ປີທ່ອງທ່ຽວແຫ່ງຊາດປີ2023-ນຳຂະແໜງທ່ອງທ່ຽວແຂວງບິ່ງທ້ວນຂະຫຍາຍຕົວ

(VOVWORLD) -ປີທ່ອງທ່ຽວແຫ່ງຊາດ 2022 ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວ”ໄດ້ແລະພວມດຳເນີນຫຼາຍກິດຈະກຳວັດທະນະທຳກິລາແລະທ່ອງທ່ຽວຢູ່ແຂວງບິ່ງຫ້ວນແລະທ້ອງຖິ່ນອື່ນໆໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອໃຫ້ບິ່ງທ້ວນແນະນຳໂຄສະນາບັນດາຄຸນຄ່າວັດທະນະທຳປະຫວັດສາດຊັບພະຍາກອນທຳມະຊາດ, ຜະລິດຕະພັນທ່ອງທ່ຽວແລະບັນດາການເຄື່ອນໄຫວຂອງທ້ອງຖິ່ນໃຫ້ແກ່ແຂກທ່ອງທ່ຽວ. ຜ່ານນັ້ນກໍ່ໄດ້ສ້າງຄວາມດຶງດູດໃຈຢ່າງແຂງແຮງສຳລັບແຂກທ່ອງທ່ຽວກໍ່ຄືບັນດານັກລົງທຶນທັງຢູ່ພາຍໃນແລະຕ່າງປະເທດປະກອບສ່ວນພັດທະນາການທ່ອງທ່ຽວຂອງທົ່ວປະເທດເວົ້າລວມແລະແຂວງບິ່ງທ້ວນເວົ້າສະເພາະ
ປີທ່ອງທ່ຽວແຫ່ງຊາດປີ2023-ນຳຂະແໜງທ່ອງທ່ຽວແຂວງບິ່ງທ້ວນຂະຫຍາຍຕົວ - ảnh 1ການທ່ຽວຊົມໂນນຊາຍ ເບົາຈັ້ງ ຢູ່ ບີງທ້ວນ

     ໃນປີ 2023 ນີ້ ມີຫຼາຍກວ່າ 200 ກິດຈະກຳທີ່ມີຂອບຂະໜາດລະຫວ່າງແຂວງ, ລະດັບຊາດແລະສາກົນໄດ້ຈັດຂຶ້ນໃນບໍລິເວນແຂວງບິ່ງທ້ວນ. ມາຢ້ຽມຢາມແຂວງບິ່ງທ້ວນ ແຂກທ່ອງທ່ຽວຈະໄດ້ຄົ້ນຫາບັນດາຜະລິດຕະພັນທ່ອງທ່ຽວຫຼາຍຢ່າງ ພ້ອມກັບເຊື່ອມຕົວເຂົ້າກັບບັນຍາກາດງານບຸນທີ່ເປັນເອກະລັກ ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນເຊັ່ນສັນຍາຮ່ວມມືພັດທະນາການທ່ອງທ່ຽວ. ທ່ານນາງຫງວຽນລານຫງອກ ຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງບິ່ງທ້ວນ ໃຫ້ຮູ້ວ່າ:

     “ການເລືອກເອົາຫົວຂໍ້ “ເຕົ້າໂຮມສີຂຽວ”ແມ່ນເປົ້າໝາຍໜຶ່ງທີ່ຂະແໜງທ່ອງທ່ຽວບິ່ງທ້ວນໄດ້ ແລະພວມມຸ່ງໄປເຖິງໃນອະນາຄົດ, ນັ້ນແມ່ນການພັດທະນາການທ່ອງທ່ຽວແບບຍືນຍົງ. “ການເຕົ້າໂຮມສີຂຽວ” ແມ່ນການທ່ອງທ່ຽວສີຂຽວ, ອຸດສາຫະກຳສີຂຽວແລະກະສິກຳສີຂຽວ”.

   ເລື່ອງເປັນເຈົ້າພາບຈັດການທ່ອງທ່ຽວແຫ່ງຊາດປີ2023 ໄດ້ສ້າງໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວບິ່ງທ້ວນເສີມຂະຫຍາຍບົດບາດຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນທັງເປັນການຢັ້ງຢືນທີ່ຕັ້ງບົດບາດເຄື່ອງໝາຍທ່ອງທ່ຽວຫວຽດນາມເວົ້າລວມແລະທ່ອງທ່ຽວແຂວງບິ່ງທ້ວນເວົ້າສະເພາະ. ທ່ານຫງວຽນມິງ ຮອງປະທານຄະນະກຳມະການປະຊາຊົນແຂວງບິ່ງທ້ວນໃຫ້ຮູ້ວ່າ:

   “ພວກຂ້າພະເຈົ້າໄດ້ຈັດຕັ້ງການຄະນະຊີ້ນຳເພື່ອຈັດຕັ້ງບັນດາການເຄື່ອນໄຫວເຫດການຂອງປີທ່ອງທ່ຽວຊາດ. ຕາມນັ້ນແລ້ວພວກຂ້າພະເຈົ້າໄດ້ຈັດແບ່ງວຽກງານຢ່າງລະອຽດ ໃຫ້ແກ່ແຕ່ລະສະມາຊິກໃນຄະນະຊີ້ນຳແລະພິເສດໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອກະກຽມບັນດາເນື້ອໃນຢ່າງຮອບຄອບຖີ່ຖ້ວນໃນເຫດການຂອງປີ 2023”.

  ໃນຂອບເຂດປີທ່ອງທ່ຽວແຫ່ງຊາດປີ 2023 ບັນດາເຫດການວັດທະນະທຳກິລາແລະທ່ອງທ່ຽວທີ່ມີລະດັບສາກົນໄດ້ຖືກຈັດຂຶ້ນຢູ່ແຂວງບິ່ງທ້ວນ ຄືງານບຸນອາຫານການກິນສາກົນ, ຄ້າຍພັກແລ້ງ, ວັນບຸນກິລາສາກົນ, ສັບປະດາວັດທະນະທຳຢູ່ຕາມທ້ອງຖະໜົນ, Feastivalສິລະປະ... ບັນດາເຫດການລະດັບຊາດລວມມີງານແຂ່ງຂັນກິລາກາຍຍະກຳຄືແລ່ນມາລະທອນ, ຊ່ວງເຮືອ, ແຂ່ງລົດຖີບ... ທ່ານ ດວ່ານແອັງຢຸ໊ງ ປະທານຄະນະກຳມະການປະຊາຊົນແຂວງບິ່ງທ້ວນຢືນຢັນວ່າ:

 “ນີ້ແມ່ນໂອກາດທີ່ດີເພື່ອແນະນຳໂຄສະນາບັນດາຄຸນຄ່າວັດທະນະທຳເປັນວັດຖຸແລະບໍ່ເປັນວັດຖຸ, ທຳມະຊາດທີ່ເປັນເອກະລັກຂອງແຂວງບິ່ງທ້ວນໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ. ສ້າງກຳລັງດັນຊຸກຍູ້ເພື່ອໃຫ້ຂະແໜງທ່ອງທ່ຽວຟື້ນຟູພັດທະນາແລະກ້າວກະໂດດຂັ້ນໃນໄລຍະໃໝ່”.

   ພາຍຫຼັງຮັບຜົນສະທ້ອນຈາກໂຄວິດ - 19 ເປັນເວລາກວ່າສອງປີ, ປີ 2022 ແຂວງບິ່ງທ້ວນໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 5,7 ລ້ານເທື່ອຄົນໃນນັ້ນ ມີແຂກທ່ອງທ່ຽວສາກົນ  705.500ຄົນ. ປີນີ້ແຂວງບິ່ງທ້ວນໄດ້ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 6,5 ລ້ານເທື່ອຄົນ, ຍູ້ແຮງການຮ່ວມສຳພັນກັບບັນດາແຂວງນະຄອນເພື່ອສ້າງສາຍທ່ອງທ່ຽວເຊື່ອມຕໍ່ກັນເພື່ອໃຫ້ແຂກທ່ອງທ່ຽວມາທ່ຽວຢູ່ແຂວງບິ່ງທ້ວນຫຼາຍຂຶ້ນໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ