ຂັ້ນຕອນການປິ່ນປົວຕາໃຫ້ຄົນທຸກຍາກ

(VOVWORLD) - 2 ປີກ່ອນ, ເລື່ອງຫຼານນ້ອຍ ຫ໋າຍອານ ອາຍຸ 7 ປີທີ່ເສຍຊີວິດຢູ່ ຮ່າໂນ້ຍ ໄດ້ບໍລິຈາກເຍື່ອແກ້ວຕາຂອງຕົນ ຊ່ວຍໃຫ້ຄົນພິການຕາ 2 ຄົນກັບມາເຫັນຮຸ່ງ ໄດ້ກາຍເປັນແປວໄຟສ້າງຄວາມສະເທືອນໃຈຂອງຫລາຍຄົນ. 

ຫລັງຈາກນັ້ນ ມີຫລາຍຄົນໄດ້ຈົດທະບຽນບໍລິຈາກເຍື່ອແກ້ວຕາຂອງຕົນ ເມື່ອເຂົາເຈົ້າເສຍຊີວິດ. ເຖິງຢ່າງໃດກໍ່ຕາມ ສຳລັບຜູ້ທີ່ເປັນພະຍາດເຍື່ອແກ້ວຕາ, ຕາບອດເບື້ອງ 1 ຫຼື 2 ເບື້ອງນັບຫລາຍພັນຄົນນັ້ນ ພວມຄອງຄອຍລໍຖ້າໄດ້ຜ່າຕັດ້ປ່ຽນເຍື່ອແກ້ວຕາ ແຕ່ຈຳນວນຜູ້ບໍລິຈາກແມ່ນໜ້ອຍຫລາຍ. ສະນັ້ນ, ສະມາຄົມໜູນຊ່ວຍຄົນເຈັບທຸກຍາກນະຄອນ ໂຮ່ຈີມິນ ໄດ້ ແລະ ພວມມານະພະຍາຍາມໃນຂັ້ນຕອນການປິ່ນປົວຕາໃຫ້ແກ່ຄົນທຸກຍາກ.

ຂັ້ນຕອນການປິ່ນປົວຕາໃຫ້ຄົນທຸກຍາກ - ảnh 1ຄົນເຈັບມາກວດຄືນ ພາຍຫລັງຜ່າຕັດປ່ຽນເຍື່ອແກ້ວຕາ 

ຍັງພຽງແຕ່ໜຶ່ງເດືອນອີກ, ອ້າຍ ຫງວຽນວັນເກື່ອງ, ອາຍຸ 33 ປີ ຢູ່ແຂວງ ອານຢາງ ກໍ່ຈະເຫັນຮຸ່ງໄດ້ດ້ວຍຄູ່ດວງຕາຂອງຕົນ. ຍິ່ງໄປກ່ວານັ້ນ, ອ້າຍ ເກື່ອງ ຍັງຈະໄປຮັບຈ້າງຂົນປູນຂົນຊາຍດ້ວຍຄວາມເຊື່ອໝັ້ນຕົນເອງ ບໍ່ປະໃຫ້ນາຍຈ້າງມີຄວາມຮູ້ສຶກອີ່ດູຕົນ. ເຊິ່ງແມ່ນຄອບຄົວທຸກຍາກ, ຕອນຍັງນ້ອຍ, ອ້າຍເກືອງ ຢູ່ນຳພໍ່ປູ່ແມ່ຍ່າ, ອາຍຸໄດ້ 4 ປີ, ໃນຂະນະທີ່ໄປນານຳຍາດຕິພີ່ນ້ອງນັ້ນ ເຂົ້າເປືອກໄດ້ປິວເຂົ້າຕາເບື້ອງຂວາ. ຈາກນັ້ນ, ຕາເບື້ອງຂວາຂອງລາວ ຈຶ່ງເບິ່ງບໍ່ເຫັນຫຍັງເລີຍ ແລະ ຍາມໃດລາວກໍ່ຮູ້ສຶກວ່າ ຕົນເອງມີປົມດ້ອຍ, ການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກໃນຕະຫລອດ 29 ປີຜ່ານມາ. ຫວ່າງແລ້ວນີ້, ຄົນເຈັບທີ່ເປັນພະຍາດມະເຮັງຢູ່ນະຄອນໂຮ່ຈີມິນ ເສຍຊີວິດ ລາວໄດ້ບໍລິຈາກເຍື່ອແກ້ວຕາ, ສະມາຄົມໜູນຊ່ວຍຄົນເຈັບທຸກຍາກນະຄອນໂຮ່ຈີມິນ ໄດ້ສົມທົບກັບໂຮງໝໍ ຫງວຽນຈ໋າຍ ດຳເນີນການຜ່າຕັດປ່ຽນເຍື່ອແກ້ວຕາ ເຮັດໃຫ້ຄູ່ດວງຕາຂອງອ້າຍ ເກື່ອງ ກັບມາເຫັນຮຸ່ງອີກຄັ້ງ.

ສ່ວນ ອ້າຍ ຫງວຽນວັນຕູ໊, ອາຍຸ 47 ປີ, ຢູ່ເມືອງ ຮ໊ອກໂມນ, ນະຄອນໂຮ່ຈີມິນ  ມີສິ່ງແປກປອມປິວເຂົ້າຕາໃນຂະນະທີ່ອ້າຍໄປຂັບລົດຈັກຮັບຈ້າງ. ໂດຍໄດ້ຮັບການປິ່ນປົວເປັນເວລາກ່ວາໜຶ່ງເດືອນ, ບັນດາແພດໝໍໃຫ້ຮູ້ວ່າ ຕາຂອງລາວບໍ່ສາມາດປິ່ນປົວໄດ້ເບື້ອງ 1 . ແລ້ວຄວາມໂຊກດີກໍ່ເຂົ້າມາໃນຊີວິດ ອ້າຍໄດ້ຮັບການບໍລິຈາກເຍື່ອແກ້ວຕາ, ສະມາຄົມໜູນຊ່ວຍຄົນເຈັບທຸກຍາກນະຄອນໂຮ່ຈີມິນ ໄດ້ຜ່າຕັດປ່ຽນເຍື່ອແກ້ວຕາໂດຍບໍ່ເສຍຄ່າໃຫ້ອ້າຍ ຕູ໊. ດຽວນີ້, ລາວສາມາດຂັບລົດຈັກຮັບຈ້າງເປັນປົກກະຕິແລ້ວ, ລົບລ້າງຄວາມປົມດ້ອຍ, ມີຄວາມເຊື່ອໝັ້ນຕົນເອງໃນການພົບປະກັບຄົນອື່ນແລ້ວ. ອ້າຍ ຕູ໊ ໃຫ້ຮູ້ວ່າ:

ເມື່ອພົບປະກັບຄົນອື່ນ ຂ້າພະເຈົ້າມີຄວາມເຊື່ອໝັ້ນຕົນເອງກ່ວາ, ທຳມາຫາກິນກໍ່ດີກ່ວາເກົ່າ. ດຽວນີ້ ຍັງຂັບລົດຮັບຈ້າງ ແລະ ຊ່ວຍເມຍຂາຍເຂົ້າລາດໜ້າໃຫ້ກຳມະກອນຢູ່ແຄມທາງ. ຂໍຂອບໃຈຜູ້ທີ່ບໍລິຈາກເຍື່ອແກ້ວຕາໃຫ້ຂ້າພະເຈົ້າ ເພື່ອໃຫ້ຂ້າພະເຈົ້າສາມາດເຫັນຮຸ່ງໄດ້, ຂ້າພະເຈົ້າສັນຍາວ່າ ຈະເປັນພົນລະເມືອງດີຂອງສັງຄົມ.

ນັ້ນແມ່ນ 2 ຄົນທີ່ມີຄວາມໂຊກດີໃນຈຳນວນຄົນພິການຕາທີ່ທຸກຍາກ, ຕາບໍ່ເຫັນຮຸ່ງໄດ້ຮັບການບໍລິຈາກເຍື່ອແກ້ວຕານັບຫລາຍພັນຄົນ. ຕາມສະມາຄົມໜູນຊ່ວຍຄົນເຈັບທຸກຍາກນະຄອນໂຮ່ຈີມິນແລ້ວ, ແຕ່ລະປີມີຜູ້ພິການຕາເບື້ອງ 1 ຫຼື 2 ເບື້ອງປະມານ 2000 ຄົນ ຈົດທະບຽນຜ່າຕັດປ່ຽນເຍື່ອແກ້ວຕາໂດຍບໍ່ເສຍຄ່າ. ຜູ້ບໍລິຈາກພຽງແຕ່ 2 – 3 ຄົນເທົ່ານັ້ນ, ໝາຍຄວາມວ່າ ພຽງແຕ່ສາມາດປ່ຽນໃຫ້ໄດ້ແຕ່ 4 – 6 ຄົນເທົ່ານັ້ນ.

ຂັ້ນຕອນການປິ່ນປົວຕາໃຫ້ຄົນທຸກຍາກ - ảnh 2 ແພດໝໍຂອງໂຮງໝໍ ຫງວຽນຈ໋າຍ ດຳເນີນການຜ່າຕັດປ່ຽນເຍື່ອແກ້ວຕາ

ທ່ານ ເຈິ່ນແທງລອງ, ປະທານສະມາຄົມໜູນຊ່ວຍຄົນເຈັບທຸກຍາກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ສະມາຄົມມີບັນດາແພດໝໍ ແລະ ໂຮງໝໍຍາມໃດກໍ່ມີຄວາມພ້ອມກຽມຜ່າຕັດປ່ຽນເຍື່ອແກ້ວຕາໃຫ້ຄົນເຈັບໂດຍບໍ່ເສຍຄ່າ. ສະນັ້ນ, ຖ້າມີຜູ້ບໍລິຈາກດ້ວຍຄວາມສະໝັກໃຈຢູ່ພາຍໃນປະເທດ ຄົນພິການຕາທີ່ທຸກຍາກຈະມີໂອກາດກັບມາເຫັນຮຸ່ງອີກຄັ້ງ.

ແພດໝໍເຮັດວຽກດ້ວຍຄວາມສະໝັກໃຈ, ບໍ່ມີຄ່າແຮງງານ, ຊ້ຳບໍ່ໜຳ ເມື່ອຄົນເຈັບມາກວດຄືນ ບໍ່ມີເງິນ ແພດໝໍຍັງເອົາເງິນຕົນເອງ ມາຊ່ວຍເຂົາເຈົ້າເດີນທາງໄປມາ. ບາງເທື່ອ ສະມາຄົມຍັງລົງໄປຢື້ຢາມຖາມຂ່າວ, ມອບຂອງຂວັນຢູ່ທ້ອງຖິ່ນ, ເບິ່ງຊີວິດການເປັນຢູ່ຂອງເຂົາເຈົ້າມີຫຍັງປ່ຽນແປງຫຼືບໍ່, ຖ້າດີຂຶ້ນຫລາຍ ພວກເຮົາກໍ່ຈະໂຄສະນາເຜີຍແຜ່ໃຫ້ນັກອຸປະຖຳ ແລະ ວົງຄະນະຍາດຮັບຮູ້ ແລະ ສະໜັບສະໜູນ.

ທ່ານໝໍ ເຈິ່ນແທັງແຢັງ, ຫົວໜ້າພະແນກຕາ, ໂຮງໝໍຫງວຽນຈ໊າຍ, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ເກືອບ 10 ປີຜ່ານມາ, ພະແນກຕາໄດ້ຜ່າຕັດປ່ຽນເຍື່ອແກ້ວຕາໃຫ້ແກ່ຄົນເຈັບ 49 ຄົນ. ຈຳນວນຜູ້ຕ້ອງການປ່ຽນເຍື່ອແກ້ວຕາແມ່ນມີຫລາຍ, ແຕ່ຈຳນວນຜູ້ເສຍຊີວິດທີ່ບໍລິຈາກເຍື່ອແກ້ວຕາແມ່ນມີໜ້ອຍທີ່ສຸດ, ສະນັ້ນ ແພດໝໍຈຶ່ງໄດ້ຮັບການບໍລິຈາກເຍື່ອແກ້ວຕາຂອງ 25 ຄົນເທົ່ານັ້ນ. ກໍ່ຕາມທ່ານໝໍ ແຢງ ແລ້ວ, ໃນຈຳນວນຄົນເຈັບນັບຫລາຍພັນຄົນທີ່ພວມລໍຖ້າຜ່າຕັດປ່ຽນເຍື່ອແກ້ວຕານັ້ນ ເລື່ອງຄັດເລືອກເອົາຜູ້ທີ່ຈະມາປ່ຽນແກ້ວຕາ ແມ່ນເລື່ອງຫຍຸ້ງຍາກທີ່ສຸດສຳລັບຜູ້ເປັນແພດໝໍ. ບັນດາມາດຖານການຄັດເລືອກແມ່ນໃຫ້ບຸລິມະສິດຜູ້ພິການຕາທັງ 2 ເບື້ອງ, ຜູ້ທີ່ເປັນເສົາຄ້ຳຕົ້ນຕໍໃນຄອບຄົວ.

ຄວາມຈິງ ແນວຄວາມຄິດບໍລິຈາກເຍື່ອແກ້ວຕາຢູ່ ຫວຽດນາມ ຍັງບໍ່ທັນສູງ, ຫວັງວ່າ ໃນອະນາຄົດ ຈະມີຫລາຍຄົນມີຄວາມເມດຕາປານີກ່ວາ, ອາດຈະບໍລິຈາກສ່ວນໃດສ່ວນໜຶ່ງໃນຮ່າງກາຍຂອງຕົນເມື່ອເສຍຊີວິດ ເພື່ອມອບໃຫ້ຜູ້ທີ່ມີຄວາມຕ້ອງການ, ເປັນຕົ້ນແມ່ນຜູ້ທີ່ພິການຕາ ພວມຢູ່ໃນເກນອາຍຸໄວໜຸ່ມ, ຕ້ອງແບກຫາບພາລະໜັກໜ່ວງໃຫ້ທັງຄອບຄົວ.

ຄົນຍັງຢູ່ດີມີແຮງ ແຕ່ບັງເອີນຖືກເສຍຊີວິດ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ອື່ນໄດ້ຮັບການບໍລິຈາກເຍື່ອແກ້ວຕາເທົ່ານັ້ນ ຫາກຍັງກອບກູ້ເອົາຊີວິດໄດ້ຫລາຍຄົນອີກດ້ວຍ ໂດຍຜ່ານການບໍລິຈາກອະໄວຍະວະສ່ວນອື່ນຄື: ປອດ, ຕັບ, ຫົວໃຈ…ການບໍລິຈາກອະໄວຍະວະເຫຼົ່ານັ້ນ ບໍ່ພຽງແຕ່ເປັນການກອບກູ້ເອົາຊີວິດຂອງຜູ້ໄດ້ຮັບການບໍລິຈາກໂດຍກົງເທົ່ານັ້ນ ຫາກຍັງໄດ້ຊ່ວຍເຫຼືອທັງຄອບຄົວຄົນເຈັບ ແລະ ຫລຸດຜ່ອນການແບກຫາບໜ້າທີ່ໃຫ້ສັງຄົມຕື່ມອີກ. ສະນັ້ນ, ເລື່ອງບໍລິຈາກເຍື່ອແກ້ວຕາ ແທ້ຈິງແມ່ນການເຊື່ອມຕໍ່ຊີວິດໃໝ່ໃຫ້ແກ່ເຂົາເຈົ້າ. ການເສຍຊີວິດໄດ້ນຳເອົາຄວາມດີງາມມາໃຫ້ຄົນອື່ນ ແມ່ນມີຄວາມໝາຍທີ່ສຸດ, ໄດ້ກາຍເປັນການກະທຳທີ່ສູງສົ່ງ ແລະ ຈົບງາມ, ເປັນໜ້າເຊີດຊູ ແລະ ຈາລຶກໄວ້ໃນສັງຄົມ./.

ຕອບກັບ

ຂ່າວ/ບົດ​ອື່ນ