ໜູນ​ຊ່ວຍ​ແມ່​ຍິງ​ຫັນ​ເປັນ​ດີ​ຈີ​ຕອນ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ຈັດຕັ້ງການ ໂອ້ລົມສົນທະນາ “ໜູນຊ່ວຍແມ່ຍິງຫັນເປັນດີຈີຕອນໃນສະພາບການໂລກລະບາດໂຄວິດ - 19 ເພື່ອການພັດທະນາແບບຍືນຍົງ” ຕາມຮູບແບບທາງໄກ. 
ໜູນ​ຊ່ວຍ​ແມ່​ຍິງ​ຫັນ​ເປັນ​ດີ​ຈີ​ຕອນ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ:ສະຫະພັນແມ່ຍິງ ຫວຽດນາມ  )

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ ເນັ້ນໜັກວ່າ: ສຳລັບສະຫະພັນແມ່ຍິງ ຫວຽດນາມແລ້ວ, ການໜູນຊ່ວຍແມ່ຍິງເຊື່ອມໂຍງເຂົ້າກັບສາກົນ ແລະ ຫັນເປັນດີຈີຕອນ ຈະແມ່ນໜຶ່ງໃນບັນດາແຜນນະໂຍບາຍສຳຄັນທີ່ຈະໄດ້ຮັບການ  ຄົ້ນຄ້ວາ ແລະ ຮັບຮອງເອົາ ຢູ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ XIII, ຄາດວ່າ ຈະໄດ້ຈັດຕັ້ງໃນເດືອນມີນາ ປີ 2022. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນຂໍ້ມູນ, ຂໍ້ລິເລີ່ມ, ບົດຮຽນ, ປະສົບການ, ສະເໜີວິທີການແກ້ໄຂຢ່າງລະອຽດ, ແທດຈິງ ເພື່ອຍົກສູງກຳລັງຄວາມສາມາດໃນການເຊື່ອມໂຍງເຂົ້າກັບສາກົນ, ຫັນເປັນດີຈີຕອນໃຫ້ແກ່ແມ່ຍິງ, ພິເສດໃນສະພາບປົກກະຕິໃໝ່ - ເປັນເຈົ້າການໃນການ ດຳລົງຊີວິດຮ່ວມກັບ ໂຄວິດ - 19 ຢ່າງປອດໄພ, ພ້ອມທັງມີຄວາມເອົາໃຈໃສ່ກ່ວາອີກ ແລະ ເພີ່ມທະວີການສົມທົບກັນ ລະຫວ່າງບັນດາອົງການ, ອົງການຈັດຕັ້ງ, ຄູ່ຮ່ວມມືທັງຢູ່ພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງກັບແມ່ຍິງ ໃນວິວັດການຫັນເປັນດີຈີຕອນ, ປະກອບສ່ວນໃຫ້ການພັດທະນາແບບຍືນຍົງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ