ຮ່າໂນ້ຍ - ນະຄອນປະດິດຄິດສ້າງ ໃນຂົງເຂດອອກແບບ: ຢັ້ງຢືນເຄື່ອງໝາຍປະດິດຄິດສ້າງວັດທະນະທຳ

(VOVWORLD) -ເດືອນ ຕຸລາ ປີ 2019 ອົງການ Unesco  ໄດ້ຮັບຮອງ 66 ນະຄອນຢູ່ໃນໂລກ ເຂົ້າໃນເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ Unesco. 7 ຂົງເຂດທີ່ໄດ້ຮັບການຄັດເລືອກ ເພື່ອສ້າງເປັນນະຄອນປະດິດຄິດສ້າງລວມມີ: ສິລະປະຫັດຖະກຳ, ສິລະປະພື້ນເມືອງ, ການອອກແບບ, ຟີມຮູບເງົາ, ອາຫານການກິນ, ວັດທະນະທຳ, ສິລະປະເປັນປະເພນີ, ນະຄອນຮ່າໂນ້ຍ ຂອງ ຫວຽດນາມ ໄດ້ກາຍເປັນສະມາຊິກ ໃນເຄືອຂ່າຍຂອງບັນດານະຄອນປະດິດຄິດສ້າງຂອງ Unesco ກ່ຽວກັບຂົງເຂດການອອກແບບ. ນີ້ແມ່ນໂອກາດ ທີ່ສະດວກໃຫ້ແກ່ ຮ່າໂນ້ຍ ໃນການຢັ້ງຢືນເຄື່ອງໝາຍ, ໂຄສະນາພາບພົດ ໃນຂົງເຂດປະດິດິຄິດສ້າງ ວັດທະນະທຳອອກສູ່ໂລກ
ຮ່າໂນ້ຍ - ນະຄອນປະດິດຄິດສ້າງ ໃນຂົງເຂດອອກແບບ:  ຢັ້ງຢືນເຄື່ອງໝາຍປະດິດຄິດສ້າງວັດທະນະທຳ - ảnh 1

ຮ່າໂນ້ຍ - ນະຄອນປະດິດຄິດສ້າງ

ເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ Unesco ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອປີ 2004, ດ້ວຍເປົ້າໝາຍເພີ່ມທະວີການຮ່ວມມື ລະຫວ່າງບັນດານະຄອນ ທີ່ໄດ້ຮັບການຮັບຮອງການປະດິດຄິດສ້າງ, ຖືວ່ານີ້ແມ່ນປັດໄຈຍຸດທະສາດ ທີ່ໄດ້ຮັບການພັດທະນາແບບຍືນຍົງ ໃນຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ. ມາຮອດປັດຈຸບັນເຄືອຂ່າຍ ໄດ້ມີ 246 ນະຄອນພາຄີ. ສຳເນົາເອກະສານ ເພື່ອສະເໜີ ຮ່າໂນ້ຍ ເຂົ້າໃນເຄືອຂ່າຍດັ່ງກ່າວ ໂດຍພະແນກວັດທະນະທຳ ກິລາ ຮ່າໂນ້ຍ ຮັບຜິດຊອບປະຕິບັດ  ດ້ວຍການທາບທາມ, ສົມທົບຂອງສະຖາບັນວັດທະນະທຳ ສິລະປະແຫ່ງຊາດ ຫວຽດນາມ, ຫ້ອງການ Unesco ປະຈຳ ຮ່າໂນ້ຍ, ບັນດາພະແນກ, ຄະນະ, ຂະແໜງການຕ່າງໆຂອງນະຄອນ ຮ່າໂນ້ຍ. ທ່ານ ບຸ່ຍຮວ່າຍເຊີນ ຫົວໜ້າສະຖາບັນວັດທະນະທຳ ສິລະປະແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

    “ 60 ຮູບແບບປະດິດຄິດສ້າງຢູ່ ຮ່າໂນ້ຍ, ຕາມການສະຖີຕິຈາກສະພາ ອັງກິດ ໄດ້ໃຫ້ເຫັນວ່າ ຮ່າໂນ້ຍ ມີຂົງເຂດປະດິດຄິດສ້າງຫຼາຍພໍສົມຄວນ. ຮ່າໂນ້ຍ ມີຄວາມສາມາດບົ່ມຊ້ອນພັດທະນາ ຂົງເຂດປະດິດຄິດສ້າງ ເພາະວ່າ ຮ່າໂນ້ຍ ມີປະຫວັດສາດ ທາງດ້ານວັດທະນະທຳຍາວນານ, ມີຄວາມເກັ່ງກ້າສາມາດ ໃນການປະດິດຄິດສ້າງ ແລະ ພູມບັນຍາ… ບັນດາຂົງເຂດປະດິດຄິດສ້າງ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງເປັນປະເທດປະດິດຄິດສ້າງ, ຊ່ວຍໃຫ້ແກ່ສັງຄົມມີຄວາມໝາຍເປັນໜ້າດຳລົງຊີວິດ ຫຼາຍກວ່າເກົ່າ ໂດຍຜ່ານຂົງເຂດສິລະປະ, ແບ່ງປັນບັນດາຄຸນຄ່າຂອງວົງຄະນາຍາດ”.

      ຂົງເຂດການອອກແບບ ປະດິດຄິດສ້າງຂອງ ຮ່າໂນ້ຍ ບໍ່ພຽງແຕ່ໄດ້ມີມາແຕ່ດົນນານ ແລະ ຂະຫຍາຍຕົວຢ່າງແຂງແຮງເທົ່ານັ້ນ ຫາກຍັງມີການສະຫຼັບກັນ, ປະດິດຄິດສ້າງ ຂອງຫຼາຍພື້ນຖານວັດທະນະທຳທີ່ແຕກຕ່າງກັນ. ພະລາດຊະວັງ ທັງລອງ ຮ່າໂນ້ຍ (ມໍລະດົກວັດທະນະທຳໂລກ) ແມ່ນໜຶ່ງໃນບັນດາ ພະຍານລັກຖານ ທີ່ມີລັກສະນະເກ້ຍກ່ອມທີ່ສຸດ. ພ້ອມກັນນັ້ນ ຮ່າໂນ້ຍ ກໍ່ຍັງມີບັນດາກິດຈະກຳ ສະຖາປັດຕະຍາກຳ, ດ້ວຍບັນດາການປະດິດຄິດສ້າງທາງດ້ານສະຖາປັດຕະຍາກຳ ຫຼາຍຮູບຫຼາຍສີ ຂອງຝ່າຍຕາເວັນຕົກ ແລະ ຝ່າຍຕາເວວັນອອກ, ສະຖາປັດຕະຍາກຳທ້ອງຖິ່ນ ແລະ ຄວາມອະລິຍະທຳຂອງໂລກ ໄດ້ປະສານເຂົ້າກັນ ລະຫວ່າງສະຖາປັດຕະຍາກຳທີ່ເກົ່າແກ່ ແລະ ຍຸກທັນສະໄໝຄື: ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຂົວລອງບຽນ, ຂົວເຍິດເຕິນ… ທ່ານ ໂຕວັນດົ້ງ ຫົວໜ້າພະແນກ ວັດທະນະທຳ ກິລາ ຮ່າໂນ້ຍ ຢືນຢັນວ່າ:

      “ຮ່າໂນ້ຍ ແມ່ນສູນກາງວັດທະນະທຳຂອງທົ່ວປະເທດ. ພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາເຫດການ ທີ່ມີລະດັບສາກົນ ແລະ ອະນຸລັກບັນດາຄຸນຄ່າວັດທະນະທຳ ເປັນວັດຖຸ ແລະ ວັດທະນະທຳບໍ່ເປັນວັດຖຸຂອງນະຄອນຫຼວງ ຮ່າໂນ້ຍ. ພວກຂ້າພະເຈົ້າ ກໍ່ໄດ້ຈັດບັນດາງານມະໂຫລານວັດທະນະທຳ, ບັນດາເຫດການວັດທະນະທຳ ລະດັບພາກພື້ນ ແລະ ສາກົນຢ່າງເປັນປະຈຳ. ປີ 2018 ພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງ ເຫດການໃຫຍ່ກວ່າ 160 ຄັ້ງຢູ່ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ ກໍ່ຄືຢູ່ຕ່າງປະເທດ ແລະ ໃນປີນີ້ຈຳນວນດັ່ງກ່າວ ກໍ່ຍັງເພີ່ມຂຶ້ນຫຼາຍກວ່າປີກາຍ”.

     ເມື່ອບໍ່ດົນມານີ້, ຮ່າໂນ້ຍ  ໄດ້ຜັນຂະຫຍາຍ ບັນດາໂຄງການປະດິດຄິດສ້າງ ໃນຂົງເຂດການອອກແບບ, ຮັບໃຊ້ຊີວິດວັດທະນະທຳຂອງປະຊາຊົນຄື: ຮູບແບບການຍ່າງຢູ່ອ້ອມໜອງ ຮວ່ານກ໊ຽມ; ເຂດສິລະປະຍຸກປັດຈຸບັນ, ເຂດສິລະປະຍຸກທັນສະໄໝ… ພົ້ນເດັ່ນຂຶ້ນແມ່ນໂຄງການ “ສິ່ງທີ່ຍອດຍິ່ງຂອງໝູ່ບ້ານອາຊີບ ຫວຽດນາມ” ຂອງສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ ໄດ້ຊຸກຍູ້ບັນດາກິດຈະກຳອອກແບບປະດິດຄິດສ້າງ ຍຸກທັນສະໄໝ, ເຊື່ອມຕໍ່ທາງດ້ານສິລະປະຫັດຖະກຳພື້ນເມືອງ. ນາງ ຮ່າທິວິງ ປະທານສະຫະສະມາຄົມເຄື່ອງສິລະປະຫັດຖະກຳ ຮ່າໂນ້ຍ, ຮອງປະທານສະຫະສະມາຄົມ ໝູ່ບ້ານອາຊີບ ຫວຽດນາມ ເວົ້າວ່າ:

     “ໂຄງການສິ່ງທີ່ຍອດຍິ່ງ ໝູ່ບ້ານອາຊີບ ຫວຽດນາມ ໄດ້ປະຕິບັດຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ. ຢູ່ທີ່ນີ້ ກໍ່ມີຄ້າຍປະດິດຄິດສ້າງ ເຊິ່ງແມ່ນສະຖານທີ່ພົບປະແລກປ່ຽນຂອງບັນດານັກສິລະປະການ, ນັກສິລະປິນ, ບັນດານັກສຶກສາສັງກັດ ບັນດາໂຮງຮຽນມະຫາວິທະຍາໄລ ວິຈິດຕະກຳ ອຸດສາຫະກຳ. ນອກຈາກນັ້ນ ກໍ່ຍັງມີສູນແນະນຳຜະລິດຕະພັນ ຂອງໝູ່ບ້ານອາຊີບຫັດຖະກຳ ທີ່ພົ້ນເດັ່ນຂອງ ຮ່າໂນ້ຍ, ແນະນຳສີສັນວັດທະນະທຳຂອງຊາດ ຫວຽດນາມ ໃຫ້ແກ່ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນບັນດາຮູບແບບ ທີ່ເປັນແບບຢ່າງ, ພວກຂ້າພະເຈົ້າຈະທະວີຄູນ ໄປສູ່ບັນດາໝູ່ບ້ານອາຊີບອື່ນໆອີກ”.

       ດ້ວຍເລື່ອງກາຍເປັນສະມາຊິກ ເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ Unesco ຢ່າງເປັນທາງການນັ້ນ, ຖານະບົດບາດຂອງ ຮ່າໂນ້ຍ ນັບມື້ນັບຖືກຍົກສູງຂຶ້ນ, ບັນດາຂົງເຂດປະດິດຄິດສ້າງ ທາງດ້ານວັດທະນະທຳ ນັບມື້ນັບ ໄດ້ຮັບການໂຄສະນາຢ່າງກວ້າງຂວາງ, ຜ່ານນັ້ນກໍ່ເປັນການປະກອບສ່ວນເພີ່ມທະວີ ສາຍສຳພັນ, ຄວາມສາມາດປະຕິບັດຄຳໝັ້ນສັນຍາ ລະຫວ່າງບັນດານະຄອນພາຄີ ຂອງເຄືອຂ່າຍ ໃນການປະຕິບັດບັນດາໂຄງການ, ສ້າງສະພາບແວດລ້ອມ ເພື່ອຊຸກຍູ້ການປະດິດຄິດສ້າງ, ຫັນການອອກແບບ ປະດິດຄິດສ້າງ ກາຍເປັນວິທີການແກ້ໄຂ ເພື່ອພັດທະນາວັດທະນະທຳ, ຮັກສາມໍລະດົກ, ເຊື່ອມຕໍ່ປັດຈຸບັນ ແລະ ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ