ໜ່ວຍປະ​ຕິ​ບັດ​ງານ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​​ໄດ້​ຄວາມ​ຫຍຸ້ງ​ຍາກ​ຂອງ ວິ​ສາ​ຫະ​ກິດ​ຍ້ອນ​ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນບ່າຍວັນທີ 26 ມີນາ, ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາອົງການ, ສະຫະສະມາຄົມວິສາຫະກິດເພື່ອກຳໄດ້ບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຂ້າງເຊິ່ງວິສາຫະກິດພວມປະສົບ, ເປັນຕົ້ນແມ່ນຍ້ອນຜົນກະທົບຂອງໂລກລະບາດ Covid – 19.

ໜ່ວຍປະ​ຕິ​ບັດ​ງານ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​​ໄດ້​ຄວາມ​ຫຍຸ້ງ​ຍາກ​ຂອງ ວິ​ສາ​ຫະ​ກິດ​ຍ້ອນ​ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ Covid – 19 - ảnh 1ໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາອົງການ, ສະຫະສະມາຄົມວິສາຫະກິດ 

(ພາບ: VGP)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ຫົວໜ້າໜ່ວຍປະຕິບັດງານໃຫ້ຮູ້ວ່າ: ໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນທີ່ສຸດໃນທົ່ວໂລກ ແລະ ຢູ່ ຫວຽດນາມ. ໃນໄລຍະທີ່ຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳບັນດາວິທີການຮັບມື, ປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ, ລະອຽດ ແລະ ຄົບຊຸດ. ພ້ອມກັນນັ້ນ, ຕໍ່ໜ້າສະພາບການ ໂລກລະບາດ Covid – 19 ກະທົບໃສ່ທຸກ ດ້ານ ນັບແຕ່ ເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳຜັນຂະຫຍາຍບັນດາໜ້າທີ່, ວິທີການຕ່າງໆເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຮັກສາຄວາມໄວຂອງການເຕີບໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ