ຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ເປີດທິດຄົ້ນຄວ້າໃໝ່ກ່ຽວກັບໄຊຊະນະ ແບັກດັ່ງ

(VOVWORLD) -ເມື່ອບໍ່ດົນມານີ້ ປະຊາຊົນພ້ອມກັບອຳນາດການປົກຄອງທ້ອງຖິ່ນ ໄດ້ຄົ້ນພົບເຂດຝັງເສົາມີອາຍຸເກືອບ 1.000 ປີ ນອນຢູ່ແຄມແມ່ນ້ຳ ແບັກດັ່ງ ຢູ່ທົ່ງນາ ກາວກຸ່ຍ ຕາແສງ ລຽນເຄ ເມືອງ ຖຸ໋ຍງວຽນ ນະຄອນ ຫ໋າຍຟ່ອງ. ບັນດານັກວິທະຍາສາດ ໄດ້ຕີລາຄາວ່າການຄົ້ນພົບເຂດຝັງເສົາ ກາວກຸ່ຍ ແມ່ນເຫດການສຳຄັນ ເຊິ່ງໄດ້ເປີດທິດຄົ້ນຄວ້າໃໝ່, ຍິ່ງ ກວ່ານັ້ນ ກໍ່ເຮັດໃຫ້ຄວາມຮັບຮູ້ກ່ຽວກັບໄຊຊະນະປະຫວັດສາດ ແບັກດັ່ງ ເມື່ອປີ 1288 ປ່ຽນແປງໄປ
ຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ເປີດທິດຄົ້ນຄວ້າໃໝ່ກ່ຽວກັບໄຊຊະນະ ແບັກດັ່ງ - ảnh 1ເຂດຝັງເສົາຢູ່ທົ່ງນາ ກາວກຸ່ຍ 

    ຜົນຂອງການສຳຫຼວດ ແລະ ຂຸດຄົ້ນບູຮານຄະດີຢູ່ທົ່ງນາ ກາວກຸ່ຍ ໄດ້ຄົ້ນພົບເສົາໄມ້ 27 ເສົາທີ່ມີມາໃນສະຕະວັດທີ XIII ແລະ  24 ຂຸມຝັງເສົາ. ບັນດາເສົາໄມ້ມີຂະໜາດນ້ອຍໃຫຍ່ຖືກຈັດສັນບໍ່ເປັນແຖວ ສະຫຼັບການກັນຫຼາຍຊັ້ນ, ຢູ່ລຳເສົາກໍ່ມີປາກກົບ ຖືກຝັງຢູ່ໃນເພື່ອມັດເຊືອກ ເຊິ່ງໄດ້ສະແດງໃຫ້ເຫັນຍຸດທະວິທີດ້ານການທະຫານທີ່ຈະແຈ້ງ. ທົ່ງນາ ກາວກຸ່ຍ ເຊິ່ງແມ່ນແຫ່ງໄດ້ຄົ້ນພົບເຂດຝັງເສົາແມ່ນບໍລິເວນກາງແມ່ນ້ຳ ເຊິ່ງໄດ້ກາຍເປັນເຂດດິນສັນດອນ, ແມ່ນຈຸດໄຂ່ວກັນລະຫວ່າງສອງແມ່ນ້ຳ ດ໊າບາກ ແລະ ແມ່ນ້ຳ ຢ໊າ, ໄຫຼອອກສູ່ປາກແມ້ນ້ຳ ແບັກດັ່ງ. ໃນເບື້ອງຕົ້ນບັນດານັກວິທະຍາສາດ ໄດ້ໃຫ້ຂໍ້ສັງເກດວ່າ ຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ແມ່ນສ້ວນໜຶ່ງຂອງຖານຮົບ ທີ່ກ່ຽວຂ້ອງເຖິງບັ້ນຮົບຕ້ານພວກທະຫານ ມົງໂກນ ຄັ້ງທີ່ສາມເມື່ອປີ 1288 ຂອງລາດຊະວົງ ເຈິ່ນ. ຄາວນັ້ນນາຍພົນ ເຈິ່ນກັວກຕ໊ວນ ໄດ້ມານີ້ ເພື່ອສຳຫຼວດຖານຮົບ, ຝຶກຊ້ອມທະຫານ ເພື່ອກະກຽມໃຫ້ແກ່ບັ້ນຮົບທາງນ້ຳ ເພື່ອຕ້ານພວກທະຫານ ມົງໂກນ. ກຳລັງທະຫານຂອງລາດຊະວົງ ເຈິ່ນ ໄດ້ຈັດວາງການຮົບ ເພື່ອລໍ້ສັດຕູເດີນຕາມແມ່ນ້ຳ ດ໊າບາກ ອອກສູ່ແມ່ນ້ຳ ແບັກດັງແລະ ຕົກເຂົ້າສູ່ຖານຮົບດັກສະກັດ ດ້ວຍເສົາຖືກຝັງຢູ່ໃຕ້ນ້ຳ ອັນໄດ້ເຮັດໃຫ້ຝຸງເຮືອຂອງສັດຕູຕຳຖືກເສົາໄມ້ ແລ້ວນ້ຳກໍເຂົ້າເຮືອ ແລະ ຖືກຈົມຢູ່ໃຕ້ນ້ຳ.  ທ່ານນາງ ປອ ເລທິລຽນ ຫົວໜ້າພະແນກຄົ້ນຄວ້າທາງນ້ຳ ສະຖາບັນຄົ້ນຄວ້າບູຮານຄະດີ ໃຫ້ຮູ້ວ່າ:

      “ນີ້ແມ່ນຖານຮົບດັກສະກັດຂອງທົ່ວປວງຊົນ ຫາກບໍ່ພຽງແມ່ນຂອງກອງທັບເທົ່ານັ້ນ. ດ້ວຍຮ່ອງຮອຍສະຖານ ກາວກຸ່ຍ, ພວກເຮົາຍິ່ງເຫັນໄດ້ເຖິງຍຸດທະວິທີ ທີ່ສະຫຼາດສ່ອງໃສຂອງນາຍພົນ ເຈິ່ນຮຶງດ້າວ. ນັ້ນແມ່ນຍຸດທະວິທີນຳໃຊ້ລຳແມ່ນ້ຳ ເພື່ອຝັງເສົາ, ຕະຫຼອດຮອດການຈູດເຜົາເຮືອຂອງສັດຕູ. ໃນໄລຍະສຸດທ້າຍຂອງການໂຈມຕີ, ເຮືອຂອງສັດຕູຖືກດັກສະກັດ ກໍ່ຕ້ອງຂຶ້ນຝັ່ງ ແລ້ວກໍ່ຖືກຕົກສະໜົມໃນທັນທີ່”.

     ການຄົ້ນພົບເຂດຝັງເສົາ ກາວກຸ່ຍ ໄດ້ຢັ້ງຢືນວ່າ ຫ໋າຍຟ່ອງ ແມ່ນສະຖານທີ່ເຄີຍມີບັນດາບັ້ນບຸກໂຈມຕີ  ແລະ ມີການປະກອບສ່ວນສຳຄັນໃນບັ້ນຮົບຕ້ານພວກທະຫານ ມົງໂກນ ເຂົ້າມາຮຸກຮານຂອງກອງທັບ ແລະ ປະຊາຊົນໃນສະໄໝລາດຊະວົງ ເຈິ່ນ. ຈາກນັ້ນກໍ່ເຮັດໃຫ້ທັດສະນະເມື່ອກ່ອນນີ້ມີການປ່ຽນແປງ ນັ້ນແມ່ນບັ້ນຮົບ ແບັກດັ່ງ ພຽງແຕ່ມີຂຶ້ນໃນບໍລິເວນແຂວງ ກວ໋າງນິງ ເທົ່ານັ້ນ, ບັ້ນຮົບນີ້ແມ່ນມີຂອບຂະໜາດຢ່າງກວ້າງໃຫຍ່ທີ່ສຸດ ຖືກດຳເນີນຢູ່ຫຼາຍແຫ່ງ, ຫຼາຍຖານຮົບ. ສາສະດາຈານ ປອ ຫວູມິງຢາງ ປະທານສະພານາມຕຳແໜ່ງສາສະດາຈານ ລະຫວ່າງຂະແໜງປະຫວັດສາດ - ບູຮານຄະດີ - ຊົນເຜົ່າວິທະຍາ, ຮອງປະທານສະພາມໍລະດົກວັດທະນະທຳແຫ່ງຊາດ ຖືວ່າ:

     “ເຂດຝັງເສົານີ້ ແມ່ນນອນຢູ່ສາຂາໜຶ່ງ ໄຫຼຈາກແມ່ນ້ຳ ດ໊າບາກ, ນີ້ແມ່ນການຢັ້ງຢືນຢ່າງຈະແຈ້ງວ່າ ໃນການຄົ້ນຄວ້າເມື່ອກ່ອນນີ້ ໄດ້ເວົ້າເຖິງກອງທັບ ແລະ ປະຊາຊົນໃນສະໄໝລາດຊະວົງ ເຈິ່ນ ໄດ້ນຳໃຊ້ຄວາມສາມາດທຸກຢ່າງ ເພື່ອຕີສັດຕູ, ລະອຽດແມ່ນບໍ່ໃຫ້ສັດຕູເດີນຜ່ານທາງແມ່ນ້ຳ ຢ໊າ. ບັ້ນບຸກໂຈມຕີໄດ້ເກີດຂຶ້ນຢູ່ສາມແຍກແມ່ນ້ຳນີ້. ການສັງເກດກ່ຽວກັບເຂດຝັງເສົານີ້ໃນເມື່ອກ່ອນ ລ້ວນແຕ່ແມ່ນການຄາດຄະເນ ແຕ່ໃນປັດຈຸບັນໄດ້ເຫັນຢ່າງຈະແຈ້ງແລ້ວ. ຜ່ານນັ້ນກໍ່ໄດ້ເປີດທິດຄົ້ນຄວ້າໃໝ່ໃຫ້ບັ້ນຮົບ ແບັກດັ່ງ”.

      ໃນສະເພາະໜ້າ, ນະຄອນ ຫ໋າຍຟ່ອງ ດຳເນີນການອະນຸລັກຮັກສາ ຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ພ້ອມກັບບັນດາປູຊະນີຍະສະຖານໃນເຂດ, ສ້າງພາບພົດສັງລວມ, ການຜັນແປກ່ຽວກັບບັ້ນຮົບ ແບັກດັ່ງ. ທ່ານ ເລວັນແທັ່ງ ເລຂາຄະນະພັກ ນະຄອນ ຫ໋າຍຟ່ອງ ໃຫ້ຮູ້ວ່າ:

       “ທາງນະຄອນ ຫ໋າຍຟ່ອງ ໄດ້ຊີ້ນຳພະແນກວັດທະນະທຳ ແລະ ກິລາຮີບຮ້ອນຜັນຂະຫຍາຍປະຕິບັດລະບຽບການ ເພື່ອຢັ້ງຢືນຮ່ອງຮອຍສະຖານປະຫວັດສາດ ລະດັບນະຄອນ; ສົ່ງເສີມປະຕິບັດບັນດາລະບຽບການໂດຍໄວ ເພື່ອສະເໜີຮັບຮອງເປັນຮ່ອງຮອຍສະຖານລະດັບຊາດພິເສດ ໃຫ້ແກ່ເຂດຝັງເສົາ ແບັກດັ່ງ ຢູ່ທົ່ງນາ ກາວກຸ່ຍ. ບັນດາພະແນກຂະແໜງການທີ່ມີໜ້າທີ່ ສືບຕໍ່ສົມທົບກັບສະຖາບັນຄົ້ນຄວ້າບູຮານຄະດີ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສ້າງແຜນກຳນົດສັງລວມ ແລະ ສ້າງໂຄງການພື້ນຖານໂຄງລ່າງເຕັກນິກ ແນໃສ່ຂຸດຄົ້ນເສີມຂະຫຍາຍ ຄຸນຄ່າເຂດຝັງເສົາ ກາວກຸ່ຍ ພ້ອມກັບບັນດາປູຊະນີຍະສະຖານໃນເຂດ”.

      ການຄົ້ນພົບ ແລະ ຂຸດຄົ້ນຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ແມ່ນມີຄຸນຄ່າອັນໃຫຍ່ຫຼວງ ອັນໄດ້ຊ່ວຍໃຫ້ບັນດານັກວິທະຍາສາດ ແລະ ປະຊາຊົນໃນທົ່ວປະເທດ ມີຄວາມຮັບຮູ້ຢ່າງເຕັມສ່ວນພາວະວິໄສ ແລະ ຕິດແທດຕົວຈິງກວ່າ ກ່ຽວກັບໄຊຊະນະປະຫວັດສາດ ແບັກດັ່ງ ເມື່ອປີ 1288 ຈາກນັ້ນເປີດທິດຄົ້ນຄວ້າໃໝ່ ນັບທັງທາງດ້ານບູຮານຄະດີ, ປະຫວັດສາດ, ສິລະປະຍຸດຂອງສະໄໝລາດຊະວົງ ເຈິ່ນ ໃນສະໄໝຕໍ່ຕ້ານ ຕ້ານພວກທະຫານ ມົງໂກນ ເຂົ້າມາຮຸກຮານ.

ຕອບກັບ

ຂ່າວ/ບົດ​ອື່ນ