ໄຂກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 9

(VOVWORLD) -  ຕອນເຊົ້າວັນທີ 21 ຕຸລາ, ກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 9 ຖືກໄຂຂຶ້ນຢູ່ນະຄອນຫລວງ ປັກກິ່ງ, ປະເທດ ຈີນ ດ້ວຍຫົວຂໍ້ວ່າ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຊຸກຍູ້ສັນຕິພາບຢູ່ ອາຊີ - ປາຊີຟິກ”. ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື.
ໄຂກອງປະຊຸມເວທີປຶກສາຫາລື ຊ່ຽງຊ່ານ ປັກກິ່ງ ຄັ້ງທີ 9 - ảnh 1 ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ

        ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີ 2 ດ້ວຍຫົວຂໍ້ວ່າ ການຄຸ້ມຄອງຄວາມສ່ຽງກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຖືວ່າ: ເພື່ອຄຸ້ມຄອງບັນດາຄວາມສ່ຽງຄວາມໝັ້ນຄົງພາກພື້ນໃຫ້ເປັນຢ່າງດີ ຄວນມີ 4 ຂໍ້ຮຽກຮ້ອງ, ນັ້ນແມ່ນ: ຖືເປັນສຳຄັນຈິດໃຈເຄົາລົບກົດໝາຍ ແລະ ເຄົາລົບເຊິ່ງກັນ ແລະ ກັນໃນການພົວພັນສາກົນກໍ່ຄືແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ; ເສີມຂະຫຍາຍຄວາມຮັບຜິດຊອບຂອງບັນດາປະເທດມະຫາອຳນາດ; ເສີມຂະຫຍາຍບົດບາດ, ປະສິດທິຜົນຂອງບັນດາກົນໄກຮ່ວມມື 2 ຝ່າຍ ແລະ ຫລາຍຝ່າຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຄຸ້ມຄອງຄວາມໝັ້ນຄົງພາກພື້ນເປັນຢ່າງດີ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ດ້ວຍຈິດໃຈຄູ່ຮ່ວມມື ເພື່ອຄວາມຮັບຜິດຊອບປະຊາຄົມ.

        ກ່ຽວຂ້ອງເຖິງທະເລຕາເວັນອອກ, ທ່ານພົນເອກ ໂງຊວັນລິກ ຖືວ່າ: ສະພາບທະເລຕາເວັນອອກຍັງມີການຜັນແປຢ່າງສັບສົນ, ຖ້າບໍ່ໄດ້ຮັບການແກ້ໄຂເປັນຢ່າງດີ ຈະສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດຖືກຫລຸດຖອຍລົງ, ກີດຂວາງບັນດາຄວາມມານະພະຍາຍາມການຮ່ວມມືຂອງພາກພື້ນ. ຫຼັກໝັ້ນຂອງ ຫວຽດນາມ ແມ່ນສະໜັບສະໜູນ ແລະ ປົກປ້ອງສິດເສລີພາບໃນການໄປມາ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກໃຫ້ເໝາະສົມກັບກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນແຜນນະໂຍບາຍແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະ ພຶດຕິກຳຕົງຈິງສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ທ່ານລັດຖະມົນຕີ ໂງຊວັນລິກ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າຖືວ່າ: ຄວາມແຕກຕ່າງລະຫວ່າງບັນດາຝ່າຍຂັດແຍ້ງແມ່ນສິ່ງທີ່ຍາກຈະຫຼີກລ້ຽງໄດ້, ແຕ່ບັນຫາທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ, ນາບຂູ່ນຳໃຊ້ກຳລັງອາວຸດ, ບົນພື້ນຖານກົດໝາຍສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ ດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບປະຊາຄົມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມພ້ອມກັບບັນດາປະເທດຊຸກຍູ້ການຮ່ວມມື ແນໃສ່ສ້າງທະເລຕາເວັນອອກກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ເພື່ອຜົນປະໂຫຍດລວມຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນທັງໝົດ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ: ຄວາມໝັ້ນຄົງ, ສະຖຽນລະພາບຂອງ ຈີນ ແລະ ບັນດາປະເທດ ອາຊຽນ ບໍ່ອາດຕັດແຍກອອກຈາກກັນໄດ້. ສະນັ້ນ, 2 ຝ່າຍຍາມໃດກໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນ, ການຮ່ວມມືຮອບດ້ານໃນບັນດາຂົງເຂດທັງໝົດ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ