ພໍ່​ແມ່​ປະ​ຊາ​ຊົນ​ຊາ​ວ​ຄຼິດ ນະ​ຄອນຫຼວງ ຮ່າ​ໂນ້ຍ ດຳ​ລົງ​ຊີ​ວິດ “ຢູ່​ໃນ​ສິນ, ກິນ​ໃນ​ທຳ”

(VOVWORLD) -ພ້ອມກັບປະຊາຊົນທຸກຊັ້ນວັນນະ, ໃນຫຼາຍປີຜ່ານມາ, ພໍ່ແມ່ປະຊາຊົນຊາວຄຼິດນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍເປັນແບບຢ່າງ, ນຳໜ້າ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງນະຄອນ. ປະຊາຊົນຊາວຄຼິດຫຼາຍຄົນ ໄດ້ກາຍເປັນແບບຢ່າງທີ່ດີເດັ່ນໃນຂະບວນການຮັກຊາດ ແລະ ພັດທະນາເສດຖະກິດ - ສັງຄົມ.

ຢູ່ຕາແສງ ງອກໂຮ່ຍ, ເມືອງ ແທັງຈີ, ຮ່າໂນ້ຍ, ປະຊາຊົນໃນຕາແສງໃຜກກໍ່ຮູ້ຈັກລຸງ ຟ້າມວັນຢ້ຽມ ວ່າ ແມ່ນຊາວຄຼິດທີ່ເປັນແບບຢ່າງໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ, ເຂົ້າຮ່ວມກິດຈະກຳເຄື່ອນໄຫວຕ່າງໆຂອງສັງຄົມ. ບໍ່ພຽງແຕ່ແມ່ນຜູ້ນຳໜ້າຂອງເຂດຊາວຄຼິດ ງອກໂຮ່ຍ ເທົ່ານັ້ນ, ລຸງ ຟ້າມວັນຢ້ຽມ ຍັງເປັນເຈົ້າຂອງວິສາຫະກິດທີ່ມີຊື່ສຽງໃນການຜະລິດ, ດຳເນີນທຸລະກິດເກັ່ງໃນຂົງເຂດກົນຈັກ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນປະມານ 50 ຄົນອີກດ້ວຍ, ຊ່ວຍໃຫ້ເຂົາເຈົ້າມີລາຍຮັບ ແລະ ສ້າງຊີວິດການເປັນຢູ່ທີ່ເປັນປົກກະຕິ. ດ້ວຍບົດບາດເປັນກຳມະການຄະນະສາມັກຄີນະຄອນ ຮ່າໂນ້ຍ, ໃນຊຸມປີຜ່ານມາ, ພ້ອມກັບຄະນະຮັບໃຊ້ວັດ, ລຸງຢ້ຽມ ຍາມໃດກໍເປັນແບບຢ່າງໃນວຽກງານໂຄສະນາເຜີຍແຜ່, ຂົນຂວາຍພໍ່ແມ່ປະຊາຊົນຊາວຄຼິດໃນເຂດປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງ ລັດ, ຂໍ້ກໍານົດກົດລະບຽບຂອງທ້ອງຖິ່ນໄດ້ເປັນຢ່າງດີ. ລຸງຍັງເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຄົມຊາວຄຼິດກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ສ້າງຄວາມສາມັກຄີໃນວົງຄະນະຍາດຊຸມຊົນ, ເຂົ້າຮ່ວມການເຄື່ອນໄຫວເພື່ອການກຸສົນຢ່າງຕັ້ງໜ້າ ແລະ ຊ່ວຍກັນພັດທະນາເສດຖະກິດ.

“ເມື່ອຄະນະກຳມະການສາມັກຄີຊາວຄຼິດນະຄອນ ປຸກລະດົມການສະໜັບສະໜູນກອງທຶນເພື່ອຄົນທຸກຍາກ ຫຼື ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຄອບຄົວຂ້າພະເຈົ້າລ້ວນແຕ່ສະໜັບສະໜູນແຕ່ 5 ຫາ 15 ລ້ານດົ່ງ. ແຕ່ລະປີ, ພວກຂ້າພະເຈົ້າຍັງສ້າງກອງທຶນເພື່ອຄົນທຸກຍາກ ເພື່ອແບ່ງປັນກັບຜູ້ປະສົບກັບຄວາມຫຍຸ້ງຍາກອີກດ້ວຍ.”

ພໍ່​ແມ່​ປະ​ຊາ​ຊົນ​ຊາ​ວ​ຄຼິດ ນະ​ຄອນຫຼວງ ຮ່າ​ໂນ້ຍ ດຳ​ລົງ​ຊີ​ວິດ “ຢູ່​ໃນ​ສິນ, ກິນ​ໃນ​ທຳ” - ảnh 1ບັນຍາກາດວັນບຸນຄຼິດສະມາດຂອງຊາວຄຼິດ ຢູ່ ໂບດໃຫຍ່ ຮ່າໂນ້ຍ
ຈາກຂະບວນການແຂ່ງຂັນຮັກຊາດ ໄດ້ປະກົດມີຫຼາຍແບບຢ່າງດີເດັ່ນ, ພໍ່ແມ່ປະຊາຊົນຊາວຄຼິດຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ປະຕິບັດຕາມທິດນຳ “ຢູ່ໃນສິນ, ກິນໃນທຳ” ໄດ້ເປັນຢ່າງດີ. ພິເສດ, ຢູ່ເຂດຊານນະຄອນ, ພໍ່ແມ່ປະຊາຊົນຊາວຄຼິດ ຍາມໃດກໍເສີມຂະຫຍາຍນ້ຳໃຈດຸໝັ່ນຂະຫຍັນພຽນໃນການອອກແຮງງານທຳການຜະລິດ, ຕັ້ງໜ້າຕອບສະໜອງແຜນນະໂຍບາຍໂຮມດິນເຂົ້າກັນ, ປ່ຽນຕອນດິນ, ຫັນປ່ຽນໂຄງປະກອບການປູກຝັງລ້ຽງສັດ… ມີພໍ່ແມ່ປະຊາຊົນຊາວຄຼິດຫຼາຍຄົນຢູ່ ເມືອງ ຝູຊວຽນ, ແທງອວຍ, ແທັກເທິດ, ເຈືອງໝີ… ໄດ້ກ້າລົງທຶນພັດທະນາການລ້ຽງສັດຕາມຮູບແບບໃໝ່ ໂດຍບັນລຸໄດ້ລາຍຮັບແຕ່ 200 – 400 ລ້ານດົ່ງ/ປີ. ພ້ອມດຽວກັນນັ້ນ, ເຂົາເຈົ້າຍັງປະກອບສ່ວນສຳຄັນເພື່ອນຳຫຼາຍຕາແສງບັນລຸມາດຕະຖານຊົນນະບົດໃໝ່, ເຮັດໃຫ້ຫຼາຍເຂດຊາວຄຼິດໃນບໍລິເວນເມືອງ ກໍ່ສ້າງລະບົບໜ້າໃໝ່, ພິເສດແມ່ນການບໍລິຈາກດິນເຮັດຫົນທາງ, ປ່ຽນທາງຄົມມະນາຄົມຢູ່ເຂດຊົນນະບົດດ້ວຍເບຕົງ.

ບໍ່ພຽງແຕ່ເປັນແບບຢ່າງດີເດັ່ນໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ຊາວຄຼິດຢູ່ຫຼາຍເຂດໃນບໍລິເວນນະຄອນຫຼວງ ຍັງນຳໜ້າໃນການຮັກສາສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາສິ່ງແວດລ້ອມທາງຊີວະພາບອີກດ້ວຍ. ໃນນັ້ນ, ແມ່ນຮູບແບບການປົກປັກຮັກສາສິ່ງແວດລ້ອມຂອງເຂດຊາວຄຼິດຢູ່ ເກີ່ມເກີ, ຕາແສງ ຮົ່ງເວິນ, ເມືອງ ເທື່ອງຕີ໊ນ. ທ່ານ ເລແຢວງລາມ, ຫົວໜ້າຄະນະສາມັກຄີ ສາສະໜາຄຼິດ ເມືອງ ເທື່ອງຕີ໊ນ ແບ່ງປັນວ່າ:

“ນັບແຕ່ເມື່ອໄດ້ຜັນຂະຫຍາຍຮູບແບບໃນຕອນທຳອິດຈົນມາຮອດປັດຈຸບັນ, ຂະບວນການປົກປັກຮັກສາສິ່ງແວດລ້ອມໃນບໍລິເວນ ນັບມື້ນັບເຂົ້າສູ່ລວງເລິກ, ສົ່ງເສີມພໍ່ແມ່ປະຊາຊົນຊາວຄຼິດຢູ່ນະຄອນຫຼວງປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມ ໄດ້ເປັນຢ່າງດີ…”

ຕາມທ່ານ ຟ້າມຮຸຍທົງ, ຮອງປະທານຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ ນະຄອນ ຮ່າໂນ້ຍ ແລ້ວ, ໃນໄລຍະຜ່ານມາ, ບັນດາຂະບວນການແຂ່ງຂັນຮັກຊາດໃນໝູ່ຂອງຊາວຄຼິດ ໄດ້ຜັນຂະຫຍາຍຢ່າງກວ້າງຂວາງ, ທົ່ວເຖິງ, ດ້ວຍຫຼາຍຮູບແບບທີ່ເປັນແບບຢ່າງຄື: ຂະບວນການ “ຊາວຄຼິດນະຄອນຫຼວງແຕ່ລະຄົນ ເປັນພົນລະເມືອງດີ”; ຂະບວນການສ້າງ “ເຂດຊາວຄຼິດໃຫ້ມີຄວາມກ້າວໜ້າ”; “ເຂດຊາວຄຼິດ ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”… ຈາກຂະບວນການເຫຼົ່ານັ້ນ ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການທະວີຄູນຂຶ້ນຢ່າງແຮງ, ພ້ອມກັນຊຸກຍູ້ພັດທະນາເສດຖະກິດ - ສັງຄົມ, ສ້າງນະຄອນຫຼວງໃຫ້ ຮັ່ງມີ, ເຂັ້ມແຂງ ແລະ ສີວິໄລ. ທ່ານ ຟ້າມຮຸຍທົງ ໃຫ້ຮູ້ວ່າ:

“ຜູ້ທີ່ຖືສາສະໜາຄຼິດ ແລະ ບໍ່ຖືສາສະໜາຄຼິດ ຢູ່ທ້ອງຖິ່ນຕ່າງໆ ບໍ່ພຽງແຕ່ສົມທົບກັນ, ແບ່ງສຸກ, ນຳກັນໃນໂອກາດວັນບຸນ, ວັນພັກຕ່າງໆເທົ່ານັ້ນ, ຫາກຍັງຊ່ວຍເຫຼືອກັນພັດທະນາໃນທຸກດ້ານອີກດ້ວຍ. ເປັນຕົ້ນແມ່ນ ປະຊາຊົນຜູ້ທີ່ບໍ່ຖືສາສະໜາຄຼິດ ຊ່ວຍເຫຼືອ ພໍ່ແມ່ປະຊາຊົນຊາວຄຼິດກໍ່ສ້າງໂບດ. ແລະ ກົງກັນຂ້າມ, ພໍ່ແມ່ປະຊາຊົນຊາວຄຼິດ ຍາມໃດກໍກຽມພ້ອມແບ່ງປັນທຸກດ້ານໃນການດຳລົງຊີວິດກັບພໍ່ແມ່ປະຊາຊົນທີ່ຖືສາສະໜາຕ່າງກັນ…”.

ຕົວຈິງຊີ້ໃຫ້ເຫັນວ່າ ຊາວຄຼິດກວ່າ 200.000 ຄົນທີ່ພວມດຳລົງຊີວິດຢູ່ 428 ເຂດຊາວຄຼິດ, ຢູ່ 326 ໃນຈຳນວນ 579 ຕາແສງ, ເທດສະບານ ໃນບໍລິເວນນະຄອນຮ່າໂນ້ຍ, ໄດ້ ແລະ ກຳລັງປະກອບສ່ວນສຳຄັນເຂົ້າໃນການແຂ່ງຂັນຮັກຊາດຂອງນະຄອນຫຼວງ, ປະກອບສ່ວນສ້າງບ້ານເມືອງໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ