ໄລ່ຮອດວັນທີ 01 ເມສາ 2019, ພົນລະເມືອງຂອງຫວຽດນາມແມ່ນຫຼາຍກວ່າ 96 ລ້ານຄົນ

(VOVWORLD) -ໄລ່ຮອດຈຸດເວລາ 0 ໂມງຂອງວັນທີ 01 ເມສາ 2019, ພົນລະເມືອງຂອງຫວຽດນາມ ແມ່ນຫຼາຍກວ່າ 96 ລ້ານຄົນ (96.208.984).

ຫວຽດນາມ ແມ່ນປະເທດມີພົນລະເມືອງຫຼຼາຍຢືນອັນດັບທີ 15 ໃນໂລກ ແລະ ຢືນອັນດັບທີ 3 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຖັດຈາກອິນໂດເນເຊຍ ແລະ ຟີລິບປິນ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດກ່ຽວກັບການປະກາດໝາກຜົນເບື້ອງຕົ້ນຂອງການສຳຫຼວດພົນລະເມືອງ ແລະ ເຮືອນຢູ່ທົ່ວປະເທດ ປີ 2019, ເຊິ່ງຫ້ອງວ່າການລັດຖະບານຈັດຕັ້ງໃນຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ, ການສຳຫຼວດພົນລະເມືອງ ແລະ ເຮືອນຢູ່ທົ່ວປະເທດ ປີ 2019 ໄດ້ດຳເນີນໄປຢ່າງປອດໄພ ແລະ ບັນລຸຜົນສຳເລັດ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ເຖິງວ່ານີ້ແມ່ນໝາກຜົນເບື້ອງຕົ້ນກໍ່ຕາມ, ແຕ່ບັນດາຕົວເລກທີ່ໄດ້ປະກາດໃນກອງປະຊຸມນີ້ແມ່ນຕົວເລກທາງການ, ວຽກງານຕໍ່ໄປຂອງການສຳຫຼວດທົ່ວປະເທດນີ້ແມ່ນໄຈ້ແຍກ, ຕີລາຄາລະອຽດບັນດາຕົວເລກເພື່ອຍົກອອກບົດລາຍງານທາງການ ແລະ ຈະປະກາດໃນເດືອນທັນວາ ປີ 2019.

        ຕາມການສຳຫຼວດດັ່ງກ່າວ, ໃນຈຳນວນພົນລະເມືອງ 96 ລ້ານຄົນນັ້ນ, ເພດຊາຍແມ່ນມີຫຼາຍກວ່າ 47 ລ້ານຄົນ ກວມເອົາ 49,7% ແລະ ເພດຍິງແມ່ນກວ່າ 48 ລ້ານຄົນ, ກວມເອົາ 50,2%. ດ້ວຍໝາກຜົນດັ່ງກ່າວ, ພາຍຫຼັງໄລຍະ 10 ປີ, ນັບແຕ່ປີ 2009 ມາຮອດປະຈຸບັນ, ຈຳນວນພົນລະເມືອງຂອງຫວຽດນາມ ໄດ້ເພີ່ມຂຶ້ນ 10,4 ລ້ານຄົນ. ຫວຽດນາມ ກໍ່ບັນລຸໄດ້ຜົນສຳເລັດໃນຄວາມມານະພະຍາຍາມເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ-ຊາຍ ລວມທັງໃນຂົງເຂດການສຶກສາໃນຫຼາຍປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ