ລະດູການເກັບກູ້ອ້ອຍຢູ່ແຂວງ ເຫົ້າຢາງ ໄດ້ຮັບຜົນດີໃນປີ 2021

(VOVWORLD) -ເລື່ອງໂຮງງານປຸງແຕ່ງນ້ຳຕານ ຟຸ້ງຫຽບ ຂຶ້ນກັບ ບໍລິສັດຫຸ້ນສ່ວນ ນ້ຳຕານ ເກີນເທີ (Casuco) ປະກາດລາຄາເກັບຊື້ ອ້ອຍ ໃນລະດູການປີນີ້ແມ່ນ 1.180 ດົ່ງ/ກິໂລກາມ ສຳລັບ ອ້ອຍທີ່ປູກ ຢູ່ ຂົວ ທ່າກຳປັ່ນ, ສູງກວ່າ 360 ດົ່ງ/ກິໂລກາມ ເມື່ອທຽບໃສ່ລະດູການປີກາຍນີ້ ເຮັດໃຫ້ປະຊາຊົນປູກອ້ອຍ ຢູ່ ແຂວງ ເຫົ້າຢາງ ມີຄວາມປິຕິຊົມຊື່ນທີ່ສຸດ. ພໍ່ແມ່ປະຊາຊົນທີ່ປູກອ້ອຍ ໃຫ້ຮູ້ວ່າ: ນີ້ແມ່ນລະດູການເກັບກູ້ອ້ອຍ ຊື່ງໂຮງງານມາຊື້ດ້ວຍລາຄາສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.

ລະດູການເກັບກູ້ອ້ອຍຢູ່ແຂວງ ເຫົ້າຢາງ ໄດ້ຮັບຜົນດີໃນປີ 2021 - ảnh 1ປະຊາຊົນແຂວງ ເຫົ້າຢາງ ພວມໃນລະດູການເກັບກູ້ອ້ອຍ. ພາບ: VOV

ໃນຊຸມມື້ຜ່ານມາ ຢູ່ ເມືອງ ຟຸ້ງຫຽບ ແຂວງ ເຫົ້າຢາງ, ເຂດປູກອ້ອຍເປັນວັດຖຸດິບຂະໜາດໃຫຍ່ສຸດຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຊາວກະສິກອນ ໄດ້ຕັ້ງຫນ້າ ເກັບກູ້ອ້ອຍຂາຍໃຫ້ພໍ່ຄ້ານັບສິບໆຄົນ ດ້ວຍລາຄາສູງທົບສອງເທົ່າ ເມື່ອທຽບໃສ່ລາຄາຂາຍອ້ອຍໃຫ້ໂຮງງານນ້ຳຕານ.

ໂດຍຕິດພັນກັບອາຊີບຊື້ອ້ອຍມາຂາຍໃຫ້ໂຮງງານນ້ຳຕານເປັນເວລາເກືອບ 10 ປີ ສະນັ້ນ ເມື່ອໄດ້ຮັບຂ່າວວ່າ ທາງໂຮງງານນ້ຳຕານ ຟຸ້ງຫຽບ ຈະຮັບຊື້ອ້ອຍຢູ່ເຂດຂົວທ່າກຳປັ່ນຢ່າງເປັນທາງການ, ສະນັ້ນ ໃນຊຸມມື້ຕົ້ນເດືອນທັນວາ, ເອື້ອຍ ຫງວຽນທິລິງ ຢູ່ ຕາແສງ ດ້າຍແທ່ງ ນະຄອນ ຫງ໋າໄບ໋ ໄດ້ມາຕິດຕໍ່ຈ່ອງຊື້ອ້ອຍນຳປະຊາຊົນຢູ່ບັນດາທ້ອງຖິ່ນໃນບໍລິເວນ ຟຸ້ງຫຽບ.  ຕາມ ເອື້ອຍ ຫງວຽນທິລິງ ແລ້ວ, ປະຈຸບັນ ທາງໂຮງງານປຸງແຕ່ງນ້ຳຕານ ໄດ້ເກັບຊື້ອ້ອຍຢູ່ ເຂດຂົວທ່າກຳປັ່ນດ້ວຍລາຄາ 1.180 ດົ່ງ/ກິໂລກຼາມ. ສະນັ້ນ ເອື້ອຍມາເກັບຊື້ນຳພໍ່ແມ່ປະຊາຊົນດ້ວຍລາຄາບໍ່ເກີນ 1.100 ດົ່ງ/ກິໂລກຼາມ.

ປີນີ້ ລາຄາອ້ອຍແມ່ນ 1.180 ດົ່ງ/ກິໂລກາມ. ເຮືອຂອງຂ້າພະເຈົ້າບັນທຸກໄດ້ 2-3 ໂຕນ, ໄດ້ກຳໄລປະມານ 2-3 ລ້ານດົ່ງ. ຄືແນວນັ້ນກໍ່ຮັບປະກັນຊີວິດການເປັນຢູ່ແລ້ວ.”

  ອ້ອຍມີລາຄາສູງ ສະນັ້ນ ຜູ້ປູກອ້ອຍ ແລະ ພໍ່ຄ້າລ້ວນແຕ່ມີຄວາມປິຕິຊົມຊື່ນ. ພໍ່ແມ່ປະຊາຊົນປູກອ້ອຍໃຫ້ຮູ້ວ່າ: ນີ້ແມ່ນລະດູການເກັບກູ້ອ້ອຍ ທີ່ໂຮງງານປຸງແຕ່ງນ້ຳຕານ ມາຊື້ດ້ວຍລາຄາສູງທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ. ລະດູການ 2020 – 2021, ຊາວກະສິກອນແຂວງ ເຫົ້າຢາງ ປູກອ້ອຍໃນເນື້ອທີ່ກວ່າ 5.000 ເຮັກຕາ, ສຸມໃສ່ຕົ້ນຕໍແມ່ນຢູ່ ເມືອງ ຟຸ້ງຫຽບ.

ຕາມທ່ານ ເຈິນວັນຕວັນ, ຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ຟຸ້ງຫຽບແລ້ວ, ໃນໄລຍະຜ່ານມາ ພໍ່ແມ່ປະຊາຊົນປູກອ້ອຍ ຢູ່ທີ່ນີ້ ເກັບກູ້ອ້ອຍໄດ້ກວ່າ 1.800 ເຮັກຕາ. ປະຈຸບັນ ທົ່ວເມືອງ ມີເກືອບ 2.900 ເຮັກຕາ ດ້ວຍຍອດປະລິມານການຜະລິດຄາດວ່າຫຼາຍກວ່າ 250.000 ໂຕນ. ປະຈຸບັນ ນອກຈາກປັບປຸງຫນ່ວຍເກັບກູ້້ອ້ອຍ ແລະ 90 ພາຫະນະຂົນສົ່ງອ້ອຍໂດຍສະເພາະແລ້ວ ແມ່ນສາມາດຂົນສົ່ງອ້ອຍໄດ້ 40-50 ໂຕນ ເພື່ອຍູ້ໄວຄວາມຄືບຫນ້າໃນການເກັບກູ້ອ້ອຍ ສະຫນອງໃຫ້ໂຮງງານປຸງແຕ່ງນ້ຳຕານ, ບັນດາທ້ອງຖິ່ນ ຢູ່ໃນເມືອງ ຍັງຈັດຕັ້ງການໂຄສະນາເພື່ອໃຫ້ຫົວຫນ່ວຍເກັບຊື້ອ້ອຍ, ເຈົ້າຂອງພາຫະນະ, ພໍ່ຄ້າ ປະຕິບັດຂໍ້ກຳນົດໃນການປ້ອງກັນຕ້ານໂລກລະບາດໂຄວິດ 19 ເປັນຢ່າງດີ.

 “ຍ້ອນໂລກລະບາດໂຄວິດ 19 ແກ່ຍາວກວ່າ 3 ເດືອນ ແລະ ຄາດວ່າຈະແກ່ຍາວອີກ ສະນັ້ນ ໃນໄລຍະຈະມາເຖິງ ກຳລັງຕັດຕົ້ນອ້ອຍອາດຈະປະສົບກັບຄວາມຫຍຸ້ງຍາກກວ່າປີກາຍ. ປະຈຸບັນ ຢູ່ທີ່ນີ້ຊາວກະສິກອນເກັບກູ້້ອ້ອຍ ແມ່ນປະຕິບັດຕາມຮູບແບບ “ 3 ຢູ່ກັບທີ່”, ໃຊ້ຜ້າອັດປາກ-ອັດດັງ, ສີດນ້ຳຢາຂ້າເຊື້ອ, ຮັກສາໄລຍະຫ່າງ. ເຮັດຄືແນວນັ້ນ ຈຶ່ງຮັບປະກັນໃນການຕັດອ້ອຍ ແລະ ກໍ່ຮັບປະກັນໃນການປ້ອງກັນຕ້ານໂລກລະບາດໄດ້ອີກດ້ວຍ

ລະດູການເກັບກູ້ອ້ອຍຢູ່ແຂວງ ເຫົ້າຢາງ ໄດ້ຮັບຜົນດີໃນປີ 2021 - ảnh 2ລາຄາອ້ອຍຢູ່ໃນລະດັບສູງ ສະນັ້ນ ປະຊາຊົນປູກອ້ອຍ ແລະ ພໍ່ຄ້າລ້ວນແຕ່ມີຄວາມປິຕິຊົມຊື່ນ. ພາບ:VOV

ແຕ່ລະປີ, ເມື່ອຮອດລະດູການເກັບກູ້ອ້ອຍ, ຢູ່ເມືອງ ຟຸ້ງຫຽບ ທົ່ງອ້ອຍເຄີຍຖືກນ້ຳຖ້ວມ. ສະເພາະປີນີ້ ຍ້ອນໂຮງງານປຸງແຕ່ງນ້ຳຕານມາເກັບຊື້ອ້ອຍຊ້າກວ່າ ສະນັ້ນຈຶ່ງເຮັດໃຫ້ອ້ອຍຢູ່ເມືອງນີ້ກາຍມື້ເກັບກູ້, ເຮັດໃຫ້ອ້ອຍແຕກໜໍ່ ສົ່ງຜົນສະທ້ອນເຖິງສະມັດຕະພາບ. ເພາະສະນັ້ນ ລັດ, ຊາວກະສິກອນ ແລະ ໂຮງງານ ຍາມໃດກໍ່ເປັນເຈົ້າການສົມທົບກັນຢ່າງສະຫນິດແຫນ້ນ, ເພື່ອຍູ້ໄວຄວາມຄືບຫນ້າໃນການເກັບກູ້, ເກັບຊື້ອ້ອຍ. ພໍ່ແມ່ປະຊາຊົນທີ່ປູກອ້ອຍຢູ່ແຂວງ ເຫົ້າຢາງ ປີນີ້ ຂາຍອ້ອຍໄດ້ລາຄາດີ.

ຕອບກັບ

ຂ່າວ/ບົດ​ອື່ນ