ໄຂສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ2015"
(ໄຂສັບປະດາ“ມະຫາສາມັກຄີບັນດາເຜົ່າ-
ມໍລະດົກວັດທະນະທຳຫວຽດນາມ“)
(vovworld) - ຕອນຄຳ່ວັນທີ 15/11, ຢູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າຫວຽດນາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບສູນກາງແນວໂຮມປະເທດຊາດຫວຽດນາມ, ບາງກະຊວງ, ຂະແໜງການສູນກາງ ແລະ ທ້ອງຖີ່ນຕ່າງໆ ຈັດຕັ້ງພິທີໄຂ ສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ”. ກ່າວຄວາມເຫັນທີ່ພິທີໄຂ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ຢືນຢັນວ່າ:
“ພວກເຮົາເຊື່ອໝັ້ນ ແລະ ມີຄວາມຫວັງຢ່າງແນ່ວແນ່ວ່າ, ປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະສືບຕໍ່ປຸກລຸກ, ເສີມຂະຫຍາຍຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ເພີ່ມທະວີ, ປັບປຸງກຸ່ມກ້ອນມະຫາສາມັກຄີ. ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈ, ອຸທິດກຳລັງແຮງ, ພູມປັນຍາ, ໜູນໃຊ້ກາລະໂອກາດ, ຜ່ານຜ່າການທ້າທາຍເພື່ອຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ“.
ພາຍຫຼັງພິທີແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນຢ່າງແນ່ວແນ່“, ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງເກືອບ 300 ຄົນ. ສັບປະດາ “ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ”. ດຳເນີນແຕ່ວັນທີ 15-23/11 ຈຶ່ງຈະອັດລົງ.