ໄທ ເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35

(VOVWORLD) - ຕຳຫລວດລາຊະອານາຈັກ ໄທ ຈະຜັນຂະຫຍາຍພາລະກອນ 10.000 ຄົນ ເພື່ອຮັບປະກັນຄວາມສະຫງົບ ແລະ ບັນຊາການຈະລາຈອນໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35  ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.

        ວັນທີ 16 ຕຸລາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ສຸວັດ ແຈງຢູສຸກ ຮອງຫົວໜ້າຜູ້ບັນຊາການຕຳຫລວດແຫ່ງຊາດໃຫ້ຮູ້ວ່າ: ຕຳຫລວດໄດ້ກະກຽມບັນດາມາດຕະການ ແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ. ໄທ ຈະຜັນຂະຫຍາຍບັນດາບັ້ນຝຶກແບບເພື່ອຮັບມືຕໍ່ກໍລະນີສຸກເສີນ, ພ້ອມທັງ ຈະມີການຝຶກຊ້ອມ ເພື່ອຮັບປະກັນຄວາມປອດໄພໃຫ້ບັນດາຂະບວນລົດຂົນສົ່ງການນຳ.

        ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະມີການນຳຂອງ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ, ນິວຊີແລນ, ອິນເດຍ ແລະ ສະຫະປະຊາຊາດ. ຄາດວ່າ ຈະມີເຈົ້າໜ້າທີ່ ແລະ ນັກຂ່າວປະມານ 3.000 ຄົນມາປະເທດ ໄທ ເພື່ອເຂົ້າຮ່ວມ ແລະ ໃຫ້ຂ່າວກ່ຽວກັບເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ