ຕາແສງ ງອກຈ໊ຽນໃນແຂວງເຊີນລາ - ເຂດບ້ານນາບູຮານ

(VOVWORLD) -ງອກຈ໊ຽນແມ່ນຕາແສງເຂດພູສູງໃນເມືອງເມື່ອງລາຫ່າງຈາກນະຄອນເຊີນລາປະມານ 80 ກິໂລແມັດ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີີ່ລືຊື່ຢູ່ເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອດ້ວຍທິວທັດທຳມະຊາດເປັນໜ້າຈັບໃຈພູຜາປ່າໄມ້ໃຫຍ່ໂຕມະໂຫຖານ
ຕາແສງ ງອກຈ໊ຽນໃນແຂວງເຊີນລາ - ເຂດບ້ານນາບູຮານ - ảnh 1ງອກຈ໊ຽນແມ່ນຕາແສງເຂດພູສູງໃນເມືອງເມື່ອງລາ ແຂວງເຊີນລາ

    ງອກຈ໊ຽນແມ່ນແຫ່ງດຳລົງຊີວິດຂອງຫຼາຍຊົນເຜົ່າທີ່ແຕກຕ່າງກັນຄືກິງ, ມົ້ງ, ລ່າຮາ, ຜູ້ໄທ... ຍ້ອນເຫດນີ້ເອງພື້ນຖານວັດທະນະທຳຢູ່ແຫ່ງນີ້  ມີຄວາມອຸດົມສົມບູນແລະເປັນເອກະລັກສະເພາະ. ເພື່ອໄປຮອດງອກຈ໊ຽນແຂກທ່ອງທ່ຽວຕ້ອງຜ່ານຈອມພູຊາມສິບມີລວງສູງເກືອບ 2.000 ແມັດເມື່ອທຽບໃສ່ໜ້ານ້ຳທະເລ ເສັ້ນທາງຂຶ້ນພູກໍ່ຄົດລ້ຽວຫຼາຍຕອນຖືກປົກຄຸມດ້ວຍກຸ່ມເມກເຝື້ອເມື່ອຂ້າມຜ່ານຈອມພູແຂກທ່ອງທ່ຽວຈະມີຄວາມປະຫຼາດໃຈຄືໄດ້ຫຼົງໄຫຼຢູ່ເຂດບ້ານນາບູຮານດ້ວຍທິວທັດພູຜາປ່າໄມ້ ແມ່ນ້ຳລຳເຊທີ່ເປັນໜ້າຈັບໃຈ. ພິເສດທຳມະຊາດຢູ່ແຫ້ງນີ້ ຍັງບັນດານໃຫ້ຕາແສງງອກຈ໊ຽນມີບັນດາບໍ່ນ້ຳອຸ່ນແຮ່ທາດທີ່ມີປະໂຫຍດຕໍ່ສຸຂະພາບ.  ໄປຮອດງອກຈ໊ຽນແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ງົດງາມໄດ້ຟັງສຽງລົມພັດປະສານກັບສຽງນ້ຳໄຫຼຢູ່ຕາມຫ້ວຍນ້ຳລຳເຊແລະບັນດາກົງຫັນນ້ຳໃນບ້ານຄົວວາຍ,ເມື່ອງຈ໊ຽນ, ບ້ານເລືອດແລະບ້ານໄຟ. ນາງ ຮວ່າງທິຢຸງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍເປີດເຜີຍວ່າ:

        “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າພ້ອມກັບໝູ່ເພື່ອນໄປທ່ຽວຊົມຢູ່ຕາແສງງອກຈ໊ຽນໃນແຂວງເຊີນລາ.ມາຮອດນີ້ ພວກຂ້າພະເຈົ້າມີຄວາມປະຫຼາດໃຈ ເມື່ອໄດ້ເຫັນທັດຊະນີຍະພາບທີ່ເປັນໜ້າຈັບອົກຈັບໃຈຢູ່ແຫ່ງນີ້ຍັງມີລັກສະນະຮົກເຮື້ອເຮືອນຫຼັງໃດຂອງປະຊາຊົນຢູ່ແຫ່ງນີ້ ກໍ່ມີປະຕູໂຂງເຮັດດ້ວຍຫີນ. ຊາວທ້ອງຖິ່ນຢູ່ແຫ່ງນີ້ ກໍ່ມີຄວາມຮັກແພງແຂກທີ່ສຸດ”.

       ງອກຈ໊ຽນບໍ່ພຽງແຕ່ມີຄວາມງາມເປັນໜ້າຈັບໃຈເທົ່ານັ້ນຫາກຍັງດຶງດູດແຂກທ່ອງທ່ຽວຍ້ອນສະຖາປັດຕະຍາກຳທີ່ຂຽວງາມເປັນເອກະລັກ. ບັນດາເຮືອນຂອງປະຊາຊົນຢູ່ແຫ່ງນີ້ ມີຫຼັງຄາຖືກມຸງດ້ວຍໄມ້ ໂລ່ງເລ່ງ, ຊຸດໂຕະຕັ່ງເຮັດດ້ວຍໄມ້ໄຜ່, ສ່ວນຝາເຮືອນກໍ່ຖືກປະດັບປະດາດ້ວຍຫີນ ເສັ້ນທາງໄປມາກໍ່ເຕັມໄປດ້ວຍດອກໄມ້ສີສັນຫຼາກຫຼາຍ. ງອກຈ໊ຽນຍັງດຶງດູດໃຈແຂກທ່ອງທ່ຽວຍ້ອນມີບັນດາປະຕູໂຂງຂອງໝູ່ບ້ານທີ່ເປັນເອກະລັກ. 19 ປະຕູໂຂງຂອງ 15 ບ້ານໃນຕາແສງງອກຈ໊ຽນຖືກອອກແບບຄືດັ່ງກິດຈະກຳສິລະປະກຳເຮັດດ້ວຍບັນດາວັດຖຸດິບທີ່ເປັນມິດກັບສິ່ງແວດລ້ອມ.  ທ່ານລໍ່ວັນອ໊ານ ນາຍບ້ານເມື່ອງຈ໊ຽນໃຫ້ຮູ້ວ່າ:

        “ໂດຍປະຕິບັດຕາມແຜນນະໂຍບາຍຂອງຕາແສງ ໄດ້ຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ໃຫ້ພໍ່ແມ່ພີ່ນ້ອງຊາວບ້ານ ເຮັດປະຕູໂຂງໃຫຍ່ສວຍງາມເພື່ອຕ້ອນຮັບແຂກທ່ອງທ່ຽວມາທ່ຽວຊົມ ທັດສະນະສຶກສາ ຕິດພັນກັບການພັດທະນາການທ່ອງທ່ຽວ. ປະຕູໂຂງຂອງໝູ່ບ້ານມີມູນຄ່າກໍ່ສ້າງ 46 ລ້ານດົ່ງພ້ອມກັບການປະກອບເຫື່ອແຮງຂອງພໍ່ແມ່ພີ່ນ້ອງຊາວບ້ານ”.

        ບັນດາເຮືອນໂຮມສະເຕຢູ່ ງອກຈ໊ຽນຖືກອອກແບບເປັນເອກະລັກສະເພາະຂອງບັນດາເຜົ່າເຂດເຕິຍບັກ.ຈາກເຮືອນຮ້ານຂົວໄມ້ໄຜ່ ສະລອຍນ້ຳ ສວນດອກໝັ້ນ, ດອກຄາຍ... ພ້ອມກັບບັນດາເຍື່ອງອາຫານພື້ນເມືອງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າກໍ່ໄດ້ປະສົມປະສານເຂົ້າກັນກາຍເປັນສິ່ງທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ. ລຸງລໍ່ວັນເຝີຍ ຢູ່ບ້ານດົງຊວງຕາແສງງອກຈ໊ຽນແບ່ງປັນວ່າ:

      "ເຮົາດຳລົງຊີວິດກັບທຳມະຊາດກັບແມ່ນ້ຳລຳເຊ ເຮົາເຮັດປະຕູໂຂງດ້ວຍວັດຖຸດິບທຳມະຊາດຄືໄປເກັບຫີນນ້ອຍຢູ່ຕາມຫ້ວຍນ້ຳມາກໍ່ສ້າງ. ສຳລັບຝາເຮືອນແມ່ນບໍ່ກໍ່ດ້ວຍດິນຈີ່ອີກແລ້ວ ເຮົາກໍ່ດ້ວຍຫີນທຳມະຊາດ”.

       ງອກຈ໊ຽນມີອາກາດເຢັນສະບາຍຕະຫຼອດປີ ຢູ່ແຫ່ງນີ້ເຄີຍອຸປະມາດັ່ງຊາປາຫຼືດ່າລາດໃນແຂວງເຊີນລາ. ທ່ານບຸ່ຍຕ໊ຽນສີ ເລຂາຄະນະພັກຕາແສງງອກຈ໊ຽນເມືອງເມື່ອງລາແຂວງເຊີນລາໃຫ້ຮູ້ວ່າ:

       “ວິທີເຮັດຂອງງອກຈ໊ຽນແມ່ນມຸ່ງໄປສູ່ຜະລິດຕະພັນທ່ອງທ່ຽວແຕ່ລະຢ່າງ ລ້ວນແຕ່ມີຈຸດພິເສດສະເພາະແລະແຕກຕ່າງກັບບັນດາຜະລິດຕະພັນທ່ອງທ່ຽວຢູ່ແຫ່ງອື່ນໃນບໍລິເວນແຂວງເວົ້າສະເພາະແລະທົ່ວປະເທດເວົ້າລວມ. ການກຳນົດທິດທັດສະນະຈະແຈ້ງທີ່ສຸດນັ້ນແມ່ນຖືເອົາວັດທະນະທຳເປັນພື້ນຖານເພື່ອພັດທະນາເສດຖະກິດການທ່ອງທ່ຽວ. ດັ່ງນັ້ນວຽກງານທຸກຢ່າງພວມປະຕິບັດກໍ່ລ້ວນແຕ່ແມ່ນການຟື້ນຟູແລະຮັກສາຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະໂດຍປູ່ຍ່າຕາຍາຍປະໄວ້ໃຫ້”.

      ດ້ວຍບັນດາຄວາມງາມຮົກເຮື້ອແລະເປັນໜ້າຈັບໃຈແລະເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າພ້ອມກັບຄວາມລຽບງ່າຍ ຈິດໃຈ ຮັກແພງແຂກຂອງຊາວທ້ອງຖິ່ນ. ງອກຈ໊ຽນຍາມໃດກໍ່ເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສ້າງຄວາມສະຫງົບສຸກ ກ່ຽວກັບເຂດບ້ານນາທີ່ງົດງາມ.

ຕອບກັບ

ຂ່າວ/ບົດ​ອື່ນ