ວຽກ​ງານການ​ເຄ​ື່ອນ​ໄຫວການ​ກຸສົນ​ໃນ​ການ​ປ້ອງ​ການ ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ໄດ້​ແຜ່​ຂະ​ຫ​ຍາຍ​ຢ່າງກວ້າງ​ຂວາງ​ໃນ​ວົງ​ຄະ​ນາ​ຍາດ

(VOVWORLD) -ຕໍ່ຫນ້າສະພາບການໂລກລະບາດໂຄວິດ 19 ຜັນແປໄປຢ່າງສັບສົນ ພ້ອມກັບຄວາມມານະພະຍາຍາມຂອງທົ່ວພັກ ທົ່ວປວງຊົນໃນຊຸມມື້ຜ່ານມາ ມີວຽກງານເຄື່ອນໄຫວການກຸສົນຫລາຍຢ່າງທີ່ແທດຈິງ ຕິດພັນກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ສືບຕໍ່ໄດ້ຮັບການຜັນຂະຫຍາຍຢູ່ຫລາຍບ່ອນ ໂດຍມີການເຂົ້າຮ່ວມຂອງຫລາຍອົງການສ່ວນບຸກຄົນ ນັບທັງນັກຮຽນ ນັກສຶກສາຕະຫລອດຮອດຜູ້ເຖົ້າຜູ້ແກ່ ລ້ວນແຕ່ຮ່ວມແຮງຮ່ວມໃຈປະກອບສ່ວນກຳລັງເຫື່ອແຮງວັດຖຸເຄື່ອງໃຊ້...ພ້ອມກັນຍູ້ໂລກລະບາດໃຫ້ຖອຍໄປ.
ວຽກ​ງານການ​ເຄ​ື່ອນ​ໄຫວການ​ກຸສົນ​ໃນ​ການ​ປ້ອງ​ການ ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ໄດ້​ແຜ່​ຂະ​ຫ​ຍາຍ​ຢ່າງກວ້າງ​ຂວາງ​ໃນ​ວົງ​ຄະ​ນາ​ຍາດ - ảnh 1ໜ່ວຍຊາວຫນຸ່ມອາສາສະໝັກຊ່ວຍເຫລືອຄົນເຈັບ

 ຊຸມມື້ທ້າຍເດືອນ ເມສາ, ຕົ້ນເດືອນ ພຶດສະພາ, ມີເພື່ອນຫນຸ່ມ ກວ່າ 50 ຄົນຂຶ້ນກັບໜ່ວຍຊາວຫນຸ່ມອາສາສະໝັກຊ່ວຍເຫລືອຄົນເຈັບ ສັງກັດເຄືອຂ່າຍອາສາສະໝັກການກຸສົນແຫ່ງຊາດ ເຂດພາກເຫນືອ ພວມສຸດຈິດສຸດໃຈເຮັດໝວກກັນເຊື້ອພະຍາດ ເກືອບ 5000 ໜ່ວຍ ມອບໃຫ້ບັນດາແຂວງ, ນະຄອນ ທີ່ພວມຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19.

ພ້ອມກັນນັ້ນ ກໍ່ມີໜ່ວຍຊາວຫນຸ່ມອາສາສະໝັກການກຸສົນຫລາຍໜ່ວຍ ຂຶ້ນກັບບັນດາມະຫາວິທະຍາໄລຢູ່ ບໍລິເວນ ຮ່າໂນ້ຍ ແລະ ບັນດາຫົວຫນ່ວຍຂຶ້ນກັບແຂວງ ຫວີງຟຸກ, ຮ່ານາມ, ບັກນີງ, ບັກຢາງ ກໍ່ຮຽກຮ້ອງບັນດາຫົວຫນ່ວຍ, ວິສາຫະກິດ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຮ່ວມແຮງຮ່ວມໃຈຫນູນຊ່ວຍວຽກງານປອ້ງກັນຕ້ານໂລກລະບາດໂຄວິດ 19 ຮອບ 4 ດ້ວຍການມອບຜ້າອັດປາກດັງ 43.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 300 ຂວດ, ແຜ່ນກັນເຊື້ອພະຍາດເກືອບ 5000 ໜ່ວຍ. ບັນດາຫົວຫນ່ວຍຂຶ້ນກັບເຄືອຂ່າຍອາສາສະໝັກການກຸສົນແຫ່ງຊາດ ພາກເຫນືອ ກໍ່ຊ່ວຍຫນູນຂອງຂວັນລວມມູນຄ່າເກືອບ 1 ຕື້ດົ່ງ ໃຫ້ທ້ອງຖິ່ນທີ່ມີໂລກລະບາດ.

ອ້າຍ ຫງວຽນຊວນເຈື່ອງ, ຮອງຫົວຫນ້າຄະນະປະຈຳເຄືອຂ່າຍອາສາສະໝັກການກຸສົນແຫ່ງຊາດ ພາກເຫນືອ ໃຫ້ຮູ້ວ່າ:

ພວກນ້ອງຂົນຂວາຍແຫລ່ງກຳລັງສັງຄົມ ສະຫນັບສະຫນູນ, ບັນດາວິສາຫະກິດ ເຂົາເຈົ້າກໍ່ຮ່ວມແຮງຮ່ວມໃຈນຳພວກນ້ອງ. ການແຜ່ລະບາດຂອງໂລກລະບາດໃນຄັ້ງນີ້ແມ່ນມີຂອບຂະຫນາດ ໃຫຍ່ກວ່າ, ກວ້າງກວ່າ ແລະ ຢູ່ ຫລາຍແຂວງ ນະຄອນ ແຕ່ກຳລັງສົມທົບນຳກັນຄືພວກນ້ອງ ແລະ ບັນດາກຳລັງຢູ່ກັບທີ່ ແມ່ນມີຄວາມເປັນເຈົ້າການກວ່າ ແລະ ກຽມພ້ອມກວ່າ. ເຖິງວ່າ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ ແຕ່ຈິດໃຈຂອງທຸກຄົນໃນການຮ່ວມແຮງຮ່ວມໃຈກໍ່ມີການປ່ຽນແປງຫລາຍ ເຂົາເຈົ້າກໍ່ເຂົ້າຮ່ວມການກຸສົນຫລາຍກວ່າເກົ່າ.

ໄປຄຽງຄູ່ກັບການເຄື່ອນໄຫວອາສາສະໝັກຂອງເພື່ອນຫນຸ່ມ, ຄະນະວຽກງານສັງຄົມສົກຮຽນ 93 – 96 ມັດທະຍົມຕອນປາຍ ຮ່າໂນ້ຍ ກໍ່ໄດ້ຮຽກຮ້ອງສະມາຊິກໃນກຸ່ມນັບໝື່ນຄົນ ປະກອບສ່ວນເຄື່ອງໃຊ້ ແລະ ເງິນສົດ ເພື່ອຊື້ອຸປະກອນການແພດ, ຜ້າອັດປາກດັງ, ນ້ຳຢາລ້າງມືຂ້າເຊື້ອ. ພາຍຫລັງປຸກລະດົມບໍ່ຮອດທິດຫນຶ່ງ ບັນດາສະມາຊິກດັ່ງກ່າວ ປະກອບສ່ວນເງິນສົກໄດ້ກວ່າ 300 ລ້ານດົ່ງ ພ້ອມກັບ ຜ້າອັດປາກດັງ, ນ້ຳຢາລ້າງມືຂ້າເຊື້ອ…ເພື່ອມອບໃຫ້ບັນດາໂຮງໝໍທີ່ພວມຖືກຈຳກັດການເຂົ້າອອກ ແລະ ບັນດາສະຖານທີ່ແຍກຫ່າງຢູ່ທ້ອງຖິ່ນທີ່ພວມຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ຄື: ຫວີງຟຸກ, ບັກຢາງ, ບັກນີງ.

ວຽກ​ງານການ​ເຄ​ື່ອນ​ໄຫວການ​ກຸສົນ​ໃນ​ການ​ປ້ອງ​ການ ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ໄດ້​ແຜ່​ຂະ​ຫ​ຍາຍ​ຢ່າງກວ້າງ​ຂວາງ​ໃນ​ວົງ​ຄະ​ນາ​ຍາດ - ảnh 2ໜ່ວຍຊາວຫນຸ່ມອາສາສະໝັກການກຸສົນມອບຜ້າອັດປາກດັງ, ນ້ຳຢາລ້າງມືຂ້າເຊື້ອໃຫ້ແກ່ພະນັກງານ, ແພດໝໍ ແລະປະຊາຊົນຢູ່ເຂດເກີດໂລກລະບາດ

ບັນດາການເຄື່ອນໄຫວການກຸສົນຂອງບັນດາສະມາຊິກສົກຮຽນ 93 – 96 ໄດ້ຊ່ວຍແຜ່ກະຈາຍຈິດໃຈສາມັກຄີ, ທະວີຄູນການອຸ້ມຊູຊ່ວຍເຫລືອກັນໃນໄລຍະໂລກລະບາດເກີດຂຶ້ນຮອບໃຫມ່ນີ້. ອ້າຍ ຫງວຽນວັນຢາງ ຫົວຫນ້າວຽກງານສັງຄົມ, ລຸ້ນສົກຮຽນ 93-96 ມັດທະຍົມຕອນປາຍ ຮ່າໂນ້ຍ ແບ່ງປັນວ່າ:

 “ນອກຈາກຫນູນຊ່ວຍບັນດາແພດໝໍແລ້ວ ສະມາຊິກໃນສົກຮຽນ 93 96 ຮ່າໂນ້ຍ ຍັງຫນູນຊ່ວຍໝູ່ເພື່ອນຫລາຍຄົນໃນສົກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຄື: ເຂົ້າສານ, ຢຸກຢາ ຫລື ຫນູນຊ່ວຍລູກຂອງເພື່ອນໃຫ້ມີໂທລະສັບ ຫລື ຄອມພິວເຕີເພື່ອຮຽນອອນລາຍ ຢູ່ບ້ານ. ເມື່ອປະສົບກັບຄວາມຫຍຸ້ງຍາກ ຍິ່ງເຮັດສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມເອກອ້າງທະນົງໃຈຕໍ່ຊາດຂອງຊາວຫວຽດນາມ ແມ່ນປະເສີດທີ່ສຸດ.

ໂດຍຕອບສະຫນອງຄວາມຮຽກຮ້ອງຂອງ  ອາຈານ ທິກດາມຮ່ວາຍ ເຈົ້າອາວາດ ວັດ ຟຸກລອງ ຕາແສງ ຫວີງ ກີ່ງ ເມືອງ ແທງຈີ່ ເມືອງ ຮ່າໂນ້ຍ, ມີຜູ້ໃຈບຸນໃຈກຸສົນຫລາຍຄົນ ໄດ້ປະກອບສ່ວນເງິນ, ເຄື່ອງໃຊ້ທີ່ຈຳເປັນ ແລະ ກຳລັງເຫື່ອແຮງພ້ອມກັບວັດ ແຕ່ງອາຫານໄປແຈກຢູ່ໂຮງໝໍຈົນເຖິງເມື່ອໂລກລະບາດຢູ່ໂຮງໝໍຖອຍໄປ. ນອກນັ້ນເຈົ້າອາວາດ ທີກດ່າມຮ່ວາຍ ກໍ່ຮຽກຮ້ອງບັນດານັກທຸລະກິດທີ່ມີເງື່ອນໄຂດີຫນູນຊ່ວຍຜ້າອັດປາກດັງ, ນ້ຳຢາລ້າງມືຂ້າເຊື້ອນັບພັນໆຂອດ ສົ່ງໄປຍັງສະຖານທີ່ແຍກຫ່າງ.

.ນອກນັ້ນຍັງມີເລື່ອງລາວຫລາຍເລື່ອງກ່ຽວກັບອົງການ, ສ່ວນບຸກຄົນ, ວິສາຫະກິດທີ່ພວມຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານໃນວຽກງານປ້ອງກັນຕ້ານໂລກລະບາດໃນຊຸມມື້ຜ່ານມາໄດ້ເຮັດໃຫ້ວົງຄະນາຍາດຮູ້ສຶກຕຶ້ນຕັນໃຈ. ການກະທຳອັນດີງາມແລະ ມີຄວາມໝາຍອັນສູງສົ່ງໃນວົງຄະນາຍາດໃນໄລຍະໂຄວິດ 19 ແຕ່ລະຄັ້ງນັ້ນ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ,ຈິດໃຈດີ, ການແບ່ງປັນ, ຄວາມຮັບຜິດຊອບແລະສະຕິຄວາມຮັບຮູ້ຂອງປະຊາຊົນໃນສັງຄົມຍາມໃດກໍ່ແຜ່ກະຈາຍຖືກເວລາແລະຍິ່ງກວ່ານັ້ນ ແມ່ນຄວາມຮັກແພງຊ່ວຍເຫລືອກັນທີ່ເປັນມູນເຊື້ອຂອງຊາວຫວຽດນາມ ເປັນການເພີ່ມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ