈຸບັນ, ຂະບວນການ Startup ປ່ຽນໃໝ່ມີ ປະດິດຄິດສ້າງ ໄດ້ແຜ່ຂະຫຍາຍຢ່າງແຮງໄປຮອດແຂວງ, ນະຄອນໃນທົ່ວປະເທດ ດ້ວຍການຈັດຕັ້ງ 8 ເທື່ອ. ນີ້ແມ່ນພື້ນຖານການເຊື່ອມຕໍ່ລະບົບນິເວດ startup ປະດິດຄິດສ້າງ, ຊຸກຍູ້ການເຄື່ອນໄຫວປ່ຽນໃໝ່ປະດິດຄິດສ້າງ, ພິເສດແມ່ນຈາກບັນດາວິສາຫະກິດ startup ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ