ໄວໜຸ່ມນະຄອນຫລວງກັບການທົດສອບ “ການ share 15 ວັນ”

(VOVWORLD) - ວັນທີ 02 ເມສາ, ໂດຍຜ່ານທາງ Fanpage ຂອງຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ປຸກລະດົມລາຍການທົດສອບ “15-day-sharing challenge – We care, We share” (ທົດສອບການ share 15 ວັນ) ໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນບໍລິເວນນະຄອນ.
ໄວໜຸ່ມນະຄອນຫລວງກັບການທົດສອບ “ການ share 15 ວັນ” - ảnh 1 ໄວໜຸ່ມນະຄອນຫລວງກັບການທົດສອບ “ການ share 15 ວັນ” (ພາບ: dantri.vn)

        ການທົດສອບການ share 15 ວັນ “We care - We share” ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ສຸມໃສ່ຜັນຂະຫຍາຍຜ່ານທາງສື່ສັງຄົມອອນລາຍ Facebook ດ້ວຍຄວາມປາດຖະໜາຢາກໃຫ້ແຕ່ລະຄົນນຳໃຊ້ສື່ສັງຄົມ ເມື່ອເຂົ້າຮ່ວມການທົດສອບ ເຊິ່ງຈະກາຍເປັນ “ນັກຮົບ”, ເປັນນັກໂຄສະນາຕັ້ງໜ້າຜ່ານ “ແນວຮົບ” ໃນສື່ສັງຄົມອອນລາຍ; ເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ພົນລະເມືອງນະຄອນຫລວງແຕ່ລະຄົນ ເມື່ອຢູ່ ເຮືອນ ຍັງສາມາດປະຕິບັດໄດ້ວຽກງານທີ່ມີຜົນປະໂຫຍດໃນການຮ່ວມແຮງຮ່ວມໃຈເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19.

      ບັນດາ “ຄຳຮຽກຮ້ອງ” ໄດ້ວາງອອກໃນການ “ທົດສອບການ share 15 ວັນ” ແມ່ນບັນດາການກຳນົດທິດໂຄສະນາທີ່ງ່າຍດາຍທີ່ສຸດ ແຕ່ມີຄວາມໝາຍຢ່າງໃຫຍ່ຫລວງຄື: share ສານຂອງການນຳພັກ, ລັດ, ລັດຖະບານ, ການນຳນະຄອນ ຮ່າໂນ້ຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ; ພາບຖ່າຍ/ບົດຂຽນກ່ຽວກັບຖັນແຖວແພດໝໍເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ ທີ່ ຕົນເອງຮູ້ສຶກສາວ່າມີຄວາມສະເທືອນໃຈທີ່ສຸດ ຫຼື MV ບົດເພງ/ຄຼິບເຕັ້ນ ປຸກລະດົມການການປ້ອງກັນ, ສະກັນກັ້ນໂລກລະບາດທີ່ເປັນແຫຼ່ງບັນດານໃຈໃຫ້ແກ່ຕົນເອງ ທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ