ນ້ຳຕົກຕາດ ຂ໋ວຍຍີ - ຄວາມງາມເປັນໜ້າຈັບໃຈ ໃນທ່າມກາງພູຜາປ່າໄມ້ ຕວຽນກວາງ.
The Hung -  
(VOVWORLD) -ສຽງນຳ້ໄຫຼດັງຂຶ້ນຈາກເນື້ອທີ່ປ່າດົງດິບ ປຽບເໝືອນຄຳເຊື້ອເຊີນແຂກມາຢາມ. ເສັ້ນທາງພາໄປເຖິງນ້ຳຕົກຕາດ ຂ໋ວຍຍີ ໄດ້ເຮັດໃຫ້ແຂກເຫັນປະຈັກຕາເຂດພູຜາປ່າໄມ້ ອອ້ມຮອບນ້ຳຫວຍຂາວ ແລະ ສວຍງາມ. ໃນທ່າມກາງເຂດພູຜາປ່າໄມ້ ຕວຽນກວາງ, ນ້ຳຕົກຕາດ ຂ໋ວຍຍີ ໄດ້ປາກົດຂຶ້ນຢ່າງເປັນໜ້າຈັບໃຈທັງຮົກເຮື້ອ ທັງນິ້ມນວນອ່ອນໂຍນ ປຽບເໝືອນຮູບພາບທີ່ງົດງາມ
ຄວາມງາມຂອງນ້ຳຕົກຕາດ ຂ໋ວຍຍີ |
ຈາກທ່າເຮືອຢູ່ ເລິມບິ່ງ, ແຂກທ່ອງທ່ຽວຕ້ອງຂີ່ເຮືອພຽງໜຶ່ງຊົ່ວໂມງ ໃນໜອງທຳມະຊາດ ນ່າຮາງ ກໍ່ຈະຮອດນຳ້ຕົກຕາດ ຂ໋ວຍຍີ
ນ້ຳຕົກຕາດສູງຫຼາຍຊັ້ນ ແຕ່ລະຊັ້ນກໍ່ປຽບເໝືອນແຖບຜ້າໄໝຂາວທອດລົງໂງ່ນຫີນໃຫຍ່ທີ່ເກົ່າແກ່ຕາມການເວລາ. ແສງແດດສ່ອງຜ່ານຮົ່ມເຢັນຂອງຕົ້ນໄມ້ປ່າສາດສ່ອງລົງໜ້ານ້ຳ ໄດ້ເຮັດໃຫ້ທັດຊະນີຍະພາບເພີ່ມຄວາມລຶກລັບມະຫັດສະຈັນ. ສຽງນົກຮ້ອງທີ່ໜ້າມ່ວນຫູ ໃນທ່າມກາງອາກາດປອດໂປ່ງເຢັນສະບາຍ ໄດ້ສ້າງຄວາມທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. ນ້ຳຕົກຕາກ ຂ໋ວຍຍີ ແຕ່ດົນນານມາແລ້ວ ໄດ້ກາຍເປັນສະຖານທີ່ລືຊື່ຢູ່ ເລິມບິ່ງ ແລະ ແມ່ນສະຖານທີ່ຢ້ຽມຊົມທັດສະນະສຶກສາທີ່ຂາດບໍ່ໄດ້ ເມື່ອແຂກທ່ອງທ່ຽວມາຄົ້ນຫາອ່າງເກັບນ້ຳທີ່ເຂື່ອນໄຟຟ້ານຳ້ຕົກ ນ່າຮາງ - ເລິມບິ່ງ. ທ່ານດັ້ງກວັກສື໋ ຜູ້ອຳນວຍການສູນສົ່ງເສີມທ່ອງທ່ຽວແຂວງ ຕວຽນກວາງ ໃຫ້ຮູ້ວ່າ:
“ນ້ຳຕົກຕາດ ຂ໋ວຍຍີ ແມ່ນນ້ຳຕົກຕາດທີ່ງົດງາມຍັງຄົງຮັກສາຄວາມດັ້ງເດີມ ອັນໄດ້ນຳຄຸນຄ່າພິເສດສະເພາະໃຫ້ແກ່ແຂກທ່ອງທ່ຽວ ໃນຕະຫຼອດການຢ້ຽມຊົມອ່າງເກັບນ້ຳທີ່ເຂື່ອນໄຟຟ້ານ້ຳຕົກ ນ່າຮາງ”.
ນ້ຳຕົກຕາດ ຂ໋ວຍຍີ ມີສາມຊັ້ນ, ຢູ່ບ່ອນສູງນ້ຳຕົກຕາດແບ່ງເປັນຫຼາຍສາຍ ນ້ຳນ້ອຍ ໄຫຼຜ່ານຫີນຊັ້ນຕ່າງໆ ສ້າງເປັນໜອງນ້ຳທຳມະຊາດທີ່ງົດາມ. ແຂກທ່ອງທ່ຽວບາງຄົນກໍ່ມັກອາບນ້ຳ ບາງຄົນກໍ່ມັກຖ່າຍຮູບທີ່ລະນຶກ. ແຂກທ່ອງທ່ຽວຄົນໜຶ່ງມາຈາກແຂວງ ຝູເຖາະ ເປີດເຜີຍວ່າ:
“ພວກຂ້າພະເຈົ້າຊົມຊອບທີ່ສຸດ ຍ້ອນວ່າ ໄດ້ຜ່ານໄລຍະທາງໄກພໍສົມຄວນ ແຕ່ເມື່ອຂຶ້ນມານີ້ກໍ່ເຫັນວ່າ ການເດີນທາງມີຄວາມໝາຍທີ່ສຸດ ແລະ ບັນຍາກາດກໍ່ມ່ວນຊື່ນທີ່ສຸດ”.
ຄວາມງາມຂອງນ້ຳຕົກຕາດ ຂ໋ວຍຍີ ບໍ່ພຽງແຕ່ນອນຢູ່ສາຍນ້ຳຕົກຕາດເທົ່ານັ້ນ ມັນຍັງແມ່ນຄວາມຮູ້ສຶກຂອງແຂກທ່ອງທ່ຽວເມື່ອໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບງຽບ ໄດ້ຟັງສຽງຕົນເອງໃນທ່າມກາງເຂດພູຜາປ່າໄມ້ ເຊິ່ງເປັນການຫຼຸດຜ່ອນຄວາມເປັນຫ່ວງເປັນໃຍໃນການດຳລົງຊີວິດຢູ່ເຂດຕົວເມືອງ. ພິເສດຢູ່ນ້ຳຕົກຕາດ ຂ໋ວຍຍີ ການບໍລິການນວດແຜນບູຮານ ຍາມໃດກໍ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວ. ນາງ ຫງວຽນລານເຟືອງ ມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ຄວາມສະບາຍໃຈສະຫວາດສະເຫວີຍຄວາມປະທັບໃຈຈະມາຫາເຮົາພາຍຫຼັງເດີນທາງຂຶ້ນນ້ຳຕົກຕາດດ້ວຍຄວາມລຳບາກ. ຢູ່ທີ່ນີ້ ນ້ຳໃສເຢັນ, ທິວທັດງົດງາມ ໄດ້ເຫັນປາລອຍຕາມສາຍນ້ຳ”.
ເມື່ອດວງຕາເວັນຄ່ອຍໆຕົກດິນຫຼັບຂອບຟ້າ,ບັນດາແສງແດດສຸດທ້າຍໄດ້ສ່ອງລົງໃສ່ນ້ຳຕົກຕາດ ອັນໄດ້ສ້າງເປັນແຖບສີເຫຼືອງອາຮາມ. ຂ໋ວຍຍີ ໃນຈຸດເວລານີ້ ກໍປຽບເໝືອນແຖບຜ້າໄໝປູຜ່ານເຂດປາດົງດິບ. ນ້ຳຍັງໄຫຼ, ປ່າຍັງຂຽວງາມ ແລະ ສະພາບແວດລ້ອມຍັງມິດງຽບກໍ່ແມ່ນສິ່ງທີ່ຫາຍາກຢູ່ເຂດທ່ອງທ່ຽວແຫ່ງອື່ນ
ນ້ຳຕົກຕາດ ຂ໋ວຍຍີ ນອນຢູ່ທ່າມກາງເຂດພູຜາປ່າໄມ້ດົງດິບຂອງແຂວງ ຕວຽນກວາງ. ຂ໋ວຍຍີ ບໍ່ເນືອງນັນ, ບໍ່ໂອ້ອວດ ແຕ່ນິ້ມນວນອ່ອນໂຍນ ແລະ ມິດງຽບ. ຍ້ອນຄວາມລຽບງ່າຍຂອງທິວທັດທຳມະຊາດນິ້ເອງໄດ້ກາຍເປັນແຫຼ່ງຈູງໃຈຕໍ່ໜ້າຄວາມງາມແບບຮົກເຮື້ອເຮັດໃຫ້ແຂກທ່ອງທ່ຽວທຸກໆຄົນ ເມື່ອມາຢາມແລ້ວກໍ່ຢາກກັບຄືນມາຢາມອີກ.
The Hung