ບັນດາເສັ້ນທາງຂອງຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນ

(VOVWORLD) -“ນີ້ແມ່ນເສັ້ນທາງຄວາມໄວສູງ ຂອງຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນ” ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຟ້າມມິງຈິງ ເມື່ອຕັດແຖບຜ້າເປີດສະຫລອງນຳໃຊ້ເສັ້ນທາງຄວາມໄວສູງ ເວີນດົ່ນ - ມອງກ໋າຍ ເມື່ອວັນທີ 1 ກັນຍາ ປີ 2022. ນີ້ແມ່ນເສັ້ນທາງສຸດທ້າຍ ຊ່ວຍປັບປງຸສຳເລັດລະບົບເສັ້ນທາງຄວາມໄວສູງເຊື່ອມຕໍ່ ນະຄອນຫລວງ ຮ່າໂນ້ຍ, ແຂວງ ລາວກາຍ ແລະ ນະຄອນ ມອງກາຍ ແຂວງ ກວ໋າງນິງ, ປະກອບສ່ວນເປີດກວ້າງການຮ່ວມສຳພັນ ນະຄອນຫລວງ ຮ່າໂນ້ຍ ກັບບັນດາແຂວງ ເຂດໄຕບັກ ແລະ ຕາເວັນອອກສ່ຽງເຫນືອ.

ບັນດາເສັ້ນທາງຂອງຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນ - ảnh 1ທາງຫລວງ 279 ຕອນເຊື່ອມຕໍ່ ຮ້າລອງ ແລະ ເມືອງ ເຊີນດົ້ງ (ບັກຢາງ). (ພາບ:VOV)

ວັນທີ 1 ກັນຍາປີ 2022, 4 ປີ ພາຍຫລັງເປີດນຳໃຊ້ບັນດາກິໂລແມັດທຳອິດຂອງເສັ້ນທາງຄວາມໄວສູງ, ແຂວງ ກວ໋າງນິງ ກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງເຊື່ອມຕໍ່ແຂວງ ທີ່ມີຄວາມຍາວ 176 ກິໂລແມັດ. ທ່ານ ປອ ຫວໍຈິແທ່ງ, ຫົວຫນ້າສະຖາບັນຄົ້ນຄວ້າຍຸດທະສາດເຄື່ອງໝາຍການຄ້າ ແລະ ແກ້ງແຍ່ງ ໃຫ້ຂໍ້ສັງເກດວ່າ:

ແຂວງ ກວ໋າງນິງ ແມ່ນຫນຶ່ງໃນບັນດາແຂວງ ທີ່ມີວິທີການສົມທົບແຫລ່ງກຳລັງຂອງລັດ, ນັບທັງແຫລ່ງກຳລັງນະໂຍບາຍ, ພ້ອມກັນນັ້ນ ກໍ່ຍາດແຍ່ງການເຕີບໃຫຍ່ຂອງວິສາຫະກິດ ພິເສດແມ່ນວິສາຫະກິດຂະຫນາດໃຫຍ່ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາພື້ນຖານໂຄງລ່າງ. ເສັ້ນທາງໄດ້ຮັບການກໍ່ສ້າງສວຍງາມຄືແນວນີ້ແມ່ນເວົ້າເຖິງຄວາມມຸ່ງມາດປາດຖະຫນາ, ເປົ້າໝາຍ, ຄວາມຕັດສິນໃຈພັດທະນາພື້ນຖານໂຄງລ່າງ, ແມ່ນຫນຶ່ງໃນ 3 ເສົາຄ້ຳພັດທະນາຂອງຫວຽດນາມ”.

ເລື່ອງກໍ່ສ້າງເສັ້ນທາງເຊື່ອມຕໍ່ ລາວກາຍ -ຮ່າໂນ້ຍ - ຫາຍຟ່ອງ - ຮ້າລອງ - ມອງກ໋າຍ ໄດ້ຊ່ວຍບັນດາດ່ານຊາຍແດນໃຫຍ່ສຸດຂອງພາກເຫນືອເຊື່ອມຈອດກັນໂດຍໃຊ້ເວລາພຽງສອງສາມຊົ່ວໂມງ. ການເຊື່ອມຕໍ່ຢ່າງວ່ອງໄວກັບພາກພື້ນ ແລະ ສາກົນ ໄດ້ປະກອບສ່ວນຊ່ວຍແຂວງ ກວ໋າງນິງ  ຄ່ອຍໆສ້າງທີ່ຕັ້ງແມ່ນໃຈກາງ ແລະ ແມ່ນຫນຶ່ງໃນບັນດາການເລືອກເຟັ້ນແຖວຫນ້າໃນການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ແມ່ນສ່ວນຫນຶ່ງທີ່ສຳຄັນຊ່ວຍແຂວງກວ໋າງນີງ ຮັກສາທ່າເຕີບໂຕເສດຖະກິດຢູ່ໃນລະດັບສູງ ເຊິ່ງແມ່ນສອງຕົວເລກໃນ 7 ປີຢ່າງຕໍ່ເນື່ອງ. ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

“176 ກິໂລແມັດ ໄດ້ເຊື່ອມຕໍ່ເຂດກຳລັງຫນູນໃນ 3 ກ້ຳເຕີບໂຕ ຮ່າໂນ້ຍ -ຫາຍຟ່ອງ -ກວ໋າງນິງ. ສຳຄັນກວ່ານັ້ນ ເສັ້ນທາງນີ້ ໄດ້ນຳແຂວງ ກວ໋າງນິງ ນັບມື້ນັບກາເປັນຈຸດທາງຜ່ານຍຸດທະສາດໃນພາກພື້ນ ອາຊີຕາເວັນອອກ - ອາຊີຕາເວັນອອກສ່ຽງໃຕ້, ອາຊຽນ - ຈີນ, ເຂດຮ່ວມມື “ສອງແລວ ຫນຶ່ງເສັ້ນທາງອ້ອມຮອບເສດຖະກິດ” ຫວຽດນາມ - ຈີນ, ການຮ່ວມມືລະຫວ່າງເຂດອ່າວພາກເຫນືອ ເປີດກວ້າງ, ສ້າງກຳລັງຫນູນຢ່າງແຮງເພື່ອຊຸກຍູ້ການຮ່ວມສຳພັນເຂດຂອງເຂດເສດຖະກິດຈຸດສຸດພາກເຫນືອ, ເຂດທົ່ງພຽງແມ່ນ້ຳແດງ”

ປີ 2022 ກໍ່ແມ່ນປີສ້າງຂີດໝາຍແຫ່ງການຮ່ວມມືຢ່າງແຮງຂອງແຂວງ ກວ໋າງນິງ ກັບບັນດາກຳລັງຫນູນເຕີບໂຕເສດຖະກິດໃນເຂດ ຍ້ອນມີການຮ່ວມສຳພັນກ່ຽວກັບດ້ານຄົມມະນາຄົມ. ແຂວງ ກວ໊າງນິງ ແລະ ຫາຍຟ່ອງ, ຫາຍເຢືອງ, ບັກຢາງ ໄດ້ຮ່ວມກັນຈັດກອງປະຊຸມລົງນາມການຮ່ວມມືຮອບດ້ານຢ່າງຕໍ່ເນື່ອງ, ໃນນັ້ນ ພື້ນຖານໂຄງລ່າງດ້ານຄົມມະນາຄົມຍັງຄົງແມ່ນຂົງເຂດຮ່ວມມືຈຸດສຸມ. ທ່ານ ຫງວຽນຊວນກີ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ກວ໊າງນິງ ຢັ້ງຢືນວ່າ:

 “ແຂວງ ກວ໊າງນິງ ໃຫ້ບຸລິມະສິດແກ່ເລື່ອງສືບຕໍ່ຮ່ວມສຳພັນເພື່ອກໍ່ສ້າງສຳເລັດພື້ນຖານໂຄງລ່າງດ້ານຄົມມະນາຄົມຍຸດທະສາດ ຮັບປະກັນຢ່າງຄົບຊຸດ, ເຊື່ອມຕໍ່ສັງລວມເພື່ອຊຸກຍູ້ການຮ່ວມສຳພັນເຂດ, ພາຍໃນເຂດ. ໄກກວ່ານັ້ນ ແມ່ນກຳນົດ,     ປັບປຸງກໍ່ສ້າງສຳເລັດແລວຄົມມະນາຄົມເພື່ອສ້າງແລວເສດຖະກິດ, ແລວທາງຕົວເມືອງ, ຫັນການນຳໃຊ້ບັນດາແຫລ່ງຊັບພະຍາກອນທຳມະຊາດ ແລະ ຊັບພະຍາກອນມະນຸດໃຫ້ດີທີ່ສຸດ ເພື່ອນຳມາເຊິ່ງປະສິດທິຜົນສູງສຸດໃນການດຶງດູດການລົງທຶນກໍ່ຄືຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງບັນດາທ້ອງຖິ່ນ”.

ບັນດາເສັ້ນທາງຂອງຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນ - ảnh 2ກວ໋າງນີງ ເປີດນຳໃຊ້ ເສັ້ນທາງຄວາມໄວສູງ ເວີນດົ່ນ -ມອງກາຍ. (ພາບ: VOV)

ໃນໄລຍະ ແຕ່ປີ 2021- 2030, ວິໄສທັດ ຮອດປີ 2050, ແຂວງ ກວ໊າງນິງ ຈະເຊື່ອມຕໍ່ພື້ນຖານໂຄງລ່າງແຫ່ງຊາດ ຜ່ານ 3 ເສັ້ນທາງຄວາມໄວສູງ: ໂນ້ຍບາຍ (ຮ່າໂນ້ຍ) - ບັກນິງ - ຮ້າລອງ; ຕຽນອຽນ - ລ້າງເຊີນ - ກາວບັງ; ຫາຍຟ່ອງ - ຮ້າລອງ - ເວີນດົ່ນ- ມອງກາຍ. ບັນດາເສັ້ນທາງ, ຂົວ, ທ່າກຳປັ່ນຂອງ “ຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນ” ຈະຊ່ວຍຮ່ວມສຳພັນ ຮ່າໂນ້ຍ ກັບບັນດາທ້ອງຖິ່ນໃນເຂດເສດຖະກິດຈຸດສຸມພາກເຫນືອ, ເປີດກາລະໂອກາດພັັດທະນາໃຫ້ແກ່ແຕ່ລະທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ