ຟຸກແຊນ - ໝູ່ບ້ານຕີເຫຼັກເຄື່ອນໄຫວຕະຫຼອດປີ

(VOVWORLD) -ໂດຍຫ່າງຈາກນະຄອນຫຼວງຮ່າໂນ້ຍປປະມານ300 ກິໂລແມັດຫ່າງຈາກນະຄອນກາບັ່ງປະມານ 40 ກິໂລແມັດ ໝູ່ບ້ານຕີເຫຼັກຟຸກແຊນຕາແສງຟຸກແຊນເມືອງກວ໋າງຮວ່າຖືກຕັ້ງຢູ່ແຄມທາງໄປຫານ້ຳຕົກຕາດບ໋ານຢົກເຊິ່ງແມ່ນໜຶ່ງໃນບັນດານ້ຳຕົກຕາດໃຫຍ່ໂຕມະໂຫຖານທີ່ສຸດຢູ່ຫວຽດນາມ. ເຂດດິນຢູ່ຕີນພູ ປາກຣັງນີ້ ແມ່ນແຫ່ງຕັ້ງຖິ່ນຖານຂອງຊາວນຸ່ງອານເຊິ່ງປະກອບອາຊີບຕີເຫຼັກທີ່ມີມາແຕ່ດົນນານດ້ວຍຮາກຖານຕີເຫຼັກປະມານ 150ແຫ່ງ, ຊາວບ້ານຟຸກແຊນນັບແຕ່ກ່ອນມາຮອດປັດຈຸບັນໄດ້ຜະລິດອອກບັນດາເຄື່ອງມືກະສິກຳທີ່ມີຄວາມງາມແລະທົນທານມີຊື່ສຽງທັງຢູ່ໃກ້ ແລະຢູ່ໄກ
ຟຸກແຊນ - ໝູ່ບ້ານຕີເຫຼັກເຄື່ອນໄຫວຕະຫຼອດປີ - ảnh 1ຢູ່ໝູ່ບ້ານຟຸກແຊນ ຄອບຄົວໃດກໍມີຮາກຖານຕີເຫຼັກ

     ເມື່ອຖາມບັນດາຜູ້ອາຍຸສູງໃນໝູ່ບ້ານຟຸກແຊນກ່ຽວກັບຜູ້ສ້າງຕັ້ງອາຊີບຕີເຫຼັກຂອງໝູ່ບ້ານຫຼືວ່າອາຊີບນີ້ໄດ້ມີມາແຕ່ຍາມໃດ, ເຂົາເຈົ້າກໍ່ບໍ່ຮູ້ແຕ່ຢ່າງໃດ, ຖາມຜູ້ໃດກໍ່ຕອບວ່າຖືກປູ່ຍ່າຕາຍາຍຖ່າຍທອດນັບແຕ່ຄາວຍັງນ້ອຍ. ເຂົາເຈົ້າກ້າວ່າອາຊີບຕີເຫຼັກຢູ່ ຟຸກແຊນມີມາກ່ອນນີ້ປະມານ 300 – 400 ປີ.ຕາມປະຫວັດສາດແລ້ວ ພ້ອມກັບບັນດາຮ່ອງຮອຍສະຖານ, ໝູ່ບ້ານຕີເຫຼັກຟຸກແຊນ ມີໄລຍະໜຶ່ງເປັນໂຮງຈັກຜະລິດເຄື່ອງກົກຈັກ,ຜະລິດອາວຸດຂອງລາດຊະວົງໝາກ

          ປັດຈຸບັນເມື່ອມາຮອດໝູ່ບ້ານຟຸກແຊນຢູ່ໃສກໍ່ເຫັນເຕົາໄຟພວມລຸກໄໝ້ ແລະສຽງຕີເຫຼັກດັງເນືອງນັນ. ບັນດາຜະລິດຕະພັນຂອງໝູ່ບ້ານຟຸກແຊນລວມມີເຄື່ອງມືກະສິກຳ,ມີດ, ພ້າ... ເຊິ່ງໄດ້ຮັບຄວາມນິຍົມຊົມໃຊ້ ບໍ່ພຽງແຕ່ຢູ່ເຂດພູດອຍທາງທິດເໜືອເທົ່ານັ້ນຫາກຍັງສັ່ງຊື້ໄປຫຼາຍແຫ່ງໃນທົ່ວປະເທດອີກດ້ວຍ. ນາງນົງທິງາຢູ່ເມືອງຮ່າກວ໋າງແຂວງກາວບັ່ງໃຫ້ຮູ້ວ່າ:

      “ແຕ່ລະປີຄອບຄົວຂ້າພະເຈົ້າຊື້ມີດສອງອັນ. ມີດຟຸກແຊນກໍ່ເຮັດງາມກວ່າ ແລະ ຄົມກວ່າ. ມີດນີ້ອາດຈະຖືຕາມໂຕເພື່ອໄປຕັດຟືນ, ຕັດຫຍ້າ ແລະ ເຮັດໄຮ່”.

     ເບິ່ງຄືວ່າຄອບຄົວໃດຢູ່ ຟຸກແຊນ ກໍ່ມີຮາກຖານຕີເຫຼັກ ແລະ ບັນດາເຄັດລັບໃນການເລີອກເຟັ້ນວັດສະດຸ ແລະ ເຕັກນິກການຫຼອມເຫຼັກກ້າ. ນາຍຊ່າງຕີເຫຼັກຢູ່ ຟຸກແຊນພຽງແຕ່ໃຊ້ສະປິງໂອໂຕເພື່ອເຮັດມີດ ແລະ ເຄື່ອງມືກະສິກຳອື່ນໆ. ນັ້ນແມ່ນເຫຼັກກ້າຊະນິດທີ່ດີ ແລະ ວຽກງານຫຼອມ ແລະ ຕີເຫຼັກກໍ່ມີຄວາມລະອຽດທີ່ສຸດ. ທ່ານເລືອງວັນເຈື່ອງ ຢູ່ຕາແສງຟຸກແຊນໃຫ້ຮູ້ວ່າ:

     “ຂ້າພະເຈົ້າປະກອບອາຊີບນີ້ໄດ້ 14 ປີແລ້ວ. ພວກຂ້າພະເຈົ້າຜະລິດມີດທຸກຊະນິດຄືກ່ຽວ, ພ້າ, ເລື່ອຍ, ສິ່ວ... ເມື່ອເຮັດກໍ່ລຳບາກທີ່ສຸດຕ້ອງເລືອກຊື້ສະປິງລົດ,ແລ້ວນຳໄປເຜົາດ້ວຍໄຟຈົນແດງແລ້ວຕັດເຄິ່ງແລະຕີເປັນຮູບ, ຜູ້ໃດເຮັດເກັ່ງກໍ່ສາມາດເຮັດມີດໄດ້ 4 ອັນຕໍ່ວັນ.”

          ໝູ່ບ້ານ ຟຸກແຊນບໍ່ມີຫໍບູຊາຜູ້ກໍ່ຕັ້ງອາຊີບ, ແຕ່ນາຍຊ່າງພຽງບູຊາຜູ້ກໍ່ຕັ້ງອາຊີບຕີເຫຼັກໃນວັນເພງເດືອນ 7 ແລະໃນໂອກາດບຸນເຕັດຫວຽດນາມ. ຕ້ອນເຊົ້າວັນທີ 1 ບຸນເຕັດຄອບຄົວຈະເຮັດພາເຂົ້າໄຫວ້ບູຊາບັນພະບູລຸດແລະຜູ້ກໍ່ຕັ້ງອາຊີບ. ເຄື່ອງຖວາຍບູຊາລວມມີໄກ່ໂຕໜຶ່ງ,ຊີ້ນໝູ 1 ກິໂລກາມ, ບັ໊ນໄຢ່ໜຶ່ງຄູ່, ເຂົ້າໜົມ 10 ຫໍ່ ພ້ອມກັບເຫຼົ້າຂາວ... ຮອດວັນເພງເດືອນ 7 ພິທີໄຫວ້ບູຊາຜູ້ກໍ່ຕັ້ງອາຊິບຕີເຫຼັກກໍ່ຖືກຈັດຂຶ້ນ ພາຍຫຼັງເຮັດພາເຂົ້າໄຫວ້ບູຊາບັນພະບູລຸດແລະໄຫວ້ບູຊາເຈົ້າຖິ່ນເຈົ້າຖານຂອງໝູ່ບ້ານ. ລຸງລອງວັນຈ໊ຽນ ຢູ່ຕາແສງຟຸກແຊນແບ່ງປັນວ່າ:

       “ໄວໜຸ່ມໃນໝູ່ບ້ານກໍ່ມີຫຼາຍຄົນ ປະກອບອາຊີບຕີເຫຼັກ. ເພື່ອປະກອບອາຊີບຕີເຫຼັກໄດ້ເປັນຢ່າງດີນັ້ນ ກໍ່ຕ້ອງມີຄວາມຮັກອາຊີບ ເພື່ອສືບຕໍ່ອະນຸລັກແລະຮັກສາອາຊີບຕີເຫຼັກທີ່ມີມາແຕ່ດົນນານນີ້”.

       ເມື່ອມີໂອກາດໄປຮອດໝູ່ບ້ານອາຊີບຟຸກແຊນ ແຂກທ່ອງທ່ຽວຈະມີໂອກາດໄດ້ຊີມບັນດາເຍື່ອງອາຫານພື້ນເມືອງຂອງຊາວທ້ອງຖິ່ນ ໃນນັ້ນຕ້ອງເວົ້າເຖິງ ເຂົ້າຫຼາມ, ເປັດປິ່ນ, ໝູປິ່ນ ແລະຊີ້ນຢ້າງໄຟ. ອາຫານແຕ່ລະເຍື່ອງກໍ່ລ້ວນແຕ່ມີລົດຊາດພິເສດສະເພາະຂອງເຂດພູຜາປ່າໄມ້.ນອກຈາກນັ້ນແລ້ວແຂກທ່ອງທ່ຽວຍັງໄດ້ຮັບຊົມການສະແດງທຳນອງເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່ານຸ່ງ. ແນ່ນອນວ່ານີ້ຈະເປັນອະນຸສອນຍາກທີ່ຈະລືມໄດ້ຖ້າຫາກມີໂອກາດແວ່ຢາມໝູ່ບ້ານອາຊີບຕີເຫຼັກຟຸກແຊນ.

ຕອບກັບ

ຂ່າວ/ບົດ​ອື່ນ