ໄທ ແລະ ອີຢູ ເລີ່ມເຈລະຈາສັນຍາການຄ້າເສລີ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ມັງກອນ, ຢູ່ ບາງກອກ, ປະເທດ ໄທ, ທ່ານ ຈຸຣິນ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ, ທ່ານຈະພົບປະກັບທ່ານ Valdis Dombrovskis, ຂ້າຫຼວງໃຫຍ່ການຄ້າ ອີຢູ
ໄທ ແລະ ອີຢູ ເລີ່ມເຈລະຈາສັນຍາການຄ້າເສລີ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຄ້າ ໄທ ຈຸຣິນ ລັກສະນະວິສິດ
(ພາບ:TheNation)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຄ້າ ໄທ ຈຸຣິນ ລັກສະນະວິສິດ ຈະນຳໜ້າຄະນະປະຕິບັດງານ ໄທ ໄປຍັງ ບຣຸກແຊນ, ປະເທດແບນຊິກ ໃນວັນທີ 25 – 26 ມັງກອນ, ເພື່ອຊຸກຍູ້ຮອບເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ລະຫວ່າງ ໄທ ກັບ ສະຫະພາບ ເອີລົບ (ອີຢູ).

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ມັງກອນ, ຢູ່ ບາງກອກ, ປະເທດ ໄທ, ທ່ານ ຈຸຣິນ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ, ທ່ານຈະພົບປະກັບທ່ານ Valdis Dombrovskis, ຂ້າຫຼວງໃຫຍ່ການຄ້າ ອີຢູ. ທ່ານໄດ້ຢັ້ງຢືນວ່າ: ໄທ ໄດ້ກຽມພ້ອມຈັດຮອບເຈລະຈາຄັ້ງຕ່າງໆກ່ຽວກັບສັນຍາການຄ້າເສລີກັບ ອີຢູ. ຕາມທ່ານ ຈຸຣິນ ແລ້ວ, ພາຍຫຼັງໄດ້ຮັບການລົງນາມແລ້ວ, ສັນຍາການຄ້າເສລີລະຫວ່າງ ໄທ ແລະ ອີຢູ ຈະຊຸກຍູ້ການຄ້າລະຫວ່າງສອງຝ່າຍ. ພິເສດ, ບັນດາວິສາຫະກິດ ໄທ ຈະໄດ້ຮັບຫຼາຍບຸລິມະສິດເມື່ອສົ່ງອອກສິນຄ້າໄປຍັງຕະຫຼາດ ອີຢູ ກັບ 27 ພື້ນຖານເສດຖະກິດ ສະມາຊິກ.

        ກ່ອນໜ້ານັ້ນ, ໃນກາງເດືອນທັນວາ 2022, ໄທ ແລະ ອີຢູ ໄດ້ລົງນາມສັນຍາຮ່ວມມື ແລະ ຄູ່ຮ່ວມມືສອງຝ່າຍ (ໄທ - EU PCA)  ຢ່າງເປັນທາງການ, ເຊິ່ງໄດ້ສ້າງປະຖົມປັດໄຈ ແລະ ສະໜອງແຫຼ່ງກຳລັງໜູນທີ່ຈຳເປັນເພື່ອຊຸກຍູ້ບັນດາການເຈລະຈາກ່ຽວກັບ FTA ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ