ໜັງສືພິມຂອງ ລາວ ຍ້ອງຍໍການເຕີບໃຫຍ່ເຂັ້ມແຂງຂອງພັກກອມມູນິດ ຫວຽດນາມ

(VOVWORLD) -ທົ່ວພັກ, ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າໄດ້ສືບຕໍ່ປະຕິບັດບັນດາແນວຄິດ ແລະ ຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ໃນພາລະກິດແຫ່ງການສ້າງສາປະເທດຊາດ ບົນເສັ້ນທາງສັງຄົມນິຍົມ
ໜັງສືພິມຂອງ ລາວ ຍ້ອງຍໍການເຕີບໃຫຍ່ເຂັ້ມແຂງຂອງພັກກອມມູນິດ ຫວຽດນາມ - ảnh 1 ໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ
(ພາບ: nhandan.vn)

        ໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ, ສະບັບອອກວັນທີ 06 ກຸມພາ ໄດ້ລົງພິມບົດນຳໃນໜ້າທຳອິດດ້ວຍຫົວຂໍ້ “93 ປີແຫ່ການເຕີບໃຫຍ່ເຂັ້ມແຂງຂອງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2023)”. ບົດຂຽນເນັ້ນໜັກວ່າ: ໃນພິໄນກຳຂອງປະທານ ໂຮ່ຈີມິນ ກ່ອນທີ່ລ່ວງລັບໄປນັ້ນ, ເພີ່ນ ປາດຖະໜາວ່າ “ທົ່ວພັກ, ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ ສາມັກຄີກັນ ສູ້ຊົນ, ສ້າງປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ ແລະ ປະກອບສ່ວນທີ່ສອດຄ່ອງເຂົ້າໃນພາລະກິດປະຕິວັດໂລກ”. ທົ່ວພັກ, ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າໄດ້ສືບຕໍ່ປະຕິບັດບັນດາແນວຄິດ ແລະ ຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ໃນພາລະກິດແຫ່ງການສ້າງສາປະເທດຊາດ ບົນເສັ້ນທາງສັງຄົມນິຍົມ, ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດໃນຕະຫຼອດຊຸມປີຜ່ານມາ.

        ບົດຂຽນໄດ້ສະຫຼຸບບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ແມ່ນສຳຄັນທີ່ສຸດ, ຮອບດ້ານ, ສ້າງຂີດໝາຍພົ້ນເດັ່ນຫຼາຍຢ່າງ, ຄືເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຢືນຢັນ “ປະເທດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດ, ຜົມງານໃຫຍ່ຫຼວງ, ມີກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຄືໃນວັນນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ