ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງກອງທຶນປົກປ້ອງເດັກ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 04/05 ຢູ່ ຮ່າໂນ້ຍ, ກອງທຶນປົກປ້ອງເດັກ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ

ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງກອງທຶນປົກປ້ອງເດັກ ຫວຽດນາມ - ảnh 1  ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ (ພາບ: Nam Tran)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຮັບຮູ້ ແລະ ຕີລາຄາສູງບັນດາບຸນຄຸນອັນໃຫຍ່ຫລວງຂອງກອງທຶນປົກປ້ອງເດັກ ຫວຽດນາມ ໃນ 25 ປີຜ່ານມາ, ທ່ານນາງຮອງປະທານປະເທດເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ກອງທຶນປົກປ້ອງເດັກ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ຍົກສູງນ້ຳໃຈສາມັກຄີ, ຄວາມຮັບຜິດຊອບ, ຕັ້ງໜ້າເອົາໃຈໃສ່ກໍ່ສ້າງຖັນແຖວ, ຍົກສູງທຸກດ້ານວຽກງານ, ເພີ່ມທະວີການແນະນຳ, ໂຄສະນາການເຄື່ອນໄຫວຂອງກອງທຶນເຖິງທຸກຄົນ. ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດານັກອຸປະຖຳ, ສົມເປັນສະຖານທີ່ໄວ້ເນື້ອເຊື້ອໃຈທີ່ເຊື່ອມຕໍ່ຜູ້ໃຈບຸນໃຈກູ້ສົນ, ລະດົມແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນພ້ອມກັບພັກ, ລັດ ແລະ ປະຊາຊົນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມເປັນຢ່າງດີ, ປົກປ້ອງການສຶກສາ, ເບິ່ງແຍງດູແລໃຫ້ເດັກນ້ອຍ, ຮັບປະກັນສິດຕ່າງໆ ແລະ ຍົກສູງຄຸນນະພາບທາງດ້ານຊີວິດການເປັນຢູ່ອັນດີງາມໃຫ້ເດັກນ້ອຍ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ