ໄຂວັນບຸນຫນັງ​ສື່​ພິມທົ່ວປະເທດປີ2016

ໄຂວັນບຸນຫນັງ​ສື່​ພິມທົ່ວປະເທດປີ2016 - ảnh 1
ທ່ານ​ໂຮ່​ວາງ​ເລີ້ຍ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ກ່າວ​ຄຳ​ເຫັນ​ໄຂວັນ​ບຸນ
​ສື່ມວນ​ຊົນ
ພາບ:baomoi.com
(vovworld)-  ຕອນ​ເຊົ້າ​ວັນ​ທີ 13/3, ວັນ​ບຸນ​​ຫນັງ​ສື່​ພິມ​ທົ່ວ​ປະ​ເທດ​ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ: “ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່, ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອ​ງ​ພັກ, ອວຍ​ພອນ​ປະ​ເທດ​ຊາດ​ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່” ໄດ້​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ວັນ​ບຸນ​ດັ່ງ​ກ່າວ, ຮ້ານ​ວາງສະ​ແດງ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ວິ​ວັດ​ການ​ສ້າງ​ຕັ້ງ, ພັດ​ທະ​ນາ ແລະ ເຕີບ​ໃຫຍ່ ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຫວໍ​ວັນ​ເຖືອງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຢືນ​ຢັນ​ວ່າ:

        “ວັນ​ບຸນ​​ຫນັງ​ສື່​ພິມແມ່ນ​ວິ​ທີ​ເຮັດທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ແທດ​ຈິງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຕັມ​ໄປ​ດ້ວຍ​ພູມ​ປັນ​ຍາ, ວັ​ດ​ທະ​ນະ​ທຳ, ເຮັດ​ໃຫ້​ຂົງ​ເຂດ​ສື່ມວນ​ຊົນ​ມີ​ຊີ​ວິດ​ຊີ​ວາ ແລະ ອຸ​ດົມ​ສົມ​ບຸນກວ່າ. ນອກນັ້ນ ວັນ​ບຸນ​ດັ່ງ​ກ່າວ​ກໍ​ແມ່ນ​ໂອ​ກາດ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຖັນ​ແຖວ​ນັກ​ຂ່າວ​ປະ​ຕິ​ວັດ, ສ້າງ​ບັນ​ຍາ​ກາດ​ແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາ​ນັກ​ຂ່າວ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ທາດ​ການ​ປະ​ຕິ​ວັດ, ລະ​ດັບ​ຄວາມ​ຮູ້​ດ້ານ​ການ​ເມືອງ ແລະ ວິ​ຊາ​ສະ​ເພາະ​ໃຫ້​ບັນ​ດາ​ນັກ​ຂ່າວ, ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ.”

 

ຂ່າວ/ບົດ​ອື່ນ