ໄຂ​ສັບ​ປະ​ດາ​ຂັ້ນ​ສູງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76

(VOVWORLD) -ຕອນເຊົ້າວັນທີ 21 ກັນຍາ, ການນຳ ແລະ ເຈົ້າໜ້າທີ່ຂັ້ນສູງກວ່າ 100 ທ່ານ ທີ່ມາຈາກທຸກປະເທດໃນທົ່ວໂລກ ໄດ້ເຂົ້າຮ່ວມໂດຍກົງວາລະໄຂສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76 ຢູ່ສຳນັກງານ ສປຊ ຢູ່ ນິວຢອກ ເພື່ອແນໃສ່ພ້ອມກັນຊອກຫາມາດຕະການໃຫ້ແກ່ສິ່ງທ້າທາຍໃຫຍ່ທີ່ສຸດໃນປັດຈຸບັນ: ນັ້ນແມ່ນ ໂລກລະບາດໂຄວິດ - 19, ສະພາບຕົວຈິງຂອງການແບ່ງແຍກໃນໂລກ ແລະ ບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ໄຂ​ສັບ​ປະ​ດາ​ຂັ້ນ​ສູງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76 - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: UN)

  ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ໂລກ ຈົ່ງສະໜັບສະໜູນການຈັດແບ່ງວັກຊິນຢ່າງຍຸຕິທຳ ແລະ ບໍ່ປະໃຫ້ເກີດສະພາບການທີ່ ປະເທດຮັ່ງມີສ່ວນຫຼາຍບັນລຸໄດ້ພູມຕ້ານທານຊຸມຊົນ ໃນຂະນະທີ່ປະຊາຊົນ ອາຟະລິກາ 90% ຍັງບໍ່ທັນໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ເຂັມ ທຳອິດ. ທ່ານ Guterres ໄດ້ຕັ້ງເປົ້າໝາຍວ່າ 70% ຈຳນວນປະຊາຊົນໃນທົ່ວໂລກຈະໄດ້ສັກວັກຊິນຢ່າງພຽງພໍໃນກາງປີ 2022.

        ຜູ້ນຳໜ້າ ສປຊ ກໍໄດ້ກ່າວເຕືອນກ່ຽວກັບສະພາບການໂລກນັບມື້ນັບມີການແບ່ງແຍກ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ຈົ່ງຮ່ວມມືກັນຫຼາຍກວ່າອີກ, ເຂົ້າໃຈເຊິ່ງກັນແລະກັນ ເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງຄວາມຫວັງໃໝ່ທີ່ສົດໃສກວ່າໃຫ້ແກ່ໂລກ.



ຕອບກັບ

ຂ່າວ/ບົດ​ອື່ນ