ທະຫານປ້ອງກັນຊາຍແດນ ດ່າມຖຸ໋ຍ - ບ່ອນອີງຂອງປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ

(VOVWORLD) - ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ ຕັ້ງທັບຢູ່ບໍລິເວນເມືອງ ຈູ່ງແຄ໊ງ, ແມ່ນດິນແດນທີ່ເຕັມໄປດ້ວຍມູນເຊື້ອປະຕິວັດ ແລະ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງ. 

ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງທາງຊາຍແດນຢູ່ບໍລິເວນເທົ່ານັ້ນ, ແຕ່ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ຍັງຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ແມ່ນບ່ອນອີງຂອງປະຊາຊົນບັນດາເຜົ່າເມືອງຊາຍແດນ ຈູ່ງແຄ໊ງ ອີກດ້ວຍ.

ທະຫານປ້ອງກັນຊາຍແດນ ດ່າມຖຸ໋ຍ - ບ່ອນອີງຂອງປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ - ảnh 1ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຍາວເກືອບ 19 ກິໂລແມັດ

ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ຕັ້ງຢູ່ບໍລິເວນຕາແສງ ຈີ໊ຫວຽນ ແລະ ດ່າມຖຸ໋ຍ - ບ່ອນດຳລົງຊີວິດຂອງຊົນເຜົ່າ ໄຕ່, ນຸ່ງ, ກິງ, ຢ້າວ. ເຂົາເຈົ້າຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຍາວເກືອບ 19 ກິໂລແມັດ, ໃນນັ້ນ ມີກ່ວາ 17,5 ກິໂລແມັດແມ່ນຊາຍແດນທາງບົກ, ເກືອບ 1,5 ກິໂລແມັດຊາຍແດນແມ່ນທາງນ້ຳ ແລະ ເສົາຫຼັກໝາຍຊາຍແດນ 60 ເສົາ. ເສັ້ນຊາຍແດນໂດຍປ້ອມປ້ອງກັນຊາຍແດນດັ່ງກ່າວຄຸ້ມຄອງ ຍັງມີບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຄື: ຕາດ ບ໋ານຢົ໊ກ, ວັດເຟິດຕິກຈຸກເລິມບ໋ານຢົ໊ກ, ຖ້ຳເງື່ອມງາວ.

ປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ, ກົມກອງຍັງຕັ້ງໜ້າສົມທົບກັບປະຊາຊົນທ້ອງຖິ່ນ ຢຶດໝັ້ນຕໍ່ການໂຄສະນາ, ຕໍ່ສູ້ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ສ້າງພື້ນຖານສະດວກໃຫ້ແກ່ໜ້າທີ່ຂີດຂັ້ນ, ປັກຫຼັກໝາຍຊາຍແດນຢູ່ເຂດຕາດ ບ໋ານຢົ໊ກ. ພ້ອມກັນນັ້ນ, ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ຍັງເຂົ້າຮ່ວມປັບປຸງລະບົບການເມືອງຂັ້ນຮາກຖານ, ພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຢູ່ເຂດຊາຍແດນຄື: ຂົນຂວາຍບັນດາຄອບຄົວລົງທະບຽນສ້າງຄອບຄົວວັດທະນະທຳ; ຂົນຂວາຍນັກຮຽນປະການຮຽນ 128 ຄົນກັບຄືນມາຮຽນຕໍ່; ຮັບຊ່ວຍເຫຼືອນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ 2 ຄົນ; ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ຄົນທຸກຍາກຢູ່ຊາຍແດນ. ພັນຕີ ຫຼີວັນຈ້ານ, ຮອງຫົວໜ້າການເມືອງປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ໃຫ້ຮູ້ວ່າ:

 “ໃນປີຜ່ານມາ, ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນປະຕິບັດວຽກງານພັດທະນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນເປັນປະຈຳ. ການດຳລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ສະນັ້ນ ທຸກໆປີ ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ໄດ້ຈັດແບ່ງພະນັກງານແຕ່ລະຄົນຮັບຜິດຊອບແຕ່ລະຄອບຄົວ, ຈາກນັ້ນ ມີການໂຄສະນາ, ໜູນຊ່ວຍເພື່ອໃຫ້ພໍ່ແມ່ປະຊາຊົນສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ຫລຸດຜ່ອນຄວາມທຸກຍາກ. ກ່ຽວກັບການສ້າງຊົນນະບົດໃໝ່ຢູ່ບໍລິເວນ, ທຸກໆປີປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ລ້ວນແຕ່ລົງທະບຽນໜູນຊ່ວຍພໍ່ແມ່ປະຊາຊົນຍົກຍ້າຍຄອກລ້ຽງສັດອອກຈາກບ່ອນພັກອາໄສຂອງປະຊາຊົນ ເພື່ອຮັບປະກັນສະພາບແວດລ້ອມແຫ່ງການດຳລົງຊີວິດ.”

ທະຫານປ້ອງກັນຊາຍແດນ ດ່າມຖຸ໋ຍ - ບ່ອນອີງຂອງປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ - ảnh 2ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ຊ່ວຍເຫຼືອປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່

ໂດຍປະຕິບັດຕາມຂະບວນການ “ທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ ຕໍ່ວຽກງານສະແດງຄວາມຮູ້ບຸນຄຸນຢູ່ເຂດຊາຍແດນ”, ກົມກອງໄດ້ເບິ່ງແຍງດູແລ, ລ້ຽງດູແມ່ຫວຽດນາມວິລະຊົນ 4 ຄົນຢູ່ບໍລິເວນຕາແສງ ຈີ໊ຫວຽນ ແລະ ດ່າມຖຸ໋ຍ. ທຸກໆເດືອນ, ກົມກອງລ້ວນແຕ່ຈັດແບ່ງພະນັກງານ, ແພດທະຫານມາຢື້ຢາມຖາມຂ່າວ, ກວດພະຍາດ ແລະ ສະໜອງຢຸກຢາໃຫ້ແມ່ຫວຽດນາມວິລະຊົນໂດຍບໍ່ເສຍຄ່າ.

ກົມກອງຍັງສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ຄະນະອະທິການບໍດີບັນດາໂຮງຮຽນແຫ່ງຕ່າງໆຢູ່ບໍລິເວນ ກວດກາຄືນແຕ່ລະກໍລະນີນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກພິເສດຢ່າງແທ້ຈິງ ເພື່ອມີການໜູນຊ່ວຍໃຫ້ແທດຈິງ. ບັນດາພະນັກງານ, ນັກຮົບທັງໝົດລ້ວນແຕ່ສະໝັກໃຈບໍລິຈາກເງິນ ເພື່ອສ້າງກອງທຶນ “ສົ່ງເສີມການສຶກສາ”. ປະຈຸບັນ, ປ້ອມປ້ອງກັນຊາຍແດນພວມຮັບຊ່ວຍເຫຼືອນັກຮຽນ 4 ຄົນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ປໍເຕົ໊າ. ພັນຕີ ຫຼີວັນຈ້ານ ໃຫ້ຮູ້ຕື່ມອີກວ່າ:

ປະຈຸບັນ ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ພວມຮັບລ້ຽງລູກລ້ຽງ 2 ຄົນ, ຜູ້ໜຶ່ງເກີດປີ 2007 ແລະ ຜູ້ໜຶ່ງເກີດປີ 2008. ພວກຂ້າພະເຈົ້າໄດ້ສັບຊ້ອນບ່ອນກິນຢູ່ໃຫ້ແກ່ພວກນ້ອງຢູ່ປ້ອມ ແລະ ມີພະນັກງານ 2 ຄົນເບິ່ງແຍງດູແລນັບແຕ່ການຮຽນຈົນເຖິງການດຳເນີນຊີວິດປະຈຳວັນ ເຮັດແນວໃດເພື່ອໃຫ້ ລູກ 2 ຄົນນີ້ ມີເງື່ອນໄຂໄດ້ຮ່ຳຮຽນດີທີ່ສຸດ. ຜ່ານມາ, ລູກລ້ຽງຜູ້ໜຶ່ງໄດ້ເຂົ້າຮ່ວມການເສັງປະດິດຄິດສ້າງຊາວໜຸ່ມເຍົາວະຊົນ, ອະນຸຊົນແຂວງ ກາວບັ່ງ ແລະ ຍາດໄດ້ລາງວັນທີ 3. ນີ້ແມ່ນການລະດົມກຳລັງໃຈ, ແມ່ນກຳລັງໜູນເພື່ອໃຫ້ພວກລູກສູ້ຊົນ, ມານະພະຍາຍາມໃຫ້ຫລາຍກ່ວາອີກ. 

ຜ່ານການຜັນຂະຫຍາຍປະຕິບັດບັນດາລາຍການໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນ, ມາຮອດປະຈຸບັນ ຈຳນວນເງິນ ເຊິ່ງປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ໄດ້ໜູນຊ່ວຍພໍ່ແມ່ປະຊາຊົນແມ່ນຂຶ້ນເຖິງຫລາຍຮ້ອຍລ້ານດົ່ງແລ້ວ. ເຖິງວ່າຈຳນວນເງິນດັ່ງກ່າວ ບໍ່ຫລາຍກໍ່ຕາມ ແຕ່ກໍ່ໄດ້ປະກອບສ່ວນກ່ຽວກັບທາງດ້ານວັດຖຸໄດ້ສ່ວນໃດສ່ວນໜຶ່ງ ເພື່ອລ້ຽງດູ ແລະ ນຳເອົາຄວາມຜາສຸກທີ່ອົບອູ່ນມາໃຫ້ພວກນ້ອງນັກຮຽນຜ່ານຜ່າຄວາມທຸກຍາກ, ເຮັດໃຫ້ປະຊາຊົນທຸກຊັ້ນວັນນະຢູ່ເຂດຊາຍແດນມີຄວາມໄວ້ເນື້ອເຊື່ອໃຈ.

ລູກຫາກໍ່ຍາດໄດ້ລາງວັນທີ 3 ໃນການເສັງປະດິດຄິດສ້າງຊາວໜຸ່ມເຍົາວະຊົນ, ອະນຸຊົນແຂວງ ກາວບັ່ງ. ຍ້ອນວ່າ ປີນີ້ເມືອງ ຈູ່ງແຄ໊ງ ຝົນຕົກບໍ່ຫລາຍ ສະນັ້ນ ລູກຄິດຫາວິທີເອົານ້ຳເຂົ້ານາ ດ້ວຍການນຳໃຊ້ພະລັງງານແສງຕາເວັນ. ລູກຈະມານະພະຍາຍາມຮ່ຳຮຽນຈົນສຸດຄວາມສາມາດຂອງຕົນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ອາວທະຫານ

ຄາວລູກຮຽນ ມ1, ພໍ່ຂອງລູກເສຍຊີວິດ, ແມ່ໜີປະແຕ່ຕອນຍັງນ້ອຍ ລູກມາຢູ່ນີ້ໄດ້ປີໜຶ່ງແລ້ວ ແລະ ລູກມີຄວາມຮູ້ສຶກອົບອຸ່ນຫລາຍ. ໃຫຍ່ມາລູກມີຄວາມຝັນຢາກເປັນທະຫານ ເພື່ອປົກປັກຮັກສາຊາຍແດນຂອງປະເທດຊາດ.

ດ້ວຍຄວາມມານະພະຍາຍາມບໍ່ນ້ອຍ, ປ້ອມປ້ອງກັນຊາຍແດນ ດ່າມຖຸ໋ຍ ໄດ້ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນ ປ້ອມຄຸ້ມຄອງ, ໄດ້ກາຍເປັນບ່ອນອີງທີ່ໝັ້ນແກ່ນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ