ໄທ ​ກວດ​ກາວ​ຽກ​ງານ​ຮັບ​ປະ​ກັນ​ຄວາມ​ປ​ອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ ອາ​ຊຽນ

(VOVWORLD) -ບັນດາອົງການທີ່ກ່ຽວຂ້ອງໄດ້ຮັບການຊີ້ນຳວ່າ ຕ້ອງລະມັດລະວັງຕໍ່ບັນດາສະພາບການ ແລະ ຮັບປະກັນບັນດາມາດຕະການປ້ອງກັນຄວາມປອດໄພເຊິ່ງຈະໄດ້ປະຕິບັດຢ່າງເໝາະສົມກັບບັນດາມາດຕະຖານສາກົນ. 
ໄທ ​ກວດ​ກາວ​ຽກ​ງານ​ຮັບ​ປະ​ກັນ​ຄວາມ​ປ​ອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ ອາ​ຊຽນ - ảnh 1 ທ່ານ ປຣາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີປະເທດໄທ (ພາບ: Bangkok Post)

ວັນທີ 22 ຕຸລາ, ທ່ານພົນຕີ ຄົງຈິບ ຕັນຕະວານິດ ໂຄສົກກະຊວງປ້ອງກັນປະເທດໄທໃຫ້ຮູ້ວ່າ ທ່ານ ປຣາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີປະເທດໄທ ໄດ້ຊີ້ນຳການກວດກາວຽກງານປ້ອງກັນຄວາມປອດໄພຢ່າງຮອບດ້ານເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນຕົ້ນເດືອນໜ້າ. ຕາມທ່ານ ຄົງຈິບ ຕັນຕະວານິດ ແລ້ວ, ທ່ານຮອງນາຍົກລັດຖະມົນຕີໄທ ໄດ້ອອກຄຳສັ່ງໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງກວດກາໃໝ່ບັນດາແຜນການຮັກສາຄວາມປອດໄພ ແລະ ຄວາມສາມາດກຽມພ້ອມທີ່ຈະຜັນຂະຫຍາຍບັນດາແຜນການນີ້ ພາຍໃນ 3 ວັນດຳເນີນກອງປະຊຸມດັ່ງກ່າວ, ເລີ່ມແຕ່ວັນທີ 2 ພະຈິກຈະມາເຖິງ. ບັນດາອົງການທີ່ກ່ຽວຂ້ອງໄດ້ຮັບການຊີ້ນຳວ່າ ຕ້ອງລະມັດລະວັງຕໍ່ບັນດາສະພາບການ ແລະ ຮັບປະກັນບັນດາມາດຕະການປ້ອງກັນຄວາມປອດໄພເຊິ່ງຈະໄດ້ປະຕິບັດຢ່າງເໝາະສົມກັບບັນດາມາດຕະຖານສາກົນ. ທ່ານພົນຕີຄົງຈິບ ຕັນຕະວານິດ ໄດ້ປະກາດວ່າບັນດາບັ້ນຮົບລາຊະການລັບຈະໄດ້ເພີ່ມທະວີເພື່ອແນໃສ່ເປົ້າໝາຍສະກັດກັ້ນໃນບໍ່ວ່າກໍລະນີໃດສາມາດເຮັດໃຫ້ ບັນດາກອງປະຊຸມຈະມາເຖິງຖືກໂຈະໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ