ຕະຫຼາດຄ່ຳຄືນ ຝູກວັກ ຄຶກຄື້່ນມ່ວນຊື່ນ.
Huyen Trang -  
(VOVWORLD) -ຕະຫຼາດຄ່ຳຄືນແມ່ນສະຖານທີ່ທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວສາມາດແວ່ຢາມ ຖ້າຫາກຢາກເຊື່ອມຕົວເຂົ້າກັບບັນຍາກາດຕອນກາງຄືນຂອງປະຊາຊົນຢູ່ເຂດພິເສດ ຝູກວັກ ໃນແຂວງ ອານຢາງ. ນີ້ແມ່ນເຂດຊື້ຂາຍເຄື່ອງທີ່ຄຶກຄື້ນເປັນແຫ່ງທີ່ແຂກທ່ອງທ່ຽວ ສາມາດຊອກເຫັນສິນພິເສດຂອງທ້ອງຖິ່ນ ພິເສດສາມາດໂອ້ລົມກັບປະຊາຊົນຢູ່ເຂດແຄມທະເລທີ່ມີຈິດໃຈຮັກແພງແຂກ
ຕະຫຼາດຄ່ຳຄືນ ຝູກວັກ |
ຂະນະທີ່ເຮຶອຫາປາລຳຕ່າງໆ ໄດ້ໄຕ້ໄຟທອດສະໝໍຢູ່ລຽບຕາມສອງຝັ່ງແມ່ນ້ຳ ເຢືອງດົງ ກໍ່ແມ່ນຈຸດເວລາທີ່ຕະຫຼາດຄ່ຳຄືນ ໄດ້ເລີ່ມເຄື່ອນໄຫວດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ. ເມື່ອກ້າວເຂົ້າສູ່ຕະຫຼາດ, ແຂກທ່ອງທ່ຽວຈະຮູ້ສຶກເຖິງກິ່ນຫຼອມຂອງເຍື່ອງອາຫານປິີ້ງ ພ້ອມກັບສຽງເວົ້ານົວຫົວມ່ວນຂອງແຂກຄົນທັງຫຼາຍ. ນາງ ຫງວຽນທິຮວາ ມາຈາກແຂວງ ດົ່ງນາຍ ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ເຮົາຄິດວ່າ ທຸກສິ່ງທຸກຢ່າງຈະຖືກຂາຍດ້ວຍລາຄາແພງ ແຕ່ເມື່ອມານີ້ຕົວຈິງເຫັນອັນໃດກໍ່ເຫັຍອັນໃດຂາຍຖືກ ລາຄາກໍ່ແທດເໝາະ. ເຮົາກໍ່ເຫັນວ່າ ປາມຶກແຊບຂາຍໂຕລະ 70.000 ດົ່ງ. ພາຍຫຼັງການເດີນທາງຢ້ຽມຢາມຄັ້ງນີ້ ເຮົາກໍ່ຢາກແນະນນຳໃຫ້ຍາດພີ່ນ້ອງ ຫຼື ໝູ່ເພື່ອນຢາກໄປທ່ອງທ່ຽວຄວນຈະແວ່ຢາມ ຝູກວັກ”.
ຝູກວັກ ມີຊື່ສຽງດ້ວຍອາຊີບລ້ຽງໄຂ່ມຸກໃນທະເລ. ເພາະສະນັ້ນ ກໍ່ມີຫຼາຍຮ້ານໃນຕະຫຼາດຄ່ຳຄືນວາງຂາຍ ແລະ ແນະນຳໄຂ່ມຸກ ຝູກວັກ. ຢູ່ຄຽງຂ້າງກໍ່ມີບັນດາຮ້ານຂາຍເຄື່ອງທຳມະດາ ດ້ວຍເຄື່ອງທີ່ລະນຶກ, ປອກແຂນ ເຄື່ອງເອ້ຢ້ອງ ທີ່ເຮັດຈາກເປືອກຫອຍຊະນິດຕ່າງໆ. ນາງ ມາຍຮວ່າງແອັງ ຜູ້ຂາຍປອກແຂນທີ່ເຮັດດ້ວຍເປືອກຫອຍ ໃຫ້ຮູ້ວ່າ:
“ເຄື່ອງທີ່ລະນຶກເຫຼົ່ານີ້ຍົກຕົວຢ່າງຄືສາຍຄໍນ້ອງກໍ່ອອກແບບເອງ ຫຼື ເບິ່ງທາງເຄືອຂ່າຍອິນເຕີເນັດ ແລ້ວກໍ່ສົ່ງໃຫ້ພວກນາຍຊ່າງ ເຂົາເຈົ້າເຮັດແລ້ວກໍ່ຝາກໃຫ້ນ້ອງ. ວັດຖຸດິບແມ່ນເປືອກຫອຍກໍ່ຕ້ອງຊອກຫາຢູ່ທະເລ ຫຼື ເຮົາອາດຈະສັ່ງຊື້ຈາກຮ້ານຂາຍຫອຍ. ນ້ອງເຮັດເຊັ່ນນີ້ກໍ່ມີລາຍຮັບປົກກະຕິ”.
ສ່ວນນາງ ຈິ້ງເຟືອງມາຍ ດຳລົງຊີວິດ ແລະ ເຮັດວຽກຢູ່ໄທ ກໍ່ມີຄວາມພໍໃຈເມື່ອເລືອກເອົາເຄື່ອງລະນຶກ ເພື່ອຊື້ເປັນຂອງຕ້ອນໃຫ້ລູກສາວ. ນາງ ມາຍ ເວົ້າວ່າ:
“ເຮົາກໍ່ຊົມຊອບໄປຕະຫຼາດກາງຄືນທີ່ສຸດ ເພາະວ່າຢູ່ແຫ່ງນີ້ເຮົາກໍ່ເຫັນຄວາມຄຶກຄື້ນມ່ວນຊື່ນ ມີຄົນມາຊື້ຂາຍຢ່າງໜາແໜ້ນ ພ້ອມກັບກຳລັງບົ່ມຊ້ອນຂະຫຍາຍທ່ອງທ່ຽວຂອງເຂດ. ທີສອງ ນີ້ກໍ່ແມ່ນຕະຫຼາດຄ່ຳ ດັ່ງນັ້ນເຮົາກໍ່ສາມາດຊອກເຫັນຂອງທີ່ລະນຶກສະເພາະ ຫວຽດນາມ. ມື້ນີ້ເຮົາກໍ່ໄດ້ຊື້ປອກແຂນສອງອັນເປັນຂອງຕ້ອນໃຫ້ລູກ”.
ໃນທ່າມກາງບັນຍາກາດຟົດຟື້ນມ່ວນຊື່ນຢູ່ຕະຫຼາດຄ່ຳຄືນກໍ່ມີຮ້ານຂາຍເຄື່ອນນ້ອຍໆ ນັ້ນແມ່ນຮ້ານຂາຍກາເປົາເງິນ. ລຸງ ຟ້າມວັນເທີ ແທ່ນເຈົ້າຂອງຮ້ານກໍ່ສາມາດເຮັດຕາມໃຈຂອງແຂກທີ່ຕ້ອງການຂອງກະເປົາເງິນ ກະແຕັບເງີນ ດ້ວຍທຸກໆຮູບແບບ. ລຸງ ເທີ ໃຫ້ຮູ້ວ່າ:
“ນີ້ແມ່ນກະແຕັບເງິນ ກະເປົາເງິນ. ເຮົາຈະປະດິດຄິດສ້າງຕາມໃຈຂອງແຕ່ລະຄົນ ເພື່ອປະດັບປະດາຮູບພາບຢູ່ທີ່ນີ້. ຕ້ອງມີສີມືອັນຄ່ອງແຄ້ວຈຶ່ງສາມາດເຮັດໄດ້”.
ເມື່ອກັບຈາກຕະຫຼາດຄ່ຳຄືນ ຝູກວັກ ແຂກທ່ອງທ່ຽວຈະນຳເອົາຂອງທີ່ລະນຶກ ເຊິ່ງແມ່ນສິນພິເສດຂອງດິນແດນແຫ່ງນີ້ຄື ນ້ຳປາ, ໝາກພິກໄທ, ໝາກຖົ່ວດິນ ຫຼື ເຄື່ອງທີ່ລະນຶກຕ່າງໆ ເຊິ່ງເປັນຂີດໝາຍຢູ່ທະເລຢູ່ແຫ່ງນີ້. ການດຳລົງຊີວິດຂອງປະຊາຊົນ ໃນຍາມຄ່ຳຄືນກໍ່ຄຶກຄື້ນມ່ວນຊື່ນ ຈະເປັນຄວາມປະທັບໃຈ ຍາກທີ່ຈະຫຼົງລືມໄດ້ສຳລັບແຂກທ່ອງທ່ຽວເມື່ອມາຢາມເຂດ ຝູກວັກ.
Huyen Trang