ໄຂ​ສັບ​ປະ​ດາ​ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນໍ​້າ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ປີ 2022

(VOVWORLD) -ສັບປະດາດັ່ງກ່າວ ດຳເນີນແຕ່ວັນທີ 7 – 9 ກໍລະກົດ, ແມ່ນໂອກາດເພື່ອໃຫ້ບັນດາອົງການແຫ່ງລັດ, ວິສາຫະກິດ, ປະຊາຊົນແຂວງ ເຮົ້າຢາງ ສຶກສາຊອກຮູ້, ແລກປ່ຽນປະສົບການຜັນຂະຫຍາຍການຫັນເປັນດີຈີຕອນ ຈາກບັນດາແຂວງ, ນະຄອນອື່ນ. 
ໄຂ​ສັບ​ປະ​ດາ​ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນໍ​້າ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ປີ 2022 - ảnh 1ພິທີໄຂສັບປະດາຊຸກຍູ້ການຫັນເປັນດີຈີຕອນ (ພາບ: TTXVN)

ວັນທີ 7 ກໍລະກົດ, ຢູ່ນະຄອນ ວິແທັ່ງ, ແຂວງ ເຮົ່າຢາງ ໄດ້ດຳເນີນສັບປະດາຊຸກຍູ້ການຫັນເປັນດີຈີຕອນພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2022, ດ້ວຍການເຂົ້າຮ່ວມຂອງ 32 ແຂວງ, ນະຄອນ ແລະ ວິສາຫະກິດ, ສະມາຄົມ, ສະຫະສະມາຄົມກວ່າ 200 ແຫ່ງ. ສັບປະດາດັ່ງກ່າວ ດຳເນີນແຕ່ວັນທີ 7 – 9 ກໍລະກົດ, ແມ່ນໂອກາດເພື່ອໃຫ້ບັນດາອົງການແຫ່ງລັດ, ວິສາຫະກິດ, ປະຊາຊົນແຂວງ ເຮົ້າຢາງ ສຶກສາຊອກຮູ້, ແລກປ່ຽນປະສົບການຜັນຂະຫຍາຍການຫັນເປັນດີຈີຕອນ ຈາກບັນດາແຂວງ, ນະຄອນອື່ນ. ກ່າວຄຳເຫັນນະທີ່ນີ້, ທ່ານ ດົ່ງວັນແທັງ, ປະທານຄະນະກຳມະການປະຊາຊົນ ແຂວງ ເຮົ້າຢາງ, ໃຫ້ຮູ້ວ່າ: ສັບປະດາຊຸກຍູ້ການຫັນເປັນດີຈີຕອນ ພັດທະນາເສດຖະກິດເຂດ - ເຮົ້າຢາງປີ 2022 ຈະເປີດໂອກາດຮ່ວມມືລົງທຶນກັບບັນດາອົງການຈັດຕັ້ງ, ພ້ອມທັງແມ່ນຄຳຮຽກເຊີນຄວາມຕ້ອງການລົງທຶນ, ນັ້ນແມ່ນອຸດສາຫະກຳ, ກະສິກຳ, ຕົວເມືອງ ແລະ ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ