ກວ໋າງນາມ - ສະຖານທີ່ທ່ອງທ່ຽວຂຽວຂອງປີທ່ອງທ່ຽວແຫ່ງຊາດ 2022

(VOVWORLD) -            ຫຼາຍປີທີ່ຜ່ານມາ ນະຄອນໂຮ້ຍອານ ແຂວງກວ໋າງນາມໄດ້ຮັບຖືວ່າ ແມ່ນນນະຄອນຂຽວ ນະຄອນເປັນມິດກັບສິ່ງແວດລ້ອມ. ປີທ່ອງທ່ຽວແຫ່ງຊາດ 2022 ຖືກຈັດຂຶ້ນຢູ່ ໂຮ້ຍອານແຕ່ທ້າຍເດືອນມີນາດ້ວຍຫົວຂໍ້ “ກວ໋າງນາມສະຖານທີ່ທ່ອງທ່ຽວຂຽວ” ສືບຕໍ່ຢັ້ງຢືນການທ່ອງທ່ຽວຂຽວແມ່ນທິດກ້າວເດີນທີ່ສຳຄັນຂອງຂະແໜງທ່ອງທ່ຽວແຂວງກວ໋າງນາມເວົ້າສະເພາະ ແລະ ທ່ອງທ່ຽວຫວຽດນາມເວົ້າລວມໃນໄລຍະທີ່ຈະມາເຖິງ
ກວ໋າງນາມ - ສະຖານທີ່ທ່ອງທ່ຽວຂຽວຂອງປີທ່ອງທ່ຽວແຫ່ງຊາດ 2022 - ảnh 1ເຂດນິເວດທຳມະຊາດໂລກກູລາວຈາມ ນະຄອນໂຮ້ຍອານ

     ນະຄອນໂຮ້ຍອານແມ່ນໜຶ່ງໃນບັນດາທ້ອງຖິ່ນທຳອິດຢູ່ ຫວຽດນາມທີ່ໄດ້ທົດລອງປະຕິບັດຈັດແບ່ງປະເພດຂີ້ເຫຍື່ອແລະປອດຖົງຢາງນີລົງ. ເຂດນິເວດທຳມະຊາດໂລກກູລາວຈາມ ນະຄອນໂຮ້ຍອານໄດ້ຮັບຖືວ່າແມ່ນແບບຢ່າງຂອງສະຖານທີ່ທ່ອງທ່ຽວປອດຂີ້ເຫຍື່ອ. ປັດຈຸບັນດ້ວຍວິສາຫະກິດເຮັດການທ່ອງທ່ຽວຫຼາຍແຫ່ງຢູ່ ໂຮ້ຍອານເລື່ອງເຮັດການທ່ອງທ່ຽວຂຽວບໍ່ແມ່ນສິ່ງທີ່ໃໝ່ອ່ຽມອີກແລ້ວ.  ນາງຟ້າມທິລິງຈີເຈົ້າຂອງເຂດເຮືອນວິນລາທ່ອງທ່ຽວເວື່ອນອົງເຖາະໃຫ້ຮູ້ວ່າ ໃນຊຸມມື້ທຳອິດປະຕິບັດຮູບແບບປອດຂີ້ເຫຍື້ອຢາງປາລະສະຕິກຈຳກັດການນຳໃຊ້ຜະລິດຕະພັນຫຸ້ມຫໍ່, ກັບຢາງປະລາສະຕິກໃຊ້ເທື່ອດຽວນັ້ນ, ພາລະກອນຮັບໃຊ້ ແລະນັບທັງແຂກທ່ອງທ່ຽວກໍ່ລ້ວນແຕ່ມີຄວາມແປກປະຫຼາດ  ຫາຍຄົນກໍ່ບໍ່ເຫັນດີເຫັນພ້ອມນຳ. ຕາມນາງລິງຈີແລ້ວຍ້ອນຄວາມຕັດສິນໃຈແລະຢືດໝັ້ນການປະຕິບັດດັ່ງນັ້ນປັດຈຸບັນການນຳໃຊ້ບັນດາວັດຖຸເປັນມິດກັບສິ່ງແວດລ້ອມຄືທໍ່ດູດ, ຈອກເຮັດດ້ວຍເຈ້ຍ...ຄ່ອຍໆໄດ້ກາຍເປັນຄວາມລື້ງເຄີຍໃນຊີວິດປະຈຳວັນ. ເຈົ້າຂອງໂຮມສະເຕ,ເຮືອນວິນລາຫຼາຍແຫ່ງຢູ່ ໂຮ້ຍອານໄດ້ເອົາໃຈໃສ່ ຈັດແບ່ງປະເພດຂື້ເຫຍື້ອຢູ່ໃນເຮືອນຄົວຂອງຕົນເພື່ອເຮັດເປັນຝຸ່ນອົງຄະທາດ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ນາງ ຟ້າມທິລິງຈີ ຖືວ່າ:

    “ຖ້າຫາກຢ້ານປະສົບກັບສິ່ງທີ່ກີດຂວາງນັ້ນ, ຂ້າພະເຈົ້າກໍ່ບໍ່ເດີນຕາມນັບແຕ່ຫົວທີແລ້ວ ໂດຍເລີ່ມມາຈາກຈິດໃຈຂອງເຮົາ ດັ່ງນັ້ນ ໄດ້ແຜ່ກະຈາຍເຖິງບັນດາພາລະກອນພ້ອມກັນຮ່ວມແຮງຮ່ວມໃຈ. ເມື່ອປະຕິບັດຢ່າງສຳເລັດຜົນແລ້ວເຮົາຈຶ່ງເຫັນໄດ້ເຖິງຜົນປະໂຫຍດກ່ຽວກັບທິດກ້າວເດີນແບບຍືນຍົງ ພ້ອງກັບເງື່ອນໄຂສະດວກໃນການດຳເນີນທຸລະກິດ ດັ່ງນັ້ນທຸກໆຄົນຕ່າງກໍ່ມີຄວາມພາກພູມໃຈ ແລະ ພ້ອມກັບຮ່ວມແຮງຮ່ວມໃຈປະຕິບັດ”.

    ທ່ານ ຟ້າມຫວູຢຸ໊ງ ຜູ້ອຳນວຍການບໍລິສັດທ່ອງທ່ຽວບໍລິການ ຮວາຮົ່ງຈຳກັດໃຫ້ຮູ້ວ່າ ປະຊາຄົມ ວິສາຫະກິດຢູ່ ໂຮ້ຍອານ ຍາມໃດກໍ່ມານະພະຍາຍາມສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ມໍລະດົກວັດທະນະທຳໂລກສ້າງນະຄອນທ່ອງທ່ຽວເປັນມິດກັບສິ່ງແວດລ້ອມກາຍເປັນສະຖານທີ່ທ່ອງທ່ຽວທີ່ປອດໄພໃຫ້ແກ່ແຂກທ່ອງທ່ຽວ. ທ່ານ ຟ້າມຫວູຢຸ໊ງ ເວົ້າວ່າ:

      “ການພັດທະນາການທ່ອງທ່ຽວຍາມໃດກໍ່ໃກ້ຊິດຕິດແທດກັບບັນດາຜົນກະກໍ່ມົນລະພິດສິ່ງແວດລ້ອມ.ສຳລັບໂຮ້ຍອານແລ້ວນີ້ແມ່ນໄລຍະສ້າງໂຄງປະກອບຜະລິດຕະພັນທ່ອງທ່ຽວຄືນໃໝ່.ຢາກໃຫ້ແຂກທ່ອງທ່ຽວກັບຄືນມາທ່ຽວນັ້ນກໍ່ຕ້ອງຖືຕົນເອງວ່າ ໄດ້ມີຜະລິດຕະພັນໃໝ່ຫຍັງແດ່ ນອກເໜືອຈາກບັນດາຜະລິດຕະພັນເກົ່າທີ່ພວກເຮົາໄດ້ນຳໃຊ້ມາເປັນເວລາຫຼາຍກວ່າ 20 ປີແລ້ວ. ນີ້ກໍ່ແມ່ນບັນດາຮູບແບບເດີນຕາມການກຳນົດທິດມຸ່ງໄປສູ່ບັນນດາຜະລິດຕະພັນກະສິກຳປອດສານພິດ”.

    ປັດຈຸບັນໂຮ້ຍອານມີ 5 ຮູບແບບທ່ອງທ່ຽວຂຽວໄດ້ທົດລອງປະຕິບັດຢ່າງສຳເລັດຜົນ.ນອກຈາກນັ້ນມີວິສາຫະກິດຫຼາຍກວ່າ 60 ແຫ່ງໄດ້ເຊັນສັນຍາປະຕິບັດຮູບແບບປອດຂີ້ເຫຍື່ອຢາງປະລາສະຕິກສູ້ຊົນເຖິງປີ 2025 ມີວິສາຫະກິດແຕ່ 70 ຫາ 100 ແຫ່ງໄດ້ຮັບໃບຢັ້ງຢືນທ່ອງທ່ຽວຂຽວ. ນີ້ແມ່ນພື້ນຖານເພື່ອໃຫ້ ໂຮ້ຍອານໄດ້ຮັບການຮັບຮອງແມ່ນສະຖານທີ່ທ່ອງທ່ຽວຂຽວໂດຍໄວ . ທ່ານຟານຊວນແທັງ ປະທານສະຫະສະມາຄົມທ່ອງທ່ຽວແຂວງກວ໋າງນາມໃຫ້ຮູ້ວ່າ:

     “ເຮັດການທ່ອງທ່ຽວຂຽວຫຼືເຮັດບໍ່ວ່າຮູບແບບໃດໆ ກໍ່ຕ້ອງມີການກຳນົດດ້ານປະລິມານ ແຕ່ບໍ່ຄວນກຳນົດຕາມລັກສະນະ ໝາຍຄວາມວ່າຕ້ອງສ້າງເປັນປະ ມວນມາດຕະຖານ. ຍົກຕົວຢ່າງຄືວິສາຫະກິດໃດໜຶ່ງຢາກເຂົ້າຮ່ວມໃນປະມວນມາດຕະຖາກການທ່ອງທ່ຽວຂຽວນັ້ນ ຈຳເປັນຕ້ອງມີວິທີກຳຈັດສິ່ງເສດເຫຼືອ; ປະຢັດຂີ້ເຫຍື້ອ; ປະຢັດພະລັງໄຟຟ້າ; ປະຢັດນ້ຳ”

    .ປີທ່ອງທ່ຽວແຫ່ງຊາດ 2022 ມີ 192 ເຫດການເຄື່ອນໄຫວດ້ວຍຈຸດສຸມແມ່ນພິທີໄຂຖືກຈັດຂຶ້ນຢູ່ເກາະ ກີ໊ອຶກໂຮ້ຍອານ ນະຄອນໂຮ້ຍອານ ແຂວງ ກວ໋າງນາມໃນວັນທີ 25 ມີນາ. ເປັນເທື່ອທີສອງທີ່ແຂວງກວ໋າງນາມເປັນເຈົ້າພາບຈັດຕັ້ງເຫດການດັ່ງກ່າວເຊິ່ງປະກອບດ້ວຍ 62 ເຫດການເຄື່ອນໄຫວເປັນເອກະລັກຕາມ 6 ລາຍການດຳເນີນຕະຫຼອດປີ.

ຕອບກັບ

ຂ່າວ/ບົດ​ອື່ນ