ລາຍການທ່ອງທ່ຽວຮັບຊົມທິວທັດຢູ່ ຮ່າໂນ້ຍຈາກລົດບັດສອງຊັ້ນ

(VOVWORLD) -ໃນຊຸມມື້ທ້າຍອາທິດຫຼືໃນໂອກາດວັນບຸນຕ່າງໆ ບັນດາບໍລິເວນລະຫຼິ້ນບັນເທີງຢູ່ ຮ່າໂນ້ຍ ຄືສວນສາທາລະນະຄຸ້ມຖະໜົນຍ່າງໄດ້ດຶງດູດປະຊາຊົນນັບໝື່ນເທື່ອຄົນມາລະຫຼິ້ນມ່ວນຊື່ນແລະທັດສະນະສຶກສາພ້ອມກັບຄອບຄົວໃນນັ້ນມີການເຄື່ອນໄຫວຮັບຊົມທິວທັດດ້ວຍລົດບັດສອງຊັ້ນເພື່ອຄົ້ນຫາຮ່າໂນ້ຍໄດ້ດຶງດູດແຂກທ່ອງທ່ຽວມາຈາກສາລະທິດຢ່າງຫຼວງຫຼາຍ
ລາຍການທ່ອງທ່ຽວຮັບຊົມທິວທັດຢູ່ ຮ່າໂນ້ຍຈາກລົດບັດສອງຊັ້ນ - ảnh 1ການເຄື່ອນໄຫວຮັບຊົມທິວທັດດ້ວຍລົດບັດສອງຊັ້ນເພື່ອຄົ້ນຫາຮ່າໂນ້ຍໄດ້ດຶງດູດແຂກທ່ອງທ່ຽວມາຈາກສາລະທິດຢ່າງຫຼວງຫຼາຍ

      ຮ່າໂນ້ຍໃນຊຸມມື້ທຳອິດຂອງຊຸມວັນພັກການເພື່ອຕ້ອນຮັບພິທີໄຫ້ວບູຊາບັນພະບູລຸດໃນໂອກາດອາທິດຕົ້ນເດືອນເມສາປີ 2022 ອາກາດດີພໍສົມຄວນເຮັດ ໃຫ້ແຂກທ່ອງທ່ຽວເພີ່ມຄວາມລະເລີງເພື່ອເຂົ້າຮ່ວມຄົ້ນຫາຮ່າໂນ້ຍດ້ວຍລົດບັດສອງຊັ້ນ. ໂດຍໄດ້ມາທັດສະນະສຶກສາຮ່າໂນ້ຍເປັນຫຼາຍຄັ້ງມາແລ້ວແຕ່ນີ້ກໍ່ເປັນຄັ້ງທຳອິດທີ່ແຂກທ່ອງທ່ຽວຈຳນວນໜຶ່ງໄດ້ເລືອກເອົາການທ່ຽວຊົມທິວທັດນະຄອນດ້ວຍລົດບັດສອງຊັ້ນ ແລະທັດສະນະສຶກສາບັນດາສະຖານທີ່ທີ່ລືຊື່ໃນຮ່າໂນ້ຍຄືສຸສານປະທານໂຮ່ຈີມິນພະລາດສະວັງທັງລອງ, ວັດເຈິ໊ນກວັກ, ວັນໝຽວກວັກຕື່ຢ໊າມ, ໂບດໃຫຍ່ ຮ່າໂນ້ຍ... ແຂກທ່ອງທ່ຽວບາງຄົນໃຫ້ຮູ້ວ່າ:

      “ນ້ອງຢູ່ ໄຊງ່ອນຫາກໍ່ມານີ້ ນ້ອງເຫັນວ່າຮ່າໂນ້ຍງາມທີ່ສຸດມີລັກສະນະເກົ່າແກ່ແລະມີຕົ້ນໄມ້ຂຽວຢ່າງຫຼວງຫຼາຍ.ການບໍລິການລົດບັດສອງຊັ້ນນ້ອງກໍ່ເຄີຍໄດ້ຊົມໃຊ້ໃນຕອນແລງຢູ່ ໄຊງ່ອນ, ສ່ວນຢູ່ ຮ່າໂນ້ຍກໍ່ໄດ້ໄປໃນຍາມຕອນເຊົ້າແລະນີ້ແມ່ນການຄົ້ນຫາທີ່ໃໝ່ອ່ຽມ”.

      “ນ້ອງຢືນຢູ່ຊັ້ນໜຶ່ງຮູ້ສຶກທຳມະດາຄືດັ່ງເຮົາຂັບລົດຕ່າງໆ ບົນເສັ້ນທາງ, ແຕ່ເມື່ອນັ່ງຢູ່ຊັ້ນສອງກໍ່ເຫັນວ່າມີຄວາມແຕກຕ່າງກັນທີ່ສຸດຍ້ອນວ່າເຮົາໄດ້ຊົມເບິ່ງທິວທັດຈາກບ່ອນສູງແມ່ນງາມອີຫຼີ”.

       ໂດຍໄດ້ກັບຄືນຢ້ຽມຢາມຮ່າໂນ້ຍພາຍຫຼັງຮຽນຢູ່ຕ່າງປະເທດເປັນເວລາຫຼາຍປີ, ນາງຫງວຽນດານເລ ຊາວຫວຽດນາມອາໄສຢູ່ອົດສະຕາລີຫວັງວ່າການທ່ອງທ່ຽວຮ່າໂນ້ຍຈະມີບັນດາຮູບການທ່ອງທ່ຽວໃໝ່ຕື່ມອີກຄືລົດບັດສອງຊັ້ນ ກໍ່ຄືຂໍ່ມູນຂ່າວສານຈະມີຫຼາຍກວ່າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ເພື່ອໃຫ້ປະຊາຊົນໄດ້ຄົ້ນຫາຮ່າໂນ້ຍເຊິ່ງແມ່ນຫົວໃຈຂອງທົ່ວປະເທດ. ນາງຫງວຽນດານເລໃຫ້ຮູ້ວ່າ:

    “ເຮົາເອງກໍ່ໄດ້ໄປທ່ອງທ່ຽວຢູ່ຫຼາຍປະເທດເອີລົບແຕ່ສຳລັບຮ່າໂນ້ຍກໍ່ຄວນມີຂໍ້ມູນຂ່າວສານຫຼາຍກວ່າເພື່ອໃຫ້ແຂກທ່ອງທ່ຽໄດ້ຄົ້ນຫາຢູ່ຫຼາຍ່ອນ. ອິນເຕີເນັດກໍ່ແມ່ນເຄື່ອງມືເພື່ອຄົ້ນຫາຂໍ້ມູນຂ່າວສານກ່ຽວກັບທ່ອງທ່ຽວຮ່າໂນ້ຍ, ແຕ່ຖ້າຫາກມີຂໍ້ມູນຂ່າວສານຫຼາຍເກີນໄປ ກໍ່ພາໃຫ້ແຂກທ່ອງທ່ຽວບໍ່ຮູ້ວ່າອັນໃດເປັນຂໍ້ມູນຂ່າວສານທີ່ເປັນໜ້າໄວ້ວາງໃຈ ເພື່ອເລືອກເອົາການບໍລິການ ແລະ ສະຖານທີ່ຢ້ຽມຊົມ”.

      ເພື່ອຮັບປະກັນການປ້ອງກັນ ແລະ ຕ້ານໂລກລະບາດໃນລົດບັດແຕ່ລະຖ້ຽວ ແຂກທ່ອງທ່ຽວກໍ່ລ້ວນແຕ່ໄດ້ຮັບການແນະນຳລະອຽດກ່ຽວກັບການເດີນທາງແລະບັນດາສະຖານທີ່ຢ້ຽມຊົມ ກໍ່ຄືປະຕິບັດການກ່າວເຕືອນ 5 ປະການຂອງຂະແໜງສາທາລະນະສຸກ. ອ້າຍ ໂດ໊ວຽດຊວັນ ສັງກັດບໍລິສັດຮຸ້ມສ່ວນທ່ຽວຊົມທິວທັດຫວຽດນາມເປີດເຜີຍວ່າ:

      “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດເມື່ອສິ້ນສຸດການເດີນທາງດ້ວຍລົດຖ້ຽວໜຶ່ງເມື່ອເຫັນແຂກຜູ້ໂດຍສານຍິ້ມຫົວນັ້ນ ເຮົາກໍ່ຮູ້ສືກພູມໃຈນຳ. ແຂກທ່ອງທ່ຽວໄດ້ຄົ້ນຫາທິວທັດທຳມະຊາດຢູ່ ຮ່າໂນ້ຍ ເຊິ່ງເປັນແຫ່ງມີຄວາມງາມລຶກລັບມະຫັດສະຈັນ.”

       ເມື່ອໄດ້ຄົ້ນຫາຮ່າໂນ້ຍເຊິ່ງແມ່ນນະຄອນຫຼວງແຫ່ງອະລິຍະທຳນັບພັນປີບໍ່ພຽງຊ່ວຍແຂກທ່ອງທ່ຽວມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບຈຸດວັດທະນະທຳບັນດາສະຖານທີ່ປະຫວັດສາດ, ຊາວ ຮ່າໂນ້ຍເທົ່ານັ້ນຫາກຍັງໄດ້ສ້າງຄວາມປະທັບໃຈກ່ຽວກັບຈິດໃຈຮັກແພງແຂກຄົນຂອງຊາວນະຄອນຫຼວງເຊິ່ງເປັນການດຶງດູດໃຈແຂກທ່ອງທ່ຽວເມື່ອມີໂອກາດກັບຄືນຢາມຮ່າໂນ້ຍໃນແຕ່ລະເທື່ອ. ນາງ ຫງວຽນແອັງດ່າວ ຫົວໜ້າພະແນກທຸລະກິດ ບໍລິສັດຮຸ້ນສ່ວນທ່ຽວຊົມທິວທັດຫວຽດນາມມີຄວາມຫວັງວ່າ:

      “ໃນໂອກາດພິທີໄຫ້ວບູຊາເຈົົ້າຊີວິດຮຸ່ງກໍ່ແມ່ນຊ່ວງເວລາທີ່ ຮ່າໂນ້ຍເປີດຄຸ້ມຖະໜົນຍ່າງຄືນໃໝ່ກໍ່ຄືຫວຽດນາມເປີດບໍລິການທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ. ນອກຈາກແຂກທ່ອງທ່ຽວຢູ່ພາຍໃນກໍ່ມີຫຼາຍພໍສົມຄວນນັ້ນ ທາງບໍລິສັດກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ ຮ່າໂນ້ຍຫຼາຍພໍສົມຄວນ”.

      ການທ່ອງທ່ຽວຮ່າໂນ້ຍພວມຟື້ນຕົວຄືນດ້ວຍບັນດາຖ້ຽວລົດບັດເພື່ອຄົ້ນຫາຄວາມງາມຢູ່ຕາມຄຸ້ມຖະໜົນທີ່ ຮ່າໂນ້ຍເພື່ອໃຫ້ແຂກທ່ອງທ່ຽວມາຈາກສາລະທິດຄຳນຶງເຖິງສິ່ງທີ່ລຽບງ່າຍ, ຄວາມງາມລຶກລັບມະຫັດສະຈັນຢູ່ໜອງ               ໂຮ່ເຕິຍ ຫຼືໃບໜ້າຍິ້ມແຍ້ມແຈ່ມໃສຂອງພວກແມ່ປ້າຂາຍນ້ຳຊາຢູ່ຕາມຮ້ານແຄມທາງ.

ຕອບກັບ

ຂ່າວ/ບົດ​ອື່ນ