ວັດເຕິນແທັງ - ຫຼັກໝາຍແຫ່ງຈິດວິນຍານຢູ່ເຂດຊາຍແດນທາງທິດເໜືອ.

(VOVWORLD) -ໂດຍຖືກຕັ້ງຢູ່ມໍ່ກັບດ່ານຊາຍແດນເຕິນແທັງທີ່ເມືອງວັນຫຼາງແຂວງຫຼ້າງເຊີນ, ວັດເຕິນແທັງ ມີຄວາມງາມທີ່ເປັນເອກະລັກຂອງສະຖາປັດຕະຍະກຳຂອງ ຫວຽດນາມ. ວັດນີ້ບໍ່ພຽງແຕ່ແມ່ນສະຖານທີ່ຕອບສະໜອງຊີວິດທາງດ້ານຈິດວິນຍານຮັບໃຊ້ຄວາມຕ້ອງການທາງດ້ານການເຫຼື້ອມໃສສາສະໜາຂອງຊາວທ້ອງຖິ່ນເທົ່ານັ້ນຫາກຍັງມີຄວາມໝາຍຢ່າງໃຫຍ່ຫຼວງໃນການຢັ້ງຢືນອະທິປະໄຕຜືນແຜ່ນດິນຂອງປະເທດຊາດອີກດ້ວຍ.
ວັດເຕິນແທັງ - ຫຼັກໝາຍແຫ່ງຈິດວິນຍານຢູ່ເຂດຊາຍແດນທາງທິດເໜືອ. - ảnh 1ວັດເຕິນແທັງ ມີຄວາມເປັນເອກະລັກຂອງສະຖາປັດຕະຍະກຳ ຫວຽດ

     ຢູ່ທຸກແຖບຖິ່ນໃນທົ່ວປະເທດຫວຽດນາມ ຈາກເຂດຊາຍແດນຕະຫຼອດຮອດເຂດໝູ່ເກາະທະເລທີ່ຫ່າງໄກ ຢູ່ບ່ອນໃດກໍ່ມີວັດດ້ວຍສະຖາປັດຕະຍະກຳຂອງຫວຽດນາມສະແດງໃຫ້ເຫັນພື້ນຖານວັດທະນະທຳຂອງປະເທດຊາດແລະຄວາມຄາດຫວັງມຸ່ງໄປສູ່ຄວາມສຸດຈະລິດ ຄວາມເມດຕາປານີຕາມຈິດໃຈສາສະໜາພຸດຮັກຫອມສັນຕິພາບຂອງປະຊາຊົນຫວຽດນາມ, ວັດເຕິນແທັງ ໄດ້ຮັບການສ້າງຂຶ້ນເປັນຮູບປະທຳຈາກເນື້ອໃນຈິດໃຈດັ່ງກ່າວ. ວັດເຕິນແທັງໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2015 ເຊິ່ງລວມມີສາມເຂດຄືຫໍບູຊາໃຫຍ່, ຫໍບູຊາພະອໍລະຫັນດຶກແທັ໊ງເຈິ່ນ, ຫໍບູຊາພະແມ່ ແທັ໊ງເໝົາແລະ ຕາມກວນ. ໃນບໍລິເວນວັດກໍ່ມີຮູບປັ້ນກວ່າ 100 ຮູບແລະຕົ້ນໄມ້ປະມານ 1.000 ຕົ້ນໃນນັ້ນເກືອບເຄິ່ງໜຶ່ງກໍ່ແມ່ນຕົ້ນດອກຄາຍທີ່ພາກັນບານສະພັ່ງຢ່າງສວຍງາມເມື່ອລະດູບານໃໝ່ວຽນໃນແຕ່ລະຄັ້ງ. ໂດຍຖືກປຸກສ້າງຕາມທິດຕາເວັນອອກສຽງເໜືອຕາເວັນຕົກສຽງໃຕ້,  ວັດເຕິນແທັງ ຖືກຕັ້ງບົນທີ້ດິນທີ່ສວຍງາມດ້ວຍເບື້ອງຊາຍມີພູຮູບມັງກອນເຝົ້າ, ເບື້ອງຂວາແມ່ນພູທີ່ມີຮູບໂຕຊ້າງ, ຢູ່ທາງຫຼັງກໍ່ມີພູເບິ່ງບຽບເໝືອນບັງລັງແກະຄວັດສະຫຼັກມັງກອນ... ວັດເຕິນແທັງໄດ້ຮັບການປຸກສ້າງບົນພື້ນທີ່ດິນສູງ ມຸ່ງໜ້າສູ່ດ່ານຊາຍເຕິນແທັງແລະຫ່າງຈາກເສັ້ນຊາຍແດນປະມານພຽງ 300 ແມັດ. ນາງຫງວຽນແຮັ້ງຈາງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍເປີດເຜີຍວ່າ:

     “ສິ່ງທຳອິດທີ່ຂ້າພະເຈົ້າໄດ້ເຫັນເມື່ອມາຍາມວັດນີ້ ແມ່ນບັນຍາກາດປອດໂປ່ງທັງຂຽວທັງສະອາດແລະສວຍງາມ. ເປັນໜ້າຈັບໃຈກວ່າໝູ່ແມ່ນວັດນີ້ຕັ້ງມໍ່ກັບຕະຫຼາດເຕິນແທັງແລະເສັ້ນຊາຍແດນລະຫວ່າງຫວຽດນາມແລະຈີນ. ຂ້າພະເຈົ້າພ້ອມດ້ວຍຄອບຄົວໄດ້ມານີ້ເພື່ອທັດສະນະສຶກສາຊອກຮູ້ໄດ້ຫຼາຍຢ່າງ”.

       ປະຕູໂຂງຂອງວັດເຕິນແທັງມີສາມຫຼັງຄາຖືກມຸງດ້ວຍດິນຂໍ ເທິງຫຼັງຄາກໍ່ມີຮູບປັ້ນມັງກອນເຊິ່ງເປັນສິ່ງທີ່ເປັນເອກະລັກສະເພາະຂອງບັນດາວັດວາອາຮາມຫວຽດນາມ. ມາຢ້ຽມຊົມ ໄຫວ້ບູຊາຢູ່ວັດ ແຂກທ່ອງທ່ຽວກໍ່ລ້ວນແຕ່ເຫັນວ່າຢູ່ແຫ່ງນີ້ ກໍ່ມີຫຼາຍຈຸດທີ່ພົ້ນເດັ່ນຈາກສະຖາປັດຕະຍາກຳຂອງຫວຽດນາມທີ່ເປັນ ເອກະລັກປະສົມກົມກຽວກັບທັດຊະນີຍະພາບ, ວິທີປະດັບປະດາ, ວິທີຈັດວາງບັນດາເຂດບູຊາ... ພິເສດຍັງມີບັນດາແຜ່ນຄຳກອນຄຳພະຫຍາໃນວັດ. ກ້າວເຂົ້າໄປວັດ ຢູ່ເບື້ອງຂວາຂອງວັດແມ່ນວິຫານບູຊາເຈົ້າເສນາປົກປັກຮັກສາເຂດຊາຍແດນເຊິ່ງແມ່ນບ່ອນໄຫວ້ບູຊາອາໄລຫາຄຸນງາມຄວາມດີຂອງບັນດານັກວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາຜືນແຜ່ນດິນຂອງປະເທດຊາດ. ພະອາຈານ ທິກບ໋ານຈຸງ ຜູ້ຄຸ້ມຄອງຢູ່ວັດເຕິນແທັງໃຫ້ຮູ້ວ່າ:

    “ພວກອັດຕະມາເຫັນວ່າການດຳລົງຊີວິດຢູ່ທີ່ນີ້ມີຄວາມສະຫງົບສຸກທີ່ສຸດ, ໂດຍແມ່ນວັດໜຶ່ງຕັ້ງຢູ່ຊາຍແດນຕອນເໜືອສຸດຂອງປະເທດຊາດ, ແຕ່ລະວັນກໍ່ໄດ້ສວດມົນ ພາວະນາໃຫ້ປະເທດຊາດມີສັນຕິພາບ ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ໃນຈິດໃຈຂອງອັດຕະມາ ກໍ່ຮູ້ສຶກວ່າ ນີ້ແມ່ນວັດທີ່ເໝາະສົມກັບການເຫຼືອມໃສສາສະໜາ ອັນໄດ້ນຳຄວາມຢູ່ເຢັນເປັນສຸກມາໃຫ້ທຸກໆຄົນເມື່ອມາວັດນີ້”.

     ພະອາຈານໃຫຍ່ ທິກກວ໋າງຈວ່ຽນ ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມແຂວງຫຼ້າງເຊີນ ເຈົ້າອະທິການວັດເຕິນແທັງໃຫ້ຮູ້ວ່າ: ວັດເຕິນແທັງມີຈຸດພິເສດສະເພາະ ນັ້ນແມ່ນດິນຈີ່ແຕ່ລະກ້ອນກໍ່ລ້ວນແຕ່ມີແຖວຕົວໜັງສື “ສາທາລະນະລັດ ສັງຄົມນິຍົມຫວຽດນາມ”  ເຊິ່ງເປັນການຢັ້ງຢືນວັດນີ້ບໍ່ພຽງແຕ່ແມ່ນສະຖານທີ່ແຫ່ງຈິດວິນຍານ, ວັດທະນະທຳເທົ່ານັ້ນຫາກຍັງແມ່ນຫຼັກໝາຍຢັ້ງຢືນອະທິປະໄຕຢູ່ເຂດຊາຍແດນຂອງປະເທດຊາດອີກດ້ວຍ. ພະອາຈານໃຫຍ່ທິກກວ໋າງຈວ່ຽນໃຫ້ຮູ້ວ່າ:

   “ເມື່ອກໍ່ສ້າງວັດນີ້ ອັດຕະມາເປັນຜູ້ອອກແບບແລະໄດ້ມີແນວຄວາມຄິດວ່າດິນຈີ່ທຸກໆກ້ອນລ້ວນແຕ່ຖືກຫຼໍ່ແຖວຕົວໜັງສື“ສາທາລະນະລັດສັງຄົມນິຍົມຫວຽດນາມ - ພສ 2559 ດຳເນີນກໍ່ສ້າງວັດເຕິນແທັງ”. ນີ້ແມ່ນຫຼັກໝາຍວັດທະນະທຳຢັ້ງຢືນອະທິປະໄຕສະແດງໃຫ້ເຫັນພື້ນຖານວັດທະນະທຳຂອງຊາດຫວຽດນາມເຊິ່ງບໍ່ມີຫຍັງອາດຈະເຮັດໃຫ້ປ່ຽນແປງໄດ້”.

     ດ້ວຍຄວາມງາມອັນສະຫງ່າ ພ້ອມກັບສະຖາປັດຕະຍາກຳຂອງຫວຽດນາມ, ວັດເຕິນແທັງ ໄດ້ເຮັດໃຫ້ແຂກທ່ອງທ່ຽວຢາກແວ່ຢາມວັດແລະຢ້ຽມຊົມຄວາມງາມຂອງວັດ ຢູ່ເຂດຊາຍແດນຂອງປະເທດຊາດ ມີຄວາມຫວັງຢາກຈູດທູບໄຕ້ທຽນ ພາວະນາ ໃຫ້ປະຊາດມີສັນຕິພາບປະຊາຊົນມີຄວາມຢູ່ເຢັນເປັນສຸກ, ເຂດຊາຍແດນມີຄວາມສະຫງົບ ແລະ ອຸດົມຮັ່ງມີເຂັ້ມແຂງ. 

ຕອບກັບ

ຂ່າວ/ບົດ​ອື່ນ