ຫິວລຽນ - ສະຖານທີ່ປີນພູພະຈົນໄພຂອງ ລ້າງເຊີນ ດຶງດູດແຂກທ່ອງທ່ຽວ.

(VOVWORLD) -ພາຍຫຼັງທີ່ແຂວງ ລ້າງເຊີນ ປະຕິບັດການໂຮມບັນດາຫົວໜ່ວຍປົກຄອງເຂົ້າກັນ, ຕາແສງ ຫິວລຽນ ພວມພົ້ນເດັ່ນຂຶ້ນ ປຽບເໝືອນຈຸດທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວເຂດພູດອຍທາງພາກເໜືອ. ໂດຍມີທັດຊະນີຍະພາບຮົກເຮື້ອຂອງເຂດຫີນປູນ, ຮ່ອມພູ ແລະ ບັນດາຜາຫີນສູງຊັນ, ຫິວລຽນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີສຳລັບຮູບແບບປີນພູພະຈົນໄພ ອັນໄດ້ດຶງດູດແຂກທ່ອງທ່ຽວ ໄວໜຸ່ມທີ່ມີຄວາມຊົມຊອບຄົ້ນຫາຢ່າງຫຼວງຫຼາຍ.
ຫິວລຽນ - ສະຖານທີ່ປີນພູພະຈົນໄພຂອງ ລ້າງເຊີນ ດຶງດູດແຂກທ່ອງທ່ຽວ. - ảnh 1ຫິວລຽນ - ສະຖານທີ່ປີນພູພະຈົນໄພຂອງ ລ້າງເຊີນ

    ໄປລຽບຕາມເສັ້ນທາງຄົດງໍ ອ້ອມເນີນພູຢູ່ລ້າງເຊີນ. ຕາແສງ ຫິວລຽນ ແມ່ນເຂດສີຂຽວຂອງທົ່ງໄຮ່ທົ່ງນາ ພ້ອມກັບບັນດາສາຍພູຫີນປູນທີ່ໃຫຍ່ໂຕມະໂຫຖານ.ພາຍຫຼັງໂຮງຫົວໜ່ວຍປົກຄອງເຂົ້າກັນ ທາງທ້ອງຖິ່ນໄດ້ກຳນົດຕ້ອງຮ່ວມພັດທະນາທ່ອງທ່ຽວຊຸມຊົນຢ່າງແຂງແຮງ ໃນນັ້ນມີການປີນພູພະຈົນໄພ ໄດ້ຮັບຖືວ່າ ແມ່ນຜະລິດຕະພັນທ່ອງທ່ຽວພິເສດສະເພາະສຳລັບແຂກທ່ອງທ່ຽວ

ເຂດປີນພູຢູ່ໃກ້ກັບຮ່ວມພູ ຫິວລຽນ ຫ່າງຈາກໝູ່ບ້ານບໍ່ໄກປານໃດ. ຢູ່ທີ່ນີ້ ບັນດາຜາຫີນສູງຊັນ ແຕ່ 30 ຫາ 60 ແມັດ ຖືກຕິດຕັ້ງລະບົບສາຍປອດໄພຕາມມາດຖານສາກົນ. ອ້າຍ ດັ້ງວັນຢູ ມາຄົ້ນຫາປີນພູເປັນຄັ້ງທຳອິດ ແບ່ງປັນວ່າ:

 “ນີ້ແມ່ນຄັ້ງທຳອິດທີ່ເຮົາໄດ້ປີນພູເຊັ່ນນີ້. ຮູ້ສຶກເປັນໜ້າຈັບໃຈອີຫຼີ. ປີນພູແບບນີ້ຕົ້ນຕໍແມ່ນໃຊ້ກຳລັງແຮງຂອງມື ແລະ ຕີນ. ການພະຊິດຍອດສູງຜ່ານຜ່າລະດັບຂອງຕົນເອງ ກໍ່ຮູ້ສຶກຈັບໃຈອິຫຼີ”.

ຄວາມທົດສອບຂອຕົນເອງຕໍ່ກິລາປີນພູຢູ່ ລ້າງເຊີນ, ນາງ ເຢືອງທິຮົ່ງ ມີຄວາມພູມໃຈແບ່ງປັນເມື່ອສາມາດພະຊິດໄດ້ເປົ້າໝາຍໃນການຄົ້ນຫາເປັນເທື່ອທຳອິດ. ນາງ ຮົ່ງ ເວົ້າວ່າ:

“ຄວາມຮູ້ສຶກໃນປັດຈຸບັນຂອງຂ້າພະເຈົ້າແມ່ນຈັບໃຈທີ່ສຸດ ເພາະວ່າ ຂ້າພະເຈົ້າສາມາດພິຊິດໄດ້ຄວາມທົດສອບຂອງຕົນເອງ. ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ປີນພູ ແລະ ໂຊກດີໄດ້ຮັບການຊ່ວຍເຫຼືອຂອງຄະນະໜູນຊ່ວຍປີນພູຂອງ ລ້າງເຊີນ ແລະ ສຸດທ້າຍຂ້າພະເຈົ້າສາມາດພິຊິດໄດ້ສິ່ງທີ່ຄາດວ່າບໍ່ສາມາດບັນລຸໄດ້”.

 ອ້າຍ ເຊີນ ຜູ້ແນະນຳ ແລະ ໜູນຊ່ວຍການຄົ້ນຫາປີນພູບໍລິສັດ ຫວຽດກລີມ ແບ່ງປັນວ່າ:

 “ເມື່ອປີນພູ, ຈິດໃຈແມ່ນສຳຄັນກວ່າໝູ່. ຈິດໃຈແຂງແຮງເຮົາກໍ່ສາມາດພິຊິດໄດ້. ຂະນະທີ່ແຂກທ່ອງທ່ຽວທີ່ຄົ້ນຫາການບໍລິການປີນພູນັ້ນ, ຜູ້ປີນພູ ແລະ ຈັບສາຍເຊື່ອມຕໍ່ກັນ ເພື່ອໜູນຊົນກັນ”.

ຄວາມເພິ່ງພໍໃຈຂອງແຂກທ່ອງທ່ຽວກໍ່ແມ່ນກຳລັງໜູນ ເພື່ອໃຫ້ປະຊາຊົນ ແລະ ອຳນາດການປົກຄອງສືບຕໍ່ລົງທຶນເປີດກວ້າງຜະລິດຕະພັນ. ໃນໄລຍະທີ່ຈະມາເຖິງຕາແສງ ຫິວລຽນ ວາງເປົ້າໝາຍສ້າງກຸ່ມທ່ອງທ່ຽວພະຈົນໄພຂະໜາດນ້ອຍ ມຸ່ງໄປເຖິງການຂຸດຄົ້ນແບບຍືນຍົງ ຮັບປະກັນຄວາມປອດໄພ ແລະ ຮັກສາທັດຊະນີຍະພາບ. ຕາມການນຳທ່ອງຖິ່ນແລ້ວ ການພັດທະນາທ່ອງທ່ຽວພະຈົນໄພ ບໍ່ພຽງແຕ່ເລື່ອງລາວເສດຖຖະກິດເທົ່ານັ້ນ ຫາກຍັງແມ່ນທິດກ້າວເດີນ ຊ່ວຍໃຫ້ໄວໜຸ່ມ ແລະ ວົງຄະນະຍາດທ້ອງຖິ່ນເຂົ້າເຖິງບັນດາຮູບແບບຈັດຕັ້ງທັນສະໄໝ ແລະ ເປັນມືອາຊີບ. ປັດຈຸບັນບາງສະໂມສອນປີນພູຢູ່ ຮ່າໂນ້ຍ, ຫ໋າຍຟ່ອງ, ກວາງນິງ ໄດ້ນຳ ຫິວລຽນ ເຂົ້າໃນຕາຕະລາງຝຶກແອບປະຈຳໄລຍະ. ການເຄື່ອນໄຫວນີ້ ກໍ່ມີຄວາມຕ້ອງການນຳໃຊ້ການບໍລິການຢຢູ່ທ້ອງຖິ່ນຄື ໂຮມສະເຕ, ອາຫານກາກນກິນ. ການບໍລິການແນະນຳ ອັນໄດ້ນຳລາຍຮັບປົກກະຕິມາໃຫ້ປະຊາຊົນ. ດ້ວຍທັດຊະນີຍະພາບພິເສດສະເພາະ ຫິວລຽນ ພວມຢັ້ງຢືນຕົນເອງແມ່ນສະຖານທີ່ໃໝ່ຂອງຜູ້ນິຍົມປີນພູ ແລະ ທ່ອງທ່ຽວພະຈົນໄພ. ໃນສະພາບການທີ່ ລ້າງເຊີນ ເພີ່ມທະວີການໂຄສະນາພາບພົດ ພາຍຫຼັງທີ່ໂຮມຫົວໜ່ວຍປົກຄອງເຂົ້າກັນ, ບັນດາຜະລິດຕະພັນຄື ຫິວລຽນ ບໍ່ພຽງແຕ່ນຳມາເຊິ່ງການຄົ້ນຫາທີ່ແຕກຕ່າງກັນໃຫ້ແກ່ແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງປະກອບສ່ວນສ້າງການຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ຊຸມຊົນອີກດ້ວຍ. ການພິຊິດບັນດາຜາຫີນສູງຊັນຢູ່ຕາແສງ ຫິວລຽນ ບໍ່ພຽງແຕ່ແມ່ນການທົດສອບທາງດ້ານສຸຂະພາບເທົ່ານັ້ນ ຫາກຍັງແມ່ນການຄົ້ນຫາຄວາມງາມຮົກເຮື້ອຢູ່ພູດອຍທາງທິດເໜືອ ແລະ ປະກອບສ່ວນເຮັດໃຫ້ແຜນທີ່ທ່ອງທ່ຽວພະຈົນໄພຂອງ ຫວຽດນາມ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ