ໜູນຊ່ວຍນະໂຍບາຍການຄ້າ ແລະ ການລົງທຶນຂອງເອີລົບ ຢູ່ເຂດພາກໃຕ້

ໜູນຊ່ວຍນະໂຍບາຍການຄ້າ ແລະ ການລົງທຶນຂອງເອີລົບ ຢູ່ເຂດພາກໃຕ້ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 21/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຄຸ້ມ​ຄອງ​ໂຄງການ​ໜູນ​ຊ່ວຍນະ​ໂຍບາຍ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ເອີ​ລົບ (EU - MUTRAP), ​ໄດ້​ຈັດຕັ້ງ​ການ​ແນະນຳ ​ແລະ ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໂຄງການ​ເຖິງ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ, ສະຫະ​ສະມາຄົມ ​ແລະ ວິ​ສາ​ຫະກິດ​ຢູ່​ເຂດ​ພາກ​ໃຕ້​ຂອງ​ຫວຽດນາມ. ​ໂຄງການ EU – MUTRAPF, ມີ​ການ​ປະຕິບັດ​ໃນ​ໄລຍະ​ແຕ່​ວັນ​ທີ 27/08/2012 – 31/01/2018 ດ້ວຍ​ງົບປະມານ 16.500.000 ​ເອີ​ໂລ. ​ໂຄງການ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຫວຽດນາມ ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ລະບົບ​ການ​ຄ້າ​ທົ່ວ​ໂລກ, ກຸ່ມ​ອາ​ຊຽນ ​ແລະ ອະນຸພາກ​ພື້ນ​ຢ່າງ​ເລິກ​​ເຊິ່ງກວ່າ; ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ EU; ລະດົມ​ບັນດາ​ທ່າ​ແຮງ​ພັດທະນາ​ເສດຖະກິດ​ໃນ​ການ​ເຕີບ​ໂຕ​ຢ່າງຮອບດ້ານ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ. ນອກຈາກ​ນັ້ນ, ​ໂຄງການຍັງໜູນ​ຊ່ວຍ​ຍົກ​ສູງ​ຄວາມ​ຮັບ​ຮູ້. ຄວາມ​ເຂົ້າ​ໃຈ​ຂອງ​ສະຫະ​ສະມາຄົມ ກ່ຽວ​ກັບ​ການ​ຄ້າ, ການ​ລົງທຶນ; ຄວາມ​ສາມາດ​ທາ​ບທາມ​ນະ​ໂຍບາຍ​ແຫ່ງ​ຊາດ; ​ເພີ່ມ​ທະວີ​ການ​ຄົ້ນຄວ້າ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວິວັດ​ການ​ກໍ່ສ້າງ, ຕິດຕາມ​ກວດກາ​ນນະ​ໂຍບາຍ; ຈັດ​ຕັ້ງ​ການ​ບຳລຸງ​ສ້າງ​ໃນ​ຂອບ​ເຂດ​ຂອງ​ໂຄງການ.

ຂ່າວ/ບົດ​ອື່ນ