ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມ

(VOVWORLD) -ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມຫາກໍ່ຖືກຈັດຂຶ້ນ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ ຢູ່ເຂດທ່ອງທ່ຽວສາກົນ ໂດຍຣົ່ງ ທີ່ເມືອງ ໂດ່ເຊີນ ນະຄອນຫ໋າຍຟ່ອງ. ເຫດການນີ້ ໂດຍກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ວາລະສານຄອມມູນິດ ນະຄອນຫ໋າຍຟ່ອງ ສົມທົບກັນຈັດຂຶ້ນ. ນີ້ເປັນຄັ້ງທຳອິດທີ່ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມ ຖືກຈັດຂຶ້ນຢູ່ ຫ໋າຍຟ່ອງ. 
ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມ - ảnh 1ລາຍການສະແດງສິລະປະໄຂງານບຸນທະເລ ໂດ່ເຊີນ - ຫ໋າຍຟ່ອງ ປີ 2023 ຢູ່ເຂດທ່ອງທ່ຽວສາກົນ ໂດຍຣົ່ງ

      ຈຸດເດັ່ນຂອງງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມແມ່ນລາຍການສະແດງສິລະປະໄຂງານບຸນທະເລ ໂດ່ເຊີນ - ຫ໋າຍຟ່ອງ ປີ 2023 ໃນວັນທີ 29 ເມສາ ຢູ່ເຂດທ່ອງທ່ຽວສາກົນ ໂດຍຣົ່ງ. ລາຍການຖືກຈັດສ້າງຢ່າງລະອຽດ  ດ້ວຍການລົງທຶນຢ່າງຫຼວງຫຼາຍ ກ່ຽວກັບສິລະປະ, ແນວຄວາມຄິດ ເວທີສະແດງ ພ້ອມກັບການເຂົ້າຮ່ວມຂອງບັນດານັກສິລະປິນທີ່ມີຊື່ສຽງ. ກ່າວຄຳເຫັນທີ່ລາຍການ,  ທ່ານນາງຮອງປະທານປະເທດ ຫວໍທິແອັ໊ງຊວນ ຢັ້ງຢືນວ່າ:

      “ລັດຫວັງວ່າເຫດການນີ້ ພ້ອມກັບບັນດາເຫດການ, ງານບຸນກ່ຽວກັບທະເລໝູ່ເກາະຖືກຈັດຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ຈະກາຍເປັນແຫຼ່ງກຳລັງ ແລະ ກຳລັງໜູນທາງດ້ານຈິດໃຈທີ່ສຳຄັນປະກອບສ່ວນ ຫັນບັນດາແຜນນະໂຍບາຍ ນະໂຍບາຍຂອງລັດ ກ່ຽວກັບການພັດທະນາເສດຖະກິດທະເລ ຕິດພັນກັບການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໃຫ້ປາກົດຜົນເປັນຈິງ. ສູ້ຊົນເຖິງປີ 2045 ຫວຽດນາມ ກາຍເປັນປະເທດທີ່ເຂັ້ມແຂງກ່ຽວກັບທະເລ”.

   ໃນລາຍການຂອງງານບຸນ ທີ່ເຂດທ່ອງທ່ຽວສາກົນ ໂດຍຣົ່ງ  ຍັງດຳເນີນງານມະໂຫລານຫຼິ້ນເກມພື້ນເມືອງ ດ້ວຍບັນດາການເຄື່ອນໄຫວທີ່ຟົດຟື້ນຄື ຊ່ວງເຮືອ, ບານສົ່ງຫາດຊາຍທະເລ, ດຶງເຊືອກ... ເຊິ່ງມີການເຂົ້າຮ່ວມຂອງນັກກິລາຫຼາຍກວ່າ 300 ຄົນ ທີ່ມາຈາກ 10 ແຂວງ ນະຄອນແຄມທະເລໃນທົ່ວປະເທດ. ໃນໂອກາດນີ້ນະຄອນ ຫ໋າຍຟ່ອງໄດ້ຍິງບັ້ງໄຟດອກຂ່ຳນັບຊົມເຊີຍເຫດການ ໂດ່ເຊີນ ປີນີ້. ແຂກທ່ອງທ່ຽວບາງຄົນເປີດເຜີຍວ່າ:

    “ປີນີ້ ໂດ່ເຊີນ ມີຄວາມແຕກຕ່າງກັນຫຼາຍ ເມື່ອທຽບໃສ່ທຸກໆປີ ພິເສດແມ່ນຢູ່ ໂດ່ເຊີນ ໄດ້ຈັດງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ,  ຂ້າພະເຈົ້າເຫັນວ່າ ງານບຸນຟົດຟື້ນມ່ວນຊື່ນທີ່ສຸດ. ນີ້ກໍ່ແມ່ນໜຶ່ງໃນບັນດາຈຸດເດັ່ນ ຂອງຂະແໜງທ່ອງທ່ຽວ ໂດ່ເຊີນ ໃນປີນີ້”.

  “ນ້ອງເຫັນວ່າງານບຸນປີນີ້ຄຶກຄື້ນມ່ວນຊື່ນທີ່ສຸດ. ລາຍການຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່  ແລະ ຈຳນວນແຂກທ່ອງທ່ຽວມາ ໂດ່ເຊີນ ກໍ່ຫຼາຍທີ່ສຸດ”

   ຫວຽດນາມມີຝັ່ງທະເລຍາວ 3.200 ກວ່າກິໂລແມັດ,  ດ້ວຍເກາະໃຫຍ່ນ້ອຍນັບພັນໜ່ວຍ. ຜ່ານການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດນັບພັນປີ, ທະເລໝູ່ເກາະຍາມໃດກໍ່ມີທີ່ຕັ້ງບົດບາດ ແລະ ຄວາມສຳຄັນພິເສດ ແມ່ນພາກສ່ວນສ້າງເປັນອົງປະກອບອະທິປະໄຕທີ່ສັກກາລະບູຊາຂອງປະເທດຊາດ ນັ້ນແມ່ນເຂດນ້ຳແດນດິນທີ່ມີມາແຕ່ດົນນານຊອງຊາດ ຫວຽດນາມ. ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທະເລໝູ່ເກາະຍາມໃດກໍ່ແມ່ນບໍລິເວນຍຸດທະສາດ, ແນວປ້ອງກັນຢ່າງໜັກແໜ້ນຂອງປະເທດຊາດ. ຫ໋າຍຟ່ອງ ມີຝັ່ງທະເລຍາວ 120 ກວ່າກິໂລແມັດ ແລະ ເນື້ອທີ່ໜ້ານ້ຳທະເລ 4.000 ຕາລາງກິໂລແມັດ, ມີເກາະ ແບັກລອງຫວີ, ມີເກາະກ໊າດບ່າ, ແຫຼມໂດ່ເຊີນ. ດ້ວຍທ່າໄດ້ປຽບຄວາມສາມາດບົ່ມຊ້ອນຈາກທະເລ, ຫ໋າຍຟ່ອງ ສູ້ຊົນສ້າງຄວາມຮັ່ງມີຈາກທະເລ ແລະ ພັດທະນາຈາກທະເລ ດ້ວຍຫຼາຍຂະແໜງເສດຖະກິດຕິດພັນກັບທະເລ ໃນນັ້ນມີຂະແໜງທ່ອງທ່ຽວ ແລະ ງານບຸນວັດທະນະທຳພື້ນເມືອງທະເລໝູ່ເກາະ ຫວຽດນາມ ຈະປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ. ທ່ານ ເລຄັກນາມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫ໋າຍຟ່ອງ ໃຫ້ຮຸ້ວ່າ:

     “ພວກຂ້າພະເຈົ້າຫວັງວ່າ ຢາກຈັດຕັ້ງງານບຸນວັດທະນະທຳພື້ນເມືອງທະເລໝູ່ເກາະຢ່າງສຳເລັດຜົນ, ນອກຈາກການພັດທະນາເສດຖະກິດ, ກໍ່ຍັງເພື່ອດຶງດູດແຂກທ່ອງທ່ຽວ ມາທ່ຽວຢູ່ ຫ໋າຍຟ່ອງ ອີກດ້ວຍ”.

   ໃນຂອບເຂດງານບຸນ, ໃນວັນທີ 28 ເມສາ ວາລະສານຄອມມູນິດ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ ຫ໋າຍຟ່ອງ ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດດ້ວຍຫົວຂໍ້: "ວັດທະນະທຳທະເລໝູ່ເກາະ ຫວຽດນາມ - ຄຸນຄ່າ ແລະ ຄວາມຄາດຫວັງພັດທະນາແບບຍືນຍົງ”. ທ່ານ ປອ ຫງວຽນງອກຮ່າ ຮອງຫົວໜ້າບັນນາທິການວາລະສານຄອມມູນິດ ໃຫ້ຮູ້ວ່າ:

     “ໃນປະຫວັດສາດແຫ່ງການພັດທະນາ ນັບພັນປີຂອງປະເທດຊາດ, ຖ້າຫາກພວກເຮົາຖືເອົາເຂດທົ່ງພຽງພາກເໜືອເປັນໃຈກາງ ດ້ວຍຂີດໝາຍແມ່ນ ໂກ໋ລວາລຸຍເລົາ, ຕໍ່ຈາກນັ້ນແມ່ນ ດ້າຍລາ, ທັງລອງ ຮ່າໂນ້ຍ, ແຕ່ ຫ໋າຍຟ່ອງ ກໍ່ແມ່ນດ້ານໜ້າຂອງປະເທດຊາດ, ເມື່ອເວົ້າເຖິງ ຫ໋າຍຟ່ອງ ກໍ່ຕ້ອງເວົ້າເຖິງ ວິລະສະຕີ ເລເຈິນ ເຊິ່ງແມ່ນສັນຍາລັກໃນການຕໍ່ສູ້ປົກປັກຮັກສາ ແລະ ເປີດກວ້າງດິນແດນຂອງປະເທດຊາດ ພ້ອມທັງເວົ້າເຖິງບັນດາເຫດການທີ່ກ່ຽວຂ້ອງເຖິງໄຊຊະນະ ແບັກດັ່ງ”.

    ງານບຸນເປັນຄັ້ງທຳອິດຖືກຈັດຂຶ້ນຢູ່ ຫ໋າຍຟ່ອງ ໄດ້ອັດລົງ, ແຕ່ນະຄອນມີແຜນການພັດທະນາງານບຸນນີ້ເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ປະກອບສ່ວນກະຕຸ້ນຄວາມຕ້ອງການທ່ອງທ່ຽວ, ຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈໃຫ້ແກ່ປະຊາຊົນເປັນຕົ້ນແມ່ນຊາວປະມົງ, ບັນດານັກຮົບພວມປະຕິບັດໜ້າທີ່ ປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ