ກ່ຳປັ່ນໂຮງໝໍເຄື່ອນທີ່ຢູ່ທະເລ

(VOVWORLD) - ກ່ຳປັ່ນ 561 ແມ່ນກ່ຳປັ່ນໂຮງໝໍລຳທຳອິດ ແລະ ທັນສະໄໝທີ່ສຸດ ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ. 

ກໍ່ຄືກັນກັບບັນດາກ່ຳປັ່ນຂົນສົ່ງ ທີ່ປະຕິບັດໜ້າທີ່ໜູນຊ່ວຍໃຫ້ບັນດາໝູ່ເກາະ, ປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ, ກ່ຳປັ່ນ 561 - ແຄ໊ງຮ່ວາ-01, ກອງພັນນ້ອຍ 411, ກອງພົນນ້ອຍ 955, ກອງທັບເຮືອເຂດ 4 ຍັງມີພາຫະນະອຸປະກອນການກວດ, ປິ່ນປົວພະຍາດຄືໂຮງໝໍນ້ອຍ ພ້ອມກັບຖັນແຖວແພດໝໍຢ່າງຄົບຖ້ວນ…ມີລະດັບສີມືສູງ, ຮັບປະກັນກໍລະນີສຸກເສີນ ແລະ ປິ່ນປົວພະຍາດໃຫ້ທະຫານ, ປະຊາຊົນທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ເມືອງເກາະ ເຈື່ອງຊາ, ເຮືອນຮ້ານຍາມ DK1 ກໍ່ຄືຊາວປະມົງຢູ່ທະເລຕາເວັນອອກ.

ກ່ຳປັ່ນໂຮງໝໍເຄື່ອນທີ່ຢູ່ທະເລ - ảnh 1ກ່ຳປັ່ນ 561 - ແຄ໊ງຮ່ວາ-01, ກອງພັນນ້ອຍ 411, ກອງພົນນ້ອຍ 955, ກອງທັບເຮືອເຂດ 4 

"ນີ້ແມ່ນເຂດປະຕິບັດບົດບາດໜ້າທີ່ຂອງກ່ຳປັ່ນໂຮງໝໍ ລວມມີຫ້ອງຜ່າຕັດ, ທັນສະໄໝຄືຫ້ອງຜ່າຕັດຢູ່ດິນຕໍ່ແຜ່ນ, ໄດ້ຕິດຕັ້ງກ້ອງຖ່າຍອອນລາຍທີ່ເຊື່ອມຕໍ່ກັບບັນດາໂຮງໝໍໃຫຍ່ໃນທົ່ວປະເທດຄືໂຮງໝໍ 108, 103…ຫ້ອງເອໂກ, ຖ່າຍລັງສີ, ສະແກນ, ພະແນກແຂ້ວ-ຄາງໜ້າ…"

ຮ້ອຍເອກ ຟ້າມວັນອານ, ກັບຕັນເຮືອ 561 ພວມແນະນຳບັນດາຫ້ອງກວດ, ປິ່ນປົ່ວພະຍາດຂອງກ່ຳປັ່ນໂຮງໝໍ, ບັນດາຫ້ອງເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການລົງທຶນຕິດຕັ້ງອຸປະກອນການແພດທີ່ທັນສະໄໝ ຄືບັນດາໂຮງໝໍຢູ່ດິນຕໍ່ແຜ່ນ.

 ເບິ່ງຢູ່ພາຍນອກ, ກ່ຳປັ່ນ 561 ກໍ່ຄືກັນກັບບັນດາກ່ຳປັ່ນຂົນສົ່ງອື່ນໆ, ແຕ່ຈຸດທີ່ແຕກຕ່າງກັນ ນັ້ນແມ່ນກ່ຳປັ່ນໄດ້ຕິດກາກະບາດສີແດງ. ຮ້ອຍເອກ ຟ້າມວັນອານ ໃຫ້ຮູ້ວ່າ:

"ກ່ຳປັ່ນເຮັດວຽກໃນເງື່ອນໄຂອາກາດສັບສົນ, ຄື້ນຟອງໃຫຍ່ລົມແຮງເປັນປະຈຳ ແຕ່ພະນັກງານ, ນັກຮົບແຕ່ລະຄົນ ລ້ວນແຕ່ມີຄວາມຕັດສິນໃຈໃນການປະຕິບັດໜ້າທີ່ ເມື່ອໄດ້ຮັບມອບໝາຍ. ນັ້ນແມ່ນຄຳສັ່ງຈາກຫົວໃຈຂອງນັກຮົບ, ອ້າຍນ້ອງໃນກ່ຳປັ່ນລ້ວນແຕ່ປະຕິບັດໜ້າທີ່ຢ່າງສຸດຈິດສຸດໃຈ, ເປັນຕົ້ນແມ່ນກູ້ໄພກູ້ຊີບ, ປິ່ນປົວພະຍາດໃຫ້ຊາວປະມົງເມື່ອປະສົບກັບເຄາະຮ້າຍ."

ກ່ຳປັ່ນ 561 ແມ່ນກ່ຳປັ່ນໂຮງໝໍລຳທຳອິດ ແລະ ທັນສະໄໝທີ່ສຸດ ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ. ສະນັ້ນ, ພະນັກງານ, ນັກຮົບຂອງກ່ຳປັ່ນແຕ່ລະຄົນ ລ້ວນແຕ່ກຳນົດເອົາໜ້າທີ່ກວດ, ປິ່ນປົວພະຍາດ, ກູ້ຊີບຊ່ວຍເຫຼືອຊາວປະມົງຢູ່ທະເລ ເປັນສິ່ງສຳຄັນແຖວໜ້າ, ສະນັ້ນ, ພະນັກງານ, ນັກຮົບແຕ່ລະຄົນ ລ້ວນແຕ່ໄດ້ຮັບການຝຶກອົບຮົມ, ບຳລຸງສ້າງກ່ຽວກັບທັກສະແກ້ໄຂກໍລະນີສຸກເສີນໃຫ້ແກ່ຜູ້ປະສົບເຄາະຮ້າຍໂດຍພື້ນຖານ. ຮ້ອຍໂທ ຕ້າຈູງແທ່ງ, ພະນັກງານການເມືອງກ່ຳປັ່ນ 561 ໃຫ້ຮູ້ວ່າ, ຜ່ານຜ່າຄື້ນຟອງໃຫຍ່ລົມແຮງ, ການປິ່ນປົ່ວຢ່າງທັນການແຕ່ລະຄັ້ງ ແລະ ກູ້ເອົາຊີວິດໃຫ້ຄົນເຈັບແມ່ນຄວາມປິຕິຊົມຊື່ນ, ຄວາມຜາສຸກຂອງພະນັກງານ, ນັກຮົບກ່ຳປັ່ນ 561 ແຕ່ລະຄົນ. ຮ້ອຍໂທ ຕ້າຈູງແທ່ງ ໃຫ້ຮູ້ວ່າ:

ປະຕິບັດໜ້າທີ່ໃນເງື່ອນໄຂຄື້ນຟອງສູງລົມແຮງແມ່ນຫຍຸ້ງຍາກທີ່ສຸດ, ມີຫລາຍກໍລະນີເມົາຄື້ນ ກິນບໍ່ໄດ້ ແຕ່ກໍ່ບໍ່ປະລະບົດບາດໜ້າທີ່ຂອງຕົນ, ທັງໝົດນັ້ນແມ່ນເພື່ອສຸຂະພາບຂອງທະຫານ, ປະຊາຊົນປະຕິບັດໜ້າທີ່ຢູ່ທະເລໝູ່ເກາະ. ຄຸນນະທາດດ້ານການເມືອງຂອງພະນັກງານ, ນັກຮົບແຕ່ລະຄົນຍາມໃດກໍ່ໝັ້ນແກ່ນ,  ແລະ ມີຄວາມອຸ່ນອຽນໃຈປະຕິບັດວຽກງານ.

ກ່ຳປັ່ນໂຮງໝໍເຄື່ອນທີ່ຢູ່ທະເລ - ảnh 2ຫ້ອງຜ່າຕັດ, ທັນສະໄໝຄືຫ້ອງຜ່າຕັດຢູ່ດິນຕໍ່ແຜ່ນ

ໂດຍປະຕິບັດໜ້າທີ່ຕົ້ນຕໍຂອງກ່ຳປັ່ນໂຮງໝໍຢູ່ທະເລ, ໃນຊຸມປີຜ່ານມາ, ກ່ຳປັ່ນ 561 ໄດ້ກູ້ຊ່ວຍ, ປິ່ນປົ່ວພະຍາດເຈັບໜັກໃຫ້ແກ່ທະຫານ, ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ ແລະ ຊາວປະມົງໄປຫາປາຢູ່ທະເລຫລາຍກໍລະນີ.

ພັນຕີ ເຈິ່ນວັນງອັກ, ຜູ້ຮັບຜິດຊອບເສນາຮັກຂອງກ່ຳປັ່ນ ແບ່ງປັນວ່າ ຕົນເອງໄດ້ຕິດພັນກັບກ່ຳປັ່ນ 561 ນັບແຕ່ເມື່ອກ່ຳປັ່ນລຳນີ້ໄດ້ຈັດສົ່ງເຂົ້າກຳລັງທະຫານເຮືອ, ຊີວິດການເປັນຢູ່ຂອງພັນຕີ ເຈິ່ນວັນງອັກ ແລະ ເພື່ອນຮ່ວມກົມກອງໄດ້ຕິດພັນກັບກ່ຳປັ່ນ ແລະ ທະເລໝູ່ເກາະ. ມີຄວາມຊົງຈຳທີ່ເປັນໜ້າຈົດຈຳຫລາຍຢ່າງ ແຕ່ຈືທີ່ສຸດແມ່ນເວລາຮັບ ແລະ ປິ່ນປົ່ວໃຫ້ຄົບເຈັບທີ່ຕ້ອງການຜ່າຕັດໃນຄ່ຳຄືນ ເຊິ່ງແມ່ນຊາວປະມົງທີ່ໄປຫາປາຢູ່ເຂດເກາະ ນຸຍແລ ເຈັບໄສ້ຕິ່ງສຸກເສີນ, ທິມແພດໝໍຂອງກ່ຳປັ່ນຕ້ອງດຳເນີນການຜ່າຕັດແຕ່ 21 ໂມງ 40 ນາທີ ຫາ 22 ໂມງຈຶ່ງສຳເລັດ. ຫລັງຈາກນັ້ນ, ອ້າຍນ້ອງແພດໝໍບໍ່ຫລັບຕະຫລອດຄືນ ເພື່ອຍາມ, ຕິດຕາມອາການສະພາບສຸຂະພາບຂອງຄົນເຈັບ 24 ຊົ່ວໂມງ ຈົນເຖິງເວລາຄົນເຈັບມີອາການດີຂຶ້ນ. ພັນຕີ ເຈິ່ນວັນງອັກ ແບ່ງປັນວ່າ:

ກໍລະນີຜູ້ປະສົບໄພສຸກເສີນ, ກູ້ໄພກູ້ຊີບຢູ່ທະເລ ສ່ວນຫລາຍແມ່ນບັນດາກໍລະນີບາດເຈັບ, ເຮືອຕຳກັນ ເມື່ອຊາວປະມົງໄປຫາປາ, ຄາວນັ້ນ ຕ້ອງຜ່ານຜ່າຄື້ນຟອງໃຫຍ່ລົມແຮງເພື່ອກູ້ຊ່ວຍຊາວປະມົງ, ນຳສົ່ງຊາວປະມົງຂຶ້ນກ່ຳປັ່ນເພື່ອພະຍາບານສຸກເສີນ, ຮັບປະກັນຄວາມປອດໄພດ້ານຊີວິດອິນຊີໃຫ້ຄົນເຈັບ. ໂດຍແມ່ນແພດໝໍ ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອກູ້ເອົາຊີວິດຂອງຄົນ. ນັ້ນແມ່ນຄຳສັ່ງຈາກຫົວໃຈຂອງພະນັກງງານ, ນັກຮົບກ່ຳປັ່ນໂຮງໝໍທຸກຄົນ.

ກ່ຳປັ່ນໂຮງໝໍ 561 ຖືກປ່ອຍລົງນ້ຳໃນວັນທີ 26 ເມສາ 2012 ແລະ ເຂົ້າເຄື່ອນໄຫວຄັ້ງທຳອິດໃນຕົ້ນປີ 2013, ພາຍຫລັງເຂົ້າປະຕິບັດໜ້າທີ່ຢ່າງເປັນທາງການມາເປັນເວລາ 8 ປີ, ກ່ຳປັ່ນ 561 ໄດ້ທຳການກວດພະຍາດ, ສະໜອງຢຸກຢາ, ຈັດຕັ້ງການພະຍາບານສຸກເສີນໃຫ້ພະນັກງານ, ນັກຮົບ ແລະ ຊາວປະມົງຢູ່ເມືອງເກາະ ເຈື່ອງຊາ ຫລາຍພັນຄົນ. ນອກຈາກການກູ້ຊ່ວຍ, ປິ່ນປົວພະຍາດໃຫ້ພະນັກງານ, ນັກຮົບ ແລະ ຊາວປະມົງຢູ່ທະເລ ແລະ ບັນດາເກາະ, ກ່ຳປັ່ນ 561 ຍັງຮັບຜິດຊອບຫລາຍໜ້າທີ່ຄື ຈັດຕັ້ງການກວດ, ປິ່ນປົ່ວພະຍາດໃຫ້ທະຫານ, ປະຊາຊົນບັນດາເກາະຂຶ້ນກັບໝູ່ເກາະ ເຈື່ອງຊາ ແລະ ເຮືອນຮ້ານຍາມ DK1  2 ປີຄຕໍ່ຄັ້ງ ແຕ່ລະຄັ້ງແກ່ຍາວເປັນເວລາ 2 ເດືອນ.

ໜຶ່ງໃນບັນດາໜ້າທີ່ເຊິ່ງກ່ຳປັ່ນ 561 ປະສົບຜົນສຳເລັດດີເດັ່ນ ນັ້ນແມ່ນຕາງໜ້າໃຫ້ທະຫານເຮືອປະຊາຊົນ ຫວຽດນາມ ເຂົ້າຮ່ວມການຊ້ອມຮົບຫລາຍຝ່າຍຂອງທະຫານເຮືອ ອາຊຽນ (KOMODO) ສົມທົບກັບການກູ້ຊ່ວຍ, ຫລຸດຜ່ອນໄພພິບັດຈາກຄື້ນຍັກແຕ່ວັນທີ 25 ມີນາ - ວັນທີ 16 ເມສາ 2014. ນີ້ແມ່ນການຊ້ອມຮົບຂະໜາດໃຫຍ່ ດ້ວຍການເຂົ້າຮ່ວມຂອງ 18 ປະເທດ, ນອກຈາກກຸ່ມ ອາຊຽນ ຍັງມີທະຫານເຮືອບັນດາປະເທດ ລັດເຊຍ, ອາເມລິກາ, ຍີ່ປຸ່ນ, ຈີນ, ອິນເດຍ, ອົດສະຕາລີ ເຂົ້າຮ່ວມ.

ດ້ວຍພາລະກຳມະນຸດສະທຳ ພ້ອມກັບລັກສະນະເຄື່ອນທີ່, ທັນສະໄໝ, ກ່ຳປັ່ນໂຮງໝໍ 561 ແມ່ນໜຶ່ງໃນບັນດາກຳລັງໜູນ ຊ່ວຍໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈອອກທະເລຫາປາ, ຊ່ວຍພະນັກງານ, ນັກຮົບຢູ່ ເຈື່ອງຊາ ແລະ ເຮືອນຮ້ານຍາມ ອຸ່ນອ່ຽນໃຈປະຕິບັດວຽກງານ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດຢ່າງໝັ້ນຄົງ ./.

ຕອບກັບ

ຂ່າວ/ບົດ​ອື່ນ