ຮ່າໂນ້ຍ ເປີດກວ້າງຄຸ້ມຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ

(VOVWORLD) -ຄຸ້ມຖະໜົນຍ່າງທາງກ້ຳໃຕ້ຂອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ເຊື່ອມຕໍ່ກັບເຂດທາງກ້ຳເໜືອຂອງບໍລິເວນໜອງ ຮວ່ານກ໊ຽມ ໄດ້ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການນັບແຕ່ປີ 2021. ການເປີດກວ້າງນີ້ ບໍ່ພຽງແຕ່ໂຄສະນາພາບພົດ ນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງເປັນການກະຕຸ້ນຄວາມຕ້ອງການພັດທະນາທາງດ້ານການຄ້າ ການບໍລິການ ແລະ ການທ່ອງທ່ຽວອີກດ້ວຍ
ຮ່າໂນ້ຍ ເປີດກວ້າງຄຸ້ມຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ - ảnh 1ຄຸ້ມຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ

ນັບແຕ່ປີ 2004 ເມືອງ ຮວ່ານກ໊ຽມ ໄດ້ຜັນຂະຫຍາຍ ຄຸ້ມຖະໜົນຍ່າງ   ຢູ່ຖະໜົນສາຍຕ່າງໆຄື ຖະໜົນຫ່າງດ່າວ, ຫ່າງງາງ, ດົ່ງຊວນ, ຫ່າງເຢິ໊ຍ. ປີ 2014 ເມືອງ ຮວ່ານກ໊ຽມ ໄດ້ເປີດກວ້າງຄຸ້ມຖະໜົນຍ່າງລວມມີ ຖະໜົນ 6 ສາຍໃນບໍລິເວນອະນຸລັກລະດັບໜຶ່ງ ເຊິ່ງລວມມີຖະໜົນ ຫ່າງບ່ວມ, ໜ໊າເມິຍ, ດ່າວຢຸຍຕື່, ຫ່າງເຢິ໊ຍ, ເລືອງງອກກ້ຽນ, ຕະຫ້ຽນ. ນັບແຕ່ປີ 2016 ເມືອງ ຮວ່ານກ໊ຽມ ໄດ້ຜັນຂະຫຍາຍ ຄຸ້ມຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ ແລະ ເຂດໃກ້ຄຽງ ດ້ວຍຂອບເຂດຂອງຖະໜົນ 16 ສາຍ ແລະ ມີຖະໜົນຍ່າງ 8 ສາຍຫາກໍ່ນຳເຂົ້າເຄື່ອນໄຫວ. ການເປີດກວ້າງຄຸ້ມຖະໜົນຍ່າງໄດ້ສ້າງການເຊື່ອມຕໍ່ກັບຄຸ້ມຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ ແລະ ເຂດໃກ້ຄຽງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ. ທ່ານ ຫງວຽນແອັງກວັນ ຮອງປະທານຄະນະກຳມະການປະຊາຊົນເມືອງ   ຮວ່ານກ໊ຽມ ໃຫ້ຮູ້ວ່າ:

      “ການເປີດກວ້າງບັນດາຖະໜົນທາງກ້ຳໃຕ້ຂອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ເຊື່ອມຕໍ່ກັບເຂດທາງກ້ຳເໜືອໜອງ ຮວ່ານກ໊ຽມ ແລະ ບັນດາເຂດໃກ້ຄຽງ ແນໃສ່ສ້າງບັນດາເຂດຍ່າງໃຫ້ສົມບູນແບບ. ຄຸ້ມຖະໜົນເກົ່າແມ່ນປູຊະນີຍະສະຖານລະດັບຊາດ ແລະ ໜອງ ຮວ່ານກ໊ຽມ ກໍ່ແມ່ນປູຊະນີຍະສະຖານລະດັບຊາດພິເສດ. ການເຊື່ອມຕໍ່ປູຊະນີຍະສະຖານສອງແຫ່ງນີ້ເຂົ້ານຳກັນ ໄດ້ສ້າງເປັນເຂດລະຫຼິ້ນບັນເທີງ ສົມບູນແບບ ແນໃສ່ເສີມຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານລະດັບຊາດສອງແຫ່ງນີ້”.

    ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແມ່ນແຫ່ງເກັບຮັກສາ ວິນຍານຂອງວັດທະນະທຳ ທັງລອງ - ຮ່າໂນ້ຍ. ແຫ່ງນີ້ ກໍ່ມີສະຖາປັດຕະຍາກຳເປັນເອກະລັກ ໂດຍບັນດາຖະໜົນອາຊີບຫັດຖະກຳ, ບັນດາເຮືອນເກົ່າ ພ້ອມກັບບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳທີ່ອຸດົມສົມບູນຫຼາຍຮູບຫຼາຍສີ, ເຕົ້າໂຮມສິ່ງທີ່ຍອດຍິ່ງ ທາງດ້ານອາຫານການກິນຂອງ ຮ່າໂນ້ຍ. ປັດຈຸບັນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ມີປູຊະນີຍະສະຖານ121 ແຫ່ງ ໃນນັ້ນປູຊະນີຍະສະຖານປະຫວັດສາດ ວັດທະນະທຳ 83 ແຫ່ງ, ປູຊະນີຍະສະຖານປະຫວັດສາດປະຕິວັດ 30 ແຫ່ງ  ດ້ວຍຄົບທຸກຮູບການສາສະໜາ, ການເຫຼື້ອມໃສຄື ສາລາ, ວັດວາອາຮາມ, ໂບດ, ຫໍໂຮງບູຊາ... ສຳລັບຊາວນະຄອນຫຼວງແລ້ວ ຖະໜົນເກົ່າແຕ່ລະສາຍກໍ່ລ້ວນແຕ່ຕິດພັນກັບປະຫວັດຄວາມເປັນມາຂອງຖະໜົນອາຊີບຫັດຖະກຳ ທີ່ມີມານັບພັນປີ ແຫ່ງນະຄອນຫຼວງອາລິຍະທຳ. ນາງ ຫງວຽນງອກຢຽບ ຢູ່ຖະໜົນ ຫ່າງບາກ ໃຫ້ຮູ້ວ່າ:

      “ຖະໜົນ ຫ່າງບາກ ມີສາລາ ກີມເງິນ, ສາລາແຫ່ງນີ້ແມ່ນບ່ອນບູຊາຜູ້ກໍ່ຕັ້ງອາຊີບຕີເງິນ. ຢຸ່ແຫ່ງນີ້ສ່ວນຫຼາຍ ກໍ່ແມ່ນບ່ອນເຕົ້າໂຮມບັນດານາຍຊ່າງຕີເງິນຕີຄຳ, ເຮັດເຄື່ອງເອ້ຢ້ອງ”.

      ຄຸ້ມຖະໜົນຍ່າງ ໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວໃນຄ່ຳຄືນ ທ້າຍອາທິດຄືວັນສຸກ, ວັນເສົາ ແລະ ວັນອາທິດ ນັບແຕ່ເວລາ 19 ໂມງຫາ 24 ໂມງ ໃນຍາມລະດູຮ້ອນ ແລະ 18 ໂມງຫາ 24 ໂມງ ໃນຍາມລະດູໜາວ. ເມືອງຮວ່ານກ໊ຽມ ໄດ້ຈັດຕັ້ງສັບຊ້ອນບັນດາການເຄື່ອນໄຫວ ເຮັດທຸລະກິດຢູ່ຕາມຖະໜົນຍ່າງຢ່າງມີວິທະຍາສາດພ້ອມທັງເປີດປະຕູບັນດາສະຖານທີ່ປະຫວັດສາດ ວັດທະນະທຳ, ຈັດຕັ້ງລາຍການສະແດງສິລະປະຮັບໃຊ້ແຂກທ່ອງທ່ຽວ ນັບທັງເວັນ ແລະ ຄືນ. ທ່ານ ຟ້າມຕ໊ວນລອງ ປະທານຄະນະກຳມະການປະຊາຊົນ ເມືອງຮວ່ານກ໊ຽມ ໃຫ້ຮູ້ວ່າ:

       “ຖະໜົນ ຢາງື, ຮ່ອມເກົ່າໂກ໊ ກໍ່ມີບັນດາຮ້ານກິນດື່ມ ແລະ ໂຮງແຮມ. ຖະໜົນ ຫ່າງແບ່ ກໍ່ຂາຍເຄື່ອງສິລະປະຫັດຖະກຳ ຖະໜົນ ດ່າວຢຸຍຕື່, ຖະໜົນເກົ່າໂກ໊ ກໍ່ມີຮ້ານຊັບພະສິນຄ້າ, ຮ້ານອາຫານ. ຖະໜົນ ດິງຫຼຽດ, ຖະໜົນ ຫ່າງເຢົ່າ ແມ່ນຖະໜົນຂາຍເກີບ ຂາຍເສື້ອແລນ... ສ່ວນຖະໜົນຫ່າງບາກ ແມ່ນຂາຍເງິນ ຂາຍຄຳ, ສະເພາະຖະໜົນ ໂອກວນເຈື໋ອງ ແມ່ນບ່ອນຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ງານບຸນ. ໃນບັນດາໂອກາດງານບຸນ ຈະຕັ້ງຮ້ານແນະນຳຜະລິດຕະພັນເຄື່ອງສິລະປະ ຫັດຖະກຳ, ອາຫານພິເສດຂອງບັນດາເຂດແຄວ້ນໃນທົ່ວປະເທດ”.

       ແຕ່ດົນນານມາແລ້ວຄຸ້ມຖະໜົນຍ່າງ ໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ກາຍເປັນແຫ່ງພົບປະແລກປ່ຽນຂອງປະຊາຊົນ ຢູ່ເຂດແຄວ້ນຕ່າງໆ ໃນທົ່ວປະເທດ ທັງແມ່ນສະຖານທີ່ທ່ອງທ່ຽວດູດດື່ມຢູ່ນະຄອນຫຼວງ ຮ່າໂນ້ຍ. ການເປີດກວ້າງຄຸ້ມຖະໜົນຍ່າງ ແມ່ນເພື່ອເສີມຂະຫຍາຍຄຸນຄ່າວັດທະນະທຳ ປະຫວັດສາດຂອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ທາງນະຄອນຮ່າໂນ້ຍ ຈະກໍ່ສ້າງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ກາຍເປັນສູນວັດທະນະທຳຂອງທົ່ວປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ