ໄທ ກະກຽມຈັດຕັ້ງເວທີປາໄສ ເສດຖະກິດໂລກອາຊີຕາເວັນອອກ 2012

ໄທ ກະກຽມຈັດຕັ້ງເວທີປາໄສ ເສດຖະກິດໂລກອາຊີຕາເວັນອອກ 2012 - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung
( ພາບ: nguyentandung.org )


( vovworld ) -   ​​ເວທີ​ປາ​ໄສ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກປີ 2012 ຈະ​ຖືກ​ໄຂ​ຂຶ້ນ​ຢູ່​ໄທ ​ໃນ​ວັນ​ທີ 31/5. ​ເວທີ​ປາ​​ໄສ​ມີ​ຫົວ​ຂໍ້​ວ່າ “ ສ້າງ​ອະນາຄົດ​ໃຫ້​ແກ່​ພາກ​ພື້ນ​ຜ່ານ​ການ​ເຊື່ອມ​ຕໍ່​ກັນພາຍ​ໃນກຸ່ມ ”, ​ໃນ​ສະພາບ​ການທີ່ 10 ປະ​ເທດ​ອາ​ຊຽນພວມ​ພ້ອມ​ກັນ​ສ້າງ​ຍຸດ​ທະ​ສາດ​ທີ່​ສຳຄັນ​ ​ແລະ ​ເຂດ​ເສ​ດຖະກິດ​ດ້ວຍ​ຈຳນວນ​ປະຊາກອນກວ່າ 600 ລ້ານ​ຄົນ ມີ​ຍອດຜະລິດ​ຕະພັນ​ພາຍ​ໃນ ( GDP ) ​ລື່ນ​ກາຍ 1.800 ຕື້ USD ​ແລະ ອັດຕາ​​ການເຕີບ​ໂຕ​ໃນ​ພາກ​ພື້ນ​ຄາ​ດວ່າ​ບັນລຸກວ່າ 5% ​ໃນ​ປີ 2012 ​ໂດຍບໍ່​ຫົວຊາ​ຕໍ່​ສະພາບ​ຂາດ​ສະຫງົບ​ໝັ້ນ​ທຽງດ້ານເສດຖະກິດ​ຢູ່ອາ​ເມ​ລິ​ກາ ​ແລະ ພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ​ເອີ​ໂລ​ລວມ ( Eurozone ). ​ເພື່ອ​ບັນລຸ​ບາດ​ລ້ຽວ​ໃຫຍ່​​ແມ່ນສ້າງ​ຕະຫຼາດ​ດຽວ​ໃນ​ປີ 2015 ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ, ​ເລື່ອງ​ຮ່ວມ​ສຳພັນ​ຢ່າງແໜ້ນ​ແຟ້ນລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ແມ່ນ​ຈຳ​ເປັນ​ເພື່ອ​ຮັບປະກັນ​ພາກ​ພື້ນ​ໄດ້​ເຊື່ອມ​ຕໍ່ກັນ ​ແລະ ​ແກ່ງ​ແຍ້​ງ ກໍ​ຄື​ເພີ່ມ​ທະວີ​ໃຫ້​ແກ່​ບັນດາ​ຄວາມ​ມານະ​ພະຍາຍາມ​ເຊື່ອງ​ໂຍງ​ທີ່​ພວມ​ມີຂຶ້ນ.

        ຄາດ​ວ່າ​ຈະ​ມີ​ສະມາຊິກ 600 ທ່ານ​ທີ່​ມາ​ຈາກ 50 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ເວ​ລາ​ແຕ່​ວັນ​ທີ 31/5 – 1/6. ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ​ຍິງ​ຮັກ ຊີນ​ນະ​ວັດ ນາຍົກລັດຖະມົນຕີ​ໄທ ແລະ ທ່ານ​ປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Schwab…

ຂ່າວ/ບົດ​ອື່ນ