ວິຫານບູຊາສອງຜົວເມຍລຸງໂດ໊ກົງເຕື່ອງ-ປູຊະນີຍະສະຖານລະດັບຊາດ

(VOVWORLD) -ວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ ທີ່ເຮືອນເລກທີ 64 ຖະໜົນ ເລເລີ້ຍ ຕາແສງ ສອງ ນະຄອນກາວແຫຼັ໊ງ ແມ່ນປູຊະນີຍະສະຖານທີ່ມີບັນດາຄຸນຄ່າທາງດ້ານສິລະປະ ແລະ ຈິດໃຈສຳລັບຊາວນະຄອນກາວແຫຼັ໊ງ ແຂວງ ດົ່ງທາບ. ວັນທີ 8 ກໍລະກົດ ປີ 2019, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ອອກໃບຢັ້ງຢືນ ວິຫານບູຊາ ແລະ ສຸສານຂອງສອງຜົວເມຍ ໂດ້ກົງເຕື່ອງ ແມ່ນປູຊະນີຍະສະຖານລະດັບຊາດ
ວິຫານບູຊາສອງຜົວເມຍລຸງໂດ໊ກົງເຕື່ອງ-ປູຊະນີຍະສະຖານລະດັບຊາດ - ảnh 1 ວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ

ຕາມປຶ້ມບັນທຶກປະຫວັດສາດແລ້ວ ໃນສະໄໝເຈົ້າຊີວິດ ຢາລອງ (1762 - 1820) ລຸງ ໂດ້ກົງເຕື່ອງ ພ້ອມກັບພັນລະຍາ ຈາກຄຸ້ມເມືອງເກົ່າ ໂຮ້ຍອານ ມາສ້າງອາຊີບຢູ່ບ້ານ ໝີຈ່າ ເພື່ອບຸກເບີກພື້ນທີ່, ທຳການປູກຝັງ, ໃນເວລາບໍ່ດົນປານໃດ ລາວໄດ້ຮັ່ງມີຍ້ອນແຫຼ່ງລາຍຮັບຈາກສວນໝາກກ້ຽງນ້ອຍ. ສວນໝາກກ້ຽງນ້ອຍຂອງລຸງ ໂດ໊ກົງເຕື່ອງ ແມ່ນກວ້າງຂວາງ ເຢັນສະບາຍ ມີຄວາມສະດວກນັບທັງທາງນ້ຳ ແລະ ທາງບົກ ດັ່ງນັ້ນປະຊາຊົນໄດ້ເຕົ້າໂຮມກັນມານີ້ຄ້າຂາຍ ແລະ ໄດ້ຄ່ອຍໆກາຍເປັນຕະຫຼາດ, ປັດຈຸບັນຢູ່ນີ້ ແມ່ນຕະຫຼາດນະຄອນ ກາວແຫຼັ໊ງ. ເມື່ອເຫັນລຸງມີນິດໄສຊື່ຕົງ, ພັດກຳແໜ້ນກົດລະບຽບຂອງໝູ່ບ້ານ ດັ່ງນັ້ນປະຊາຊົນໄດ້ແຕ່ງຕັ້ງລຸງເປັນຜູ້ແກ້ໄຂບັນດາກໍລະນີຂັດແຍ່ງກັນໃນບ້ານ.  ລຸງ ໂດ້ກວາງເຕື່ອງ ແມ່ນຜູ້ທີ່ມີຄຸນງາມຄວາມດີ ປະກອບສ່ວນເຮັດໃຫ້ເສດຖະກິດ ຢູ່ເຂດນີ້ມີຄວາມຈະເລີນຮຸ່ງເຮືອງ. ໃນປີ 1820 ໂລກອະຫິວາ ໄດ້ຄຸກຄາມຢູ່ແຫ່ງນີ້ຮ້າຍແຮງທີ່ສຸດ, ສອງຜົວເມຍລຸງ ໂດ້ກົງເຕື່ອງ ໄດ້ເສຍສະຫຼະຊີວິດຂອງຕົນ ເພື່ອກອບກູ້ເອົາຊີວິດຂອງປະຊາຊົນ ໃຫ້ຫຼຸດພົ້ນອອກຈາກໂລກອະຫິວາ. ຈາກນັ້ນຊາວບ້ານກໍ່ໄດ້ປຸກສ້າງວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ. ທ່ານ ເລວັນນັງ ຫົວໜ້າໜ່ວຍຊຸມຊົນ 58, ຖະໜົນ ເລເລີ້ຍ, ນະຄອນກາວແຫຼັ໊ງ ເລົ່າສູ່ຟັງວ່າ:

       “ເມື່ອກ່ອນນີ້ປະຊາຊົນຢູ່ທີ່ນີ້ ຖືກຕິດໂລກອະຫິວາ ອັນໄດ້ເຮັດ ໃຫ້ຫຼາຍຄົນຖືກເສຍຊີວິດ. ເມື່ອເຫັນເຫດການນີ້, ສອງຜົວເມຍລຸງ ໂດ໊ກົງເຕື່ອງ ໄດ້ຕັ້ງແຖ່ນບູຊາເພື່ອໄຫວ້ບູຊາພະພຸດທະເຈົ້າ ແລະ ເທວະດາຟ້າແຖນ ເພື່ອໃຫ້ໂລກລະບາດຫາຍໄປ, ສອງຜົວເມຍລຸງ ເຕື່ອງ ກໍ່ໄດ້ໝັ້ນໝາຍຂໍຕາຍແທນ. ເມື່ອໄຫວ້ບູຊາແລ້ວ ສອງຜົວເມຍລຸງກໍ່ໄດ້ເສຍຊີວິດ ແລະ ໂລກພະຍາດກໍ່ໄດ້ຫາຍໄປ. ເມື່ອກ່ອນນີ້ສອງຜົວເມຍລຸງ ເຕື່ອງ ກໍ່ໄດ້ຊ່ວຍເຫຼືອຜູ້ທຸກຍາກຢ່າງ ຫຼວງຫຼາຍ ແລະ ໄດ້ປຸງແຕ່ງເຂົ້າກຸສົນໃຫ້ແກ່ຊາວບ້ານ. ປີນີ້ນະຄອນ ກາວແຫຼັ໊ງ ໄດ້ຈັດຕັ້ງສະເຫຼີມສະຫຼອງ 199 ປີ ແຫ່ງວັນເຖິງແກ່ມໍລະນະກຳຂອງສອງຜົວເມຍລຸງ ເຕື່ອງ”.

       ວິຫານ ແລະ ສຸສານຂອງສອງຜົວເມຍລຸງ ໂດ໊ກົງເຕື່ອງ ແມ່ນກຸ່ມສະຖາປັດຕະຍາກຳ ເຊິ່ງລວມມີວິຫານບູຊາ, ເຮືອນຮັບແຂກ, ສຸສານທີ່ໃຫຍ່ໂຕ ຖືກແກະຄວັດສະຫຼັກຕາມແບບສະຖາປັດຕະຍາກຳ ສະໄໝລາດຊະວົງ ຫວຽນ. ວິຫານຖືກກໍ່ສ້າງຕາມການອອກແບບພື້ນເມືອງ, ຫຼັງຄາຂອງວິຫານຖືກມຸງດ້ວຍດິນຂໍ, ລະບົບເສົາກໍ່ລ້ວນແຕ່ແຂວນຄຳກອນບັນທຶກຄວາມສັດທາ ຂອງສອງຜົວເມຍລຸງ ເຕື່ອງ. ສະເພາະຫ້ອງບູຊາສອງຜົວເມຍລຸງ ໂດ້ກົງເຕື່ອງ ແມ່ນມີຮູບແກະຄວັດສະຫຼັກສັດທີ່ສັກສິດ 4 ໂຕ, ມີຮູບແກະຄວັດສະຫຼັກມັງກອນ 2 ໂຕເຝົ້າພະຈັນ ແລະ ບັນດາລວດລາຍທີ່ລະອຽດອ່ອນ. ທ່ານ ຫຼີວັນແຕ່ວ ສັງກັດຄະນະຄຸ້ມຄອງປູຊະນີຍະສະຖານ ວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ ໃຫ້ຮູ້ວ່າ:

      “ວິຫານມີ 3 ຫ້ອງ, ຫ້ອງທາງໜ້າແມ່ນບູຊາເທວະດາຟ້າແຖນ, ຫ້ອງຢູ່ເຄິ່ງກາງແມ່ນບູຊາບັນດາຜູ້ມີຍົດສັກຕຳແໜ່ງ, ຫ້ອງທາງຫຼັງແມ່ນບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ. ສຳລັບມື້ໄຫວ້ບູຊາສອງຜົວເມຍລຸງ ເຕື່ອງ ແມ່ນຈັດຂຶ້ນແຕ່ວັນທີ 8 ຫາວັນທີ 10 ເດືອນ 6 ໄລ່ຕາມຈັນທະປະຕິທິນ, ໃນນັ້ນວັນສຳຄັນແມ່ນວັນທີ 10 ເດືອນ 6. ວັນທີ 8 ເດືອນ 6 ແມ່ນວັນແຫ່ຮູບປັ້ນຂອງສອງຜົວເມຍລຸງ, ຕອນຄ່ຳວັນທີ 8 ເດືອນ 6  ແລະ ຕອນຄ່ຳວັນທີ 9 ເດືອນ 6 ແມ່ນທຳພິທີບູຊາ. ຕອນເຊົ້າວັນທີ 10 ເດືອນ 6 ແມ່ນເຊື້ອເຊີນບັນດາຜູ້ມີຍົດສັກຕຳແໜ່ງ ແລະ ແຂກຄົນທັງຫຼາຍມາຮ່ວມ. ສ່ວນຂັ້ນຕອນຈັດບຸນແມ່ນມີການຕີໄກ່, ຟ້ອນສິງໂຕ, ຂັບເດີນກາຕ່າຍຕື໋…”.

      ງານບຸນວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ ທີ່ຖືກຈັດຂຶ້ນໃນໂອກາດວັນໄຫວ້ບູຊາຂອງສອງຜົວເມຍລຸງ ແມ່ນງານບຸນທີ່ເປັນສັນຍາລັກໃຫ້ແກ່ຫຼັກ ສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນໆ ທີ່ໄດ້ມີຄຸນງາມຄວາມດີກັບປະເທດຊາດ. ງານບຸນໄດ້ກາຍເປັນ ການດຳເນີນຊີວິດວັດທະນະທຳແຫ່ງຈິດວິນຍານທີ່ຂາດບໍ່ໄດ້ໃນຊີວິດ ຂອງຊາວນະຄອນກາວແຫຼັ໊ງ ເວົ້າສະເພາະ ແລະ ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາ ເວົ້າລວມ. ທ່ານ ຟານງອກໂຮ່ ຢູ່ນະຄອນກາວແຫຼັ໊ງ ໃຫ້ຮູ້ວ່າ:

      “ແຂກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນກາວແຫຼັ໊ງ ກໍ່ເຄີຍເຂົ້າມາຢ້ຽມຊົມທັດສະນະສຶກສາ ຢູ່ບັນດາປູຊະນີຍະສະຖານ, ທິວທັດທຳມະຊາດຄື ເຂດທ່ອງທ່ຽວ ແຊ໋ວກິດ, ເຂດທ່ອງທ່ຽວກ໊າວຢົ່ງ, ວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ… ໂດຍແມ່ນຜູ້ໜຶ່ງທີ່ດຳລົງຊີວິດຢູ່ແຫ່ງນີ້ ຂ້າພະເຈົ້າກໍ່ມີຄວາມຫວັງ ຢາກປະກອບສ່ວນສ້າງສາບ້ານເກີດເມືອງນອນ ເພື່ອໃຫ້ນະຄອນກາວແຫຼັ໊ງ ນັບມື້ນັບຮັ່ງມີສວຍງາມ ແລະ ເຂັ້ມແຂງກວ່າເກົ່າ”.

         ວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ ໃນປັດຈຸບັນຖືກຕັ້ງຢູ່ໃຈກາງ ນະຄອນ ກາວແຫຼັ໊ງ, ມີເນື້ອທີ່ກວ້າງໃຫຍ່, ດັ່ງນັ້ນມີຄວາມສະດວກສະບາຍທີ່ສຸດສຳລັບທຸກໆຄົນ ເມື່ອມາຢ້ຽມຢາມໄຫວ້ບູຊາ. ນີ້ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ໃນແຂວງ ດົ່ງທາບ.

ຕອບກັບ

ຂ່າວ/ບົດ​ອື່ນ