ໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ

(VOVWORLD) -”ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ ເຂດພາກກາງ-ໄຕງວຽນ ປີ 2019” ໄດ້ໄຂຂຶ້ນເມື່ອຕອນຄ່ຳວັນທີ 17 ພຶດສະພາຢູ່ແຂວງເທື່ອທຽນເຫ້ວ.
ໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ - ảnh 1

ນັກສະແດງລາວໃນວັນບຸນ

ມີນັກສິລະປີນ, ນັກສະແດງທີ່ເປັນຊາວຊົນເຜົ່າສ່ວນໜ້ອຍນັບຮ້ອຍຄົນຂອງ 5 ແຂວງ: ກວ໋າງຈິ, ເທື່ອທຽນເຫ້ວ, ກວ໋າງນາມ, ກວ໋າງຫ໋ງາຍ, ກອນຕຸມ ແລະ 4 ຄະນະສີລະປະກອນປະເທດລາວ ໄດ້ເຂົ້າຮ່ວມພິທີໄຂ.

ໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ - ảnh 2

ລາຍການສະແດງ 1 ໃນວັນບຸນ

  ດ້ວຍຫົວເລື່ອງ “ສາມັກຄີ, ມິດຕະພາບ ແລະ ການພັດທະນາ”,  ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ ເຂດພາກກາງ-ໄຕງວຽນ ປີ 2019 ແມ່ນການເຄື່ອນໄຫວເພື່ອເຊີດຊູ, ແນະນຳ, ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອອັນພິເສດສະເພາະຂອງປະຊາຄົມບັນດາເຜົ່າ; ພ້ອມທັງເພີີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມື ແລະ ແລກປ່ຽນວັດທະນະທຳລະຫວ່າງບັນດາແຂວງຊາຍແດນຂອງສອງປະເທດຫວຽດນາມ-ລາວ ໃນວິວັດການແຫ່ງການເຊື່ອມໂຍງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ