ສື່ມວນຊົນອັງກິດ ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ

(VOVWORLD) -ບົດຂ່າວໄດ້ສະຫຼຸບວ່າ ຫວຽດນາມ ພວມນັບມື້ນັບບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດລະດັບປານການໃນພາກພື້ນ, ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ເປັນຢ່າງດີ ແລະ ແມ່ນໜຶ່ງໃນຈຳນວນໜ້ອຍ ປະເທດ ອາດຈະສ້າງເຕັກໂນໂລຢີ 5G.
ສື່ມວນຊົນອັງກິດ ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ - ảnh 1ເວັບໄຊ Strifeblog.org ຂອງ ອັງກິດ ສະບັບອອກໃນວັນທີ 13 ເມສາ ໄດ້ລົງບົດຂຽນໃຫ້ສັງເກດວ່າ ຫວຽດນາມ ພວມບື່ນຕົວຂຶ້ນ ດ້ວຍຖານະແມ່ນປະເທດມະຫາອຳນາດລະດັບປານກາງ
(ພາບ: baoquocte.vn)

ເວັບໄຊ Strifeblog.org ຂອງ ອັງກິດ ສະບັບອອກໃນວັນທີ 13 ເມສາ ໄດ້ລົງບົດຂຽນໃຫ້ສັງເກດວ່າ ຫວຽດນາມ ພວມບື່ນຕົວຂຶ້ນ ດ້ວຍຖານະແມ່ນປະເທດມະຫອຳນາດລະດັບປານກາງ, ພິເສດແມ່ນໃນຂົງເຂດລະບົບສະໜອງທົ່ວໂລກ ແລະ ພັດທະນາເຕັກໂນໂລຢີ 5G. ຕາມບົດຂຽນແລ້ວ, ທ່າໄດ້ປຽບຂອງ ຫວຽດນາມ ແມ່ນຄວາມສາມາດໃນການສະໜອງພື້ນຖານໂຄງລ່າງຢ່າງໝັ້ນແກ່ນພ້ອມກັບກຳລັງແຮງງານທີ່ອຸດົມສົມບູນ. ໃນການພັດທະນາເຕັກໂນໂລຢີ, ກຸ່ມບໍລິສັດ Viettel ໄດ້ຮ່ວມມືກັບ Ericson ເພື່ອສ້າງເຕັກໂນໂລຢີ 5G ສະເພາະຂອງຕົນ ແລະ ມີແຜນການເປີດກ້ວາງການບໍລິການໄປຍັງ ມຽນມາ, ລາວ ແລະ ກຳປູເຈຍ. ຫວຽດນາມ ກໍ່ໄດ້ສະໜອງການບໍລິການອິນເຕີແນັດລາຄາຖືກໃຫ້ແກ່ປະຊາຊົນ, ພ້ອມທັງມຸ່ງໄປເຖິງເປົ້າໝາຍກາຍເປັນປັດໄຈສຳຄັນໃນການຄ້າ ເອເລັກໂຕນິກ ແລະ ບັນດາວິທີການຊຳລະທາງອອນລາຍ. ພາຍຫຼັງ Ericsson, Nokia, Huawei, Samsung ແລະ ZTE, Viettel ແມ່ນໂຮງງານຜະລິດໃຫຍ່ອັນດັບທີ 6 ໃນການແຂ່ງຂັນ 5G. ບົດຂ່າວໄດ້ສະຫຼຸບວ່າ ຫວຽດນາມ ພວມນັບມື້ນັບບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດລະດັບປານການໃນພາກພື້ນ, ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ເປັນຢ່າງດີ ແລະ ແມ່ນໜຶ່ງໃນຈຳນວນໜ້ອຍ ປະເທດ ອາດຈະສ້າງເຕັກໂນໂລຢີ 5G.


ຕອບກັບ

ຂ່າວ/ບົດ​ອື່ນ