ສະຖາປັດຕະຍະກຳທີ່ໂດດເດັ່ນຂອງ ວັດບຸດທາບ ຢູ່ແຂວງ ບັກນິງ

(VOVWORLD) -ວັດບຸດທາບ ຍັງມີຊື່ເອີ້ນວ່າ ວັດນິງຟຸກ ຖືກຕັ້ງຢູ່ທາງທິດຕາເວັນຕົກຂອງບ້ານ ບຸດທາບ ຕາແສງ ດິ້ງໂຕ໋ ເມືອງ ທ້ວນແທັ່ງ ແຂວງ ບັກນິງ ຫ່າງຈາກໃຈການ ຮ່າໂນ້ຍ ປະມານ 25 ກິໂລແມັດ ໄປທາງທິດຕາເວັນອອກ. ບຸດທາບ ແມ່ນໜຶ່ງໃນບັນດາວັດເກົ່າແກ່  ແລະ ມີ ສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ໄດ້ຮັບການກໍ່ສ້າງມາກ່ອນນີ້ເກືອບ 800 ປີ ນີ້ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມໄຫວ້ບູຊາ ທັດສະນະສຶກສາຢ່າງຫຼວງຫຼາຍ
ສະຖາປັດຕະຍະກຳທີ່ໂດດເດັ່ນຂອງ ວັດບຸດທາບ ຢູ່ແຂວງ ບັກນິງ  - ảnh 1ວັດບຸດທາບ 

ວັດບຸດທາບ ຖືກຕັ້ງຢູ່ໃນບໍລິເວນທີ່ກວ້າງຂວາງ ມີ ສະຖາປັດຕະຍະກຳ ປະກອບດ້ວຍຫຼາຍຫຼັງ ແຕ່ຖືກຕັ້ງຫ່າງຈາກກັນດ້ວຍເຂດກາງແຈ້ງ. ເຖິງວ່າໄດ້ຜ່ານການບູລະນະປະຕິສັງຂອນ ເປັນເວລາ 5 ຄັ້ງກໍ່ຕາມ ເຊິ່ງເລີ່ມແຕ່ສະຕະວັດທີ XVII ແລະ ການບູລະນະຄັ້ງມໍ່ໆມານີ້ແມ່ນປີ 1992 – 1996 ແຕ່ໃນຂັ້ນພື້ນຖານແລ້ວ, ສະຖາປັດຕະຍະກຳຂອງວັດຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ ແລະ ໄດ້ຮັບການຕີລາຄາຈາກວົງການນັກຊ່ຽວຊານວ່າ ແມ່ນວັດເກົ່າແກ່ ມີສະຖາປັດຕະຍະກຳທີ່ສົມບູນແບບທີ່ສຸດ ທີ່ຍັງເຫຼືອໄວ້ຢູ່ ຫວຽເນາມ. ພະອາຈານ ທິກແທັງເຊີນ ເຈົ້າອະທິການ ວັດບຸດທາບ ໃຫ້ຮູ້ວ່າ:

     “ວັດນີ້ມີສະຖາປັດຕະຍະກຳທີ່ເປັນເອກະລັກ ພິເສດ. ຢືນຢູ່ທາງນອກຂອງວັດກໍ່ສັງເກດ ແລະ ຮູ້ສຶກວ່າ ວັດນີ້ມີຄວາມຮົກເຮື້ອທີ່ສຸດ. ແຂກຄົນເຂົ້າໄປວັດສ່ວນຫຼາຍ ບໍ່ເຂົ້າດ້ວຍປະຕູໃຫຍ່, ພຽງແຕ່ເຂົ້າດ້ວຍສອງປະຕູນ້ອຍ ເຊິ່ງໄດ້ເຮັດໃຫ້ບໍລິເວນຂອງວັດມີຄວາມປອດໂປ່ງ, ພິເສດບັນດາຫຼັງຄາທີ່ມີຮູບໂຄ້ງຂອງວັດ ສະແດງໃຫ້ເຫັນລັກສະນະມຸ່ງໄປສູ່ຄວາມສຸຈະລິດ ຂອງສາສະໜາພຸດ”.

      ສິ່ງທີ່ພິເສດ ແລະ ເປັນເອກະລັກຂອງວັດບຸດທາບ ເຊິ່ງບໍ່ສາມາດຫາໄດ້ຢູ່ແຫ່ງໃດ ໃນປະເທດ ຫວຽດນາມ, ນັ້ນແມ່ນທາດຫີນ ບ໋າວງຽມ ເຊິ່ງແມ່ນກິດຈະກຳທີ່ພົ້ນເດັ່ນໃນທ່າມກາງເຂດທົ່ງພຽງທີ່ກວ້າງໃຫຍ່. ທາດ ບ໋າວງຽມ ປຽບເໝືອນປາກກາທີ່ມະຫຶມາ. ທຸກດ້ານຂອງທາດຖືກປະດັບປະດາ ດ້ວຍລວດລາຍທີ່ມີຊີວິດຊີວາ ແລະ ເປັນເອກະລັກສະເພາະ. ຊັ້ນລຸ້ມສຸດຂອງທາດ ມີຮູບແກະຄວັດສະຫຼັກຫີນ 13 ຮູບ ຕົ້ນຕໍແມ່ນຮູບສັດ. ທາດ ບ໋າວງຽມ ແມ່ນການປະສານສົມທົບຢ່າງມີຄວາມປານີດ ຂອງເຕັກນິກການຕໍ່ຫີນ ກັບສິລະປະປະຕິມາກຳອັນຍອດຍິ່ງ ຂອງພວກນັກສິລະປະການເມື່ອກ່ອນນີ້. ໃນວັດກໍ່ມີລະບົບຮູບປັ້ນທີ່ອຸດົມສົມບູນຄື ພະພຸດທະຮູບ, ຮູບປັ້ນພະອໍລະຫັນ… ນອກຈາກນັ້ນກໍ່ຍັງມີຮູບແກະຄວັດສະຫຼັກກວ່າ 70 ຮູບທີ່ມີຊີວິດຊີວາ. ຢູ່ແຫ່ງນີ້ໄດ້ຮັບການຕີລາຄາວ່າ ແມ່ນແບບຢ່າງຂອງສາສະໜາພຸດຢູ່ ຫວຽດນາມ. ແຕ່ຈຸດໃຈກາງຂອງ ວັດບຸດທາດ ກໍ່ແມ່ນຮູບປັ້ນ ເຈົ້າແມ່ກວນອິມ ພັນມືພັນຕາງາມທີ່ສຸດຢູ່ ຫວຽດນາມ. ນີ້ໄດ້ຮັບຖືວ່າ ແມ່ນກິດຈະກຳອັນໂດດເດັ່ນມີພຽງແຕ່ໜຶ່ງບໍ່ມີສອງ ໃນບັນດາມໍລະດົກວັດທະນະທຳເກົ່າແກ່. ນັກຄົ້ນຄວ້າມໍລະດົກວັດທະນະທຳ ເຈິ່ນເລິມບ່ຽນ ເວົ້າວ່າ:

    “ຮູບປັ້ນ ເຈົ້າແມ່ກວນອິມ ມີ 42 ມືໃຫຍ່ ແລະ 904 ມືນ້ອຍຄືຕາມຄວາມຊິນເຄີຍພວກເຮົາເຄີຍເອີ້ນວ່າ ເຈົ້າແມ່ພັນມືພັນຕາ. ຕົວໜັງສືທຽນກໍ່ໝາຍເຖິງຟ້າ ບົ່ງບອກເຖິງຄວາມສັກສິດ. ມີຄວາມສັກສິດຈຶ່ງສາມາດກອບກູ້ເອົາຊີວິດມະນຸດ”.

         ກິດຈະກຳທີ່ພົ້ນເດັ່ນອີກອັນໜຶ່ງຢູ່ ວັດບຸດທາບ ກໍ່ແມ່ນທາດ ກິ໋ວເຟິ໋ມລຽນຮວາ ດ້ວຍສິລະປະແກະຄວັດສະຫຼັກທີ່ລະອຽດອ່ອນທີ່ສຸດຢູ່ ຫວຽດນາມ. ທາດນີ້ປະກອບດ້ວຍ 9 ຊັ້ນ ມີຮູບ 8 ຫຼ່ຽມ ສະແດງໃຫ້ເຫັນການບວດຈຳສິນຜ່ານ 9 ຊາດຂອງພະພຸດທະເຈົ້າ. ທາດນີ້ສາມາດປີນໄດ້ ແຕ່ບໍ່ເກີດສຽງດັງ. ວັດບຸດທາບ ໄດ້ເຂົ້າສູ່ຈິດໃຈຂອງມະນຸດ ດ້ວຍຮູບພາບເປັນວັດເກົ່າແກ່ ມີສະຖາປັດຕະຍາກຳອັນເປັນເອກະລັກ. ຍ້ອນເຫດນີ້ເອງປະຊາຊົນຫຼາຍລຸ້ນຄົນໃນແຂວງ ບັກນິງ ຕ່າງກໍ່ມີຄວາມເອກອ້າງທະນົງໃຈ. ລຸງ ຫວູວັນເຕົ່າ ຢູ່ບ້ານ ບຸດທາບ ເວົ້າວ່າ:

     “ວັດນີ້ທີ່ໃສ່ຊື່ຂອງໝູ່ບ້ານຂ້າພະເຈົ້າ ດັ່ງນັ້ນຂ້າພະເຈົ້າຮູ້ສຶກວ່າມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ວັດນີ້. ເບິ່ງຄືວ່າຢູ່ທົ່ວປະເທດ ຫວຽດນາມ ຢູ່ບ່ອນໃດກໍ່ສວຍງາມ ແຕ່ຂ້າພະເຈົ້າຮູ້ສຶກວ່າ ໝູ່ບ້ານຂອງຂ້າພະເຈົ້າແມ່ນສວຍງາມກວ່າໝູ່”.

     ຫຼາຍສະຕະວັດທີ່ໄດ້ຜ່ານພົ້ນໄປ ແຕ່ວັດບຸດທາບ ເຊິ່ງແມ່ນໜຶ່ງໃນຈຳນວນວັດວາອາຮາມສ່ວນໜ້ອຍ ຍັງຄົງສາມາດຮັກສາ ສະຖາປັດຕະຍາກຳເຄື່ອງຂອງຮັບໃຊ້ການບູຊາ ຮູບປັ້ນເກົ່າແກ່ຂອງ ຫວຽດນາມ ໄວ້ເໝືອນເດີມ. ຢູ່ແຫ່ງນີ້ຍາມໃດກໍ່ແມ່ນໜຶ່ງໃນບັນດາສູນກາງ ພຸດທະສາສະໜາ ມີຜົນສະທ້ອນຢ່າງໃຫຍ່ຫຼວງຢູ່ເຂດພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ