ເມືອງເກາະຫຼີເຊີນ ຂຶ້ນກັບແຂວງ ກວ໋າງຫງາຍ ສ້າງຜະລິດຕະພັນທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວ

(VOVWORLD) -ເມື່ອງເກາະຫຼີເຊີນ ຂຶ້ນກັບແຂວງ ກວ໋າງຫງາຍ ພວມກ້າວເຂົ້າສູ່ລະດູທ່ອງທ່ຽວ.ເພື່ອກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ເມືອງຫຼີເຊີນ ພວມຍູ້ແຮງການສ້າງຜະລິດຕະພັນທ່ອງທ່ຽວ, ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວໃນລະດູການທ່ອງທ່ຽວປີນີ້
ເມືອງເກາະຫຼີເຊີນ ຂຶ້ນກັບແຂວງ ກວ໋າງຫງາຍ ສ້າງຜະລິດຕະພັນທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວ - ảnh 1ຮາງເກົາ ກໍ່ແມ່ນສະຖານທີ່ທີ່ດູດດື່ມ ຢູ່ເກາະ ຫຼີເຊີນ

     ຫຼີເຊີນ ດຶງດູດໃຈແຂກທ່ອງທ່ຽວຍ້ອນມີເຂດເກາະທະເລທີ່ຮົກເຮື້ອ ພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ອາກາດປອດໂປ່ງເຢັນສະບາຍ, ມີສະຖານທີ່ປະຫວັດສາດຫຼາຍແຫ່ງ ຕິດພັນກັບມູນເຊື້ອຂອງກອງທະຫານເຮືອ ຮວ່າງຊາ. ເພື່ອສ້າງຄວາມດູດດື່ມສຳລັບແຂກທ່ອງທ່ຽວນັ້ນ ເມືອງຫຼີເຊີນພວມຮີບເຮັງຜັນຂະຫຍາຍສ້າງສະຖານທີ່ລະຫຼີນ, ຍົກສູງຄຸນນະພາບຖັນແຖວຜູ້ນຳທ່ຽວ ຖັນແຖວຜູ້ຮັບໃຊ້ຢູ່ຕາມສະຖານທີ່ທ່ອງທ່ຽວ.ປີກາຍນີ້ ຫຼີເຊີນ ໄດ້ຕ້ອນຮັບແຂກທ່ອງທ່ຽວ 135.000 ເທື່ອຄົນ ເພີ່ມຂຶ້ນ 95.000 ກວ່າເທື່ອຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ພິເສດໃນໂອກາດທ້າຍອາທິດ, ໃນຊຸມມື້ພັກວັນບຸນ, ກໍ່ມີແຂກທ່ອງທ່ຽວນັບ 1.000 ຄົນອອກໄປຍັງເກາະ. ນາງ ຫງວຽນທິຍືກວິ່ງ ແຂກທ່ອງທ່ຽວມາຈາກ ຖາຍງວຽນ ແບ່ງປັນວ່າ:

      “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາທ່ຽວ ຫຼີເຊີນ ທິວທັດທຳມະຊາດຢູ່ ຫຼີເຊີນ ຮົກເຮື້ອ ແຕ່ການບໍລິການໃນຍາມຄ່ຳຄືນຢູ່ທີ່ນີ້ ຍັງບໍ່ທັນອຸດົມສົມບູນເທື່ອ. ຂ້າພະເຈົ້າຫວັງວ່າ ຫຼີເຊີນ ຈະປົວແປງບັນດາການບໍລິການໃນຍາມຄ່ຳຄືນ ເພື່ອຈະເປັນການດຶງດູດແຂກທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ”.

    ຮາງເກົາ ກໍ່ແມ່ນສະຖານທີ່ທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມີໂອກາດມາທ່ຽວຢູ່ເກາະ ຫຼີເຊີນ. ແຂກມາທ່ຽວຢູ່ ຫາງເກົາ ເຄີຍໄດ້ຮັບຊົມຄວາມງາມທີ່ຮົກເຮື້ອ ແລະ ໄດ້ຄົ້ນຫາບັນດາການເຄື່ອນໄຫວທີ່ເປັນໜ້າຈັບໃຈຄື ອາບນ້ຳທະເລ, ດຳນ້ຳ, ຮັບຊົມປະກາລັງ,ຕຶກປາ, ພາຍເຮືອ, ຕັ້ງຄ້າຍ... ທ່ານ ຫງວຽນແທັງຟອງ ເຈົ້າຂອງເຂດທ່ອງທ່ຽວການບໍລິການ ຮາງເກົາ ທີ່ເມືອງ ຫຼີເຊີນ ຖືວ່າ:

      “ສິ່ງພື້ນຖານແມ່ນຄຸນນະພາບການບໍລະການຂອງຕົນ ຈະດີຫຼືບໍ່ ເພື່ອໃຫ້ບັນດາຫົວໜ່ວຍມີຄວາມໝັ້ນໃຈ ນຳພາຄະນະນັກທ່ອງທ່ຽວມາທ່ຽວຢູ່ ຫຼີເຊີນ. ໜ້າພຽງລາຄາພຽງແຕ່ສິ່ງກີດຂວາງນ້ອຍ ບໍ່ແມ່ນໃຫຍ່. ສິ່ງສຳຄັນທີ່ຍັງແມ່ນຄຸນນະພາບການບໍລະການຄືແນວໃດ ມັນສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ ຂອງແຂກທ່ອງທ່ຽວໄດ້ຫຼືບໍ່”.

     ປັດຈຸບັນເມືອງເກາະຫຼີເຊີນ ພວມມີສະຖານທີ່ພັກເຊົາຫຼາຍກວ່າ 130 ແຫ່ງ ດ້ວຍ 1.000 ຫ້ອງນອນ. ເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວນັ້ນ, ແຕ່ຫຼາຍເດືອນທີ່ຜ່ານມາ ບັນດາຮາກຖານການບໍລິການໃນເກາະ ຫຼີເຊີນ  ໄດ້ກະກຽມເງື່ອນໄຂທຸກຢ່າງ ເພື່ອກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ທ່ານນາງ  ຫງວຽນທິຕຽນ ເຈົ້າຂອງເຮືອນພັກ ຕຽນຈີ  ທີ່ເມືອງ ຫຼີເຊີນ ໃຫ້ຮູ້ວ່າ:

     “ພາຍຫຼັງໄລຍະຮັບຜົນວະທ້ອນຈາກໂລກລະບາດເປັນເວລາຍາວນານ, ມາຮອດປັດຈຸບັນພວກຂ້າພະເຈົ້າໄດ້ລົງທຶນປັບປຸງເຮືອນພັກຫ້ອງນອນ ປະດັບປະດາໃຫ້ສວຍງາມເພື່ອດຶງດູດແຂກທ່ອງທ່ຽວ. ພວກຂ້າພະເຈົ້າຍັງໂຄສະນາທາງເຄືອຂ່າຍອິນເຕີເນັດ ເພື່ອໃຫ້ທຸກໆຄົນຮູ້ຈັກເຖິງຫຼີເຊີນ ຫຼາຍກວ່າ”.

     ທ່ານນາງ ຟ້າມທິເຮືອງ ປະທານຄະນະກຳມະການປະຊາຊົນເມືອງຫຼີເຊີນ ໃຫ້ຮູ້ວ່າ ນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດ ດັດປັບແຜນຜັງສັງລວມກ່ຽວກັບການກໍ່ສ້າງເຂດເສດຖະກິດ ຢຸງກວັດ ທີ່ຂຶ້ນກັບແຂວງ ກວ໋າງຫງາຍ ເຖິງປີ 2045 ໃນນັ້ນເມືອງ ຫຼີເຊີນ ສູ້ຊົນກາຍເປັນຕົວເມືອງປະເພດ 4 ໃນປີ 2026. ທ່ານນາງ ຟ້າມທິເຮືອງ ເວົ້າວ່າ:

      “ພວກຂ້າພະເຈົ້າ ພວມສົມທົບກັບບັນດາພະແນກຂະແໜງການຄະນະຄຸ້ມຄອງເຂດເສດຖະກິດ ຢຸງກວັດ ແລະ ບັນດາເຂດອຸດສາຫະກຳໃນແຂວງ ກວ໋າງຫງາຍ ຜັນຂະຫຫຍາຍການວາງແຜນຜັງລະອຽດ, ລາຍລະອຽດແຕ່ລະເຂດ. ຫຼີເຊີນ ພວມແມ່ນເຂດທີ 5 ໃນເຂດເສດຖະກິດ ຢຸງກວັດ. ນີ້ກໍ່ແມ່ນເງື່ອນໄຂເພື່ອພວກຂ້າພະເຈົ້າດຶງດູດັນດານັກລົງທຶນໃຫຍ່ໃນຂົງເຂດການທ່ອງທ່ຽວ”.

    ມະຕິກົມການເມືອງສູນກາງພັກ ກ່ຽວກັບການພັດທະນາເສດຖະກິດສັຄົມ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ເຖິງປີ 2030 ວິໄສທັດເຖິງປີ 2045 ກຳນົດການພັດທະນາເມືອງເກາະຫຼີເຊີນ  ທີ່ຂຶ້ນກັບແຂວງ ກວ໋າງຫງາຍ ກາຍເປັນສູນກາງທ່ອງທ່ຽວທະເລ - ເກາະແຫ່ງຊາດ. ທ່ານ ເຈິ່ນເຟືອກຫ່ຽນ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກວ໋າງຫງາຍ ຢືນຢັນວ່າ:

     “ນີ້ແມ່ນປະຖົມປັດໄຈຢ່າງໃຫຍ່ຫຼວງມີຄວາມສະດວກ ເພື່ອໃຫ້ພວກເຮົາສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງ ຫຼີເຊີນ ໃຫ້ຖືກຕາກກຳນົດທິດ. ພວກຂ້າພະເຈົ້າຍັງຈະຕັດສິນໃຈປະຕິບັດ ຢ່າງໄວທີ່ສຸດ ເພື່ອໃຫ້ເມືອງເກາະຫຼີເຊີນ ພັດທະນາສົມກັບຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງບົດບາດທີ່ສຳຄັນ. ພິເສດແມ່ນກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວທະເລເກາະຂອງທົ່ວປະເທດ”.

     ໂດຍໄດ້ກຳນົດຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມ, ຫຼີເຊີນ ກໍ່ໄດ້ລົງທຶນຟື້ນຟູ ແລະ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳຫຼາຍຢ່າງ ເປັນຕົ້ນແມ່ນບັນດາຮູບແບບວັດທະນະທຳພື້ນເມືອງ ແລະ ບັນດາຄຸນຄ່າອະທິປະໄຕເຂດທະເລໝູ່ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ