ຫວຽດນາມ ສ້າງສູນຂໍ້ມູນບັນລຸມາດຕະຖານສາກົນ

(VOVWORLD) -ສູນຂໍ້ມູນຂອງ Viettel IDC ຫາກໍໍ່ສຳເລັດການຕີລາຄາ ແລະ ໄດ້ຮັບໃບຢັ້ງຢືນກ່ຽວກັບການກໍ່ສ້າງ ແລະ ເຄື່ອນໄຫວສູນຂໍ້ມູນລະດັບໂລກ.

ຫວຽດນາມ ສ້າງສູນຂໍ້ມູນບັນລຸມາດຕະຖານສາກົນ - ảnh 1Viettel IDC ໄດ້ກາຍເປັນບໍລິສັດສະໜອງແຫ່ງທຳອິດ ແລະ ໜຶ່ງດຽວຂອງຫວຽດນາມ

(ພາບ: VTV)

ດ້ວຍເຫດການດັ່ງກ່າວ, Viettel IDC ໄດ້ກາຍເປັນບໍລິສັດສະໜອງການບໍລິການສູນຂໍ້ມູນຢ່າງເປັນທາງການແຫ່ງທຳອິດ ແລະ ໜຶ່ງດຽວຢູ່ຫວຽດນາມ ບັນລຸມາຕະຖານສາກົນທີ່ເຄັ່ງຄັດນີ້.

        ໃນຊຸມປີມໍ່ໆມານີ້, ເລື່ອງເກັບຮັກສາຂໍ້ມູນຂອງວິສາຫະກິດ, ອົງການຈັດຕັ້ງບໍ່ພຽງແຕ່ແມ່ນວຽກງານສະເພາະຂອງຫົວໜ່ວຍນັ້ນອີກແລ້ວ. ເຕັກໂນໂລຊີຂໍ້ມູນຂ່າວສານໄດ້ອຳນວຍໃຫ້ການເກັບຮັກສາຂໍ້ມູນ ແລະ ແກ້ໄຂຂ້ໍມູນນັ້ນໄດ້ປະຕິບັດເປັນມືອາຊີບກວ່າ ຍ້ອນຫົວໜ່ວຍເອກະລາດ. ສູນເກັບຮັກສາຂໍ້ມູນບັນລຸມາດຕະຖານສາກົນອາດຈະຮັບຜິດຊອບການເກັບຮັກສາຂໍ້ມູນຂອງຫຼາຍອົງການໃຫຍ່.

        ເລື່ອງ Viettel ບັນລຸໄດ້ໃບຢັ້ງຢືນກ່ຽວກັບການກໍ່ສ້າງ ແລະ ການເຄື່ອນໄຫວຂອງສູນຂໍ້ມູນຕາມາດຕະຖານຂອງສະຫະສະມາຄົມອຸດສາຫະກຳໂທລະຄົມມະນາຄົມຂອງອາເມລິກາ ປະກາດໃຊ້ນັ້ນ, ໄດ້ຊ່ວຍໃຫ້ຫວຽດນາມ ກ້າວເຂົ້າໃກ້ກັບວິທີຫັນເປັນມືອາຊີບຂອງໄລຍະເຕັກໂນໂລຊີດີຈີຕອນ. ເພື່ອບັນລຸໄດ້ໃບຢັ້ງຢືນດັ່ງກ່າວ, ສູນຂໍ້ມູນຂອງ Viettel IDC ໄດ້ຜ່ານວິວັດການຕີລາຄາຂອງຄຳຮຽກຮ້ອງ 2.600 ກວ່າໃບ, ລວມມີບັນດາຄຳຮຽກຮ້ອງທີ່ກ່ຽວຂ້ອງເຖິງໂທລະຄົມມະນາຄົມ, ກົນຈັກພື້ນຖານໂຄງລ່າງໄຟຟ້າ, ບັນດາມາດຕະການຄວາມປອດໄພ, ແຜນການແກ້ໄຂໄພພິບັດ, ອິນເຕີແນັດ, ໂທລະຄົມມະນາຄົມ, ຄວາມປອດໄພ… ພາກສ່ວນທັງໝົດທີ່ນອນໃນສູນຂໍ້ມູນລ້ວນແຕ່ໄດ້ຮັບການຕີລາຄາຖືກຕ້ອງຕາມຂັ້ນຕອນການເຄື່ອນໄຫວ, ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອຫຼຸດຜ່ອນຄວາມສ່ຽງໃນການດຳເນີນທຸລະກິດ ແລະ ປົກປັກຮັກສາຂໍ້ມູນໃຫ້ແກ່ລູກຄ້າໃນກໍລະນີເກີດບັນຫາ.

        ທ່ານ ຫງວຽນແມັງຕຸ່ງ, ຫົວໜ້າຫ້ອງເຕັກນິກ ສູນບໍລິສັດ Viettel IDC, ໃຫ້ຮູ້ວ່າ, ລະບົບຕ້ອງຕອບສະໜອງຄວາມຮຽກຮ້ອງຕາມມາດຕະຖານໃນການອອກແບບ, ກໍ່ສ້າງ, ການເຄື່ອນໄຫວສູນຂໍ້ມູນຢ່າງເຄັ່ງຄັດ ແລະ ຮອບດ້ານທີ່ສຸດໃນໂລກ, ຮັບປະກັນໃຫ້ບັນດາພື້ນຖານໂຄງລ່າງຂອງສູນຂໍ້ມູນຍາມໃດກໍ່ຢູ່ໃນລະດັບກຽມພ້ອມ, ຮັບປະກັນຄວາມລັບ.

        “ພວກຂ້າພະເຈົ້າໄດ້ສ້າງສູນຂໍ້ມູນ 4 ແຫ່ງ. ທີ 1, ຖ້າຫາກການເກັບຮັກສາຂໍ້ມູນຢູ່ແຫ່ງທີ 1 ເກີດບັນຫາ ອາດຈະສົ່ງໄປສູນທີ 2, ທີ 3. ມີຫຼາຍວິທີເພື່ອເກັບຮັກສາຂໍ້ມູນໃຫ້ລູກຄ້າ, ເຖິງວ່າສູນແຫ່ງທີ 1 ແມ່ນໄດ້ຮັບປະກັນຕາມມາດຕະຖານໂລກແລ້ວກໍ່ຕາມ”.

        ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງບັນດາສູນຂໍ້ມູນ, ປະຈຸບັນ, ນັບມື້ນັບມີບັນດານັກລົງທຶນສຸມໃສ່ເຂົ້າໃນຂົງເຂດນີ້. ມາດຕະຖານດ້ານເຕັກນິກຢູ່ແຕ່ລະແຫ່ງກໍ່ນັບມື້ນັບສູງຂຶ້ນ, ສະກັດກັ້ນຄວາມສ່ຽງໄດ້ຫຼາຍກວ່າ. ເຖິງຢ່າງໃດກໍ່ຕາມ, ຢູ່ຕະຫຼາດພາຍໃນປະເທດ, ສູນຂໍ້ມູນບາງແຫ່ງກໍ່ໄດ້ຮັບການຜັນຂະຫຍາຍແລ້ວ ແຕ່ວ່າຍັງໜ້ອຍຢູ່. ທ່ານ ເລດຶກຮ່ວາງ, ຮອງຫົວໜ້າຮັບຜິດຊອບສະເພາະບໍລິສັດ Viettel IDC ຢືນຢັນວ່າ, ຄວາມຕ້ອງການຂອງຕະຫຼາດພວມໄດ້ຮັບການເປີດກວ້າງ ແລະ ບໍລິສັດໄດ້ສ້າງແຜນການຜັນຂະຫຍາຍເພື່ອຕອບສະໜອງໃຫ້ລູກຄ້າທຸກໆຄົນ.

        “ລູກຄ້າເຊິ່ງພວກເຮົາມຸ່ງໄປເຖິງນັ້ນແມ່ນບັນດາບໍລິສັດ. ຕາມແຜນນະໂຍບາຍຂອງທ່ານນາຍົກລັດຖະມົນຕີ ທີ່ໄດ້ປະກາດໃຊ້ແລ້ວ, ນີ້ຈະແມ່ນສູນຂໍ້ມູນແຫ່ງຊາດ, ພິເສດແມ່ນບັນດາກະຊວງ, ຂະແໜງການ. ຫວຽດນາມ ໄດ້ນຳໃຊ້ເຕັກໂນໂລຊີຈຳນວນໜຶ່ງ, ຕົວຢ່າງຄື: ອາກອນລາຍຮັບສ່ວນຕົວ, ການເງິນທະນາຄານ ກໍ່ຕ້ອງມີຂໍ້ມູນຫຼາຍທີ່ສຸດ. ຖ້າຫາກບັນດາສູນຂໍ້ມູນໃຫຍ່ໄດ້ຕັ້ງຢູ່ຫວຽດນາມ ນັ້ນ ຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ. ຫວັງວ່າ, ໃນໄລຍະຈະມາເຖິງ, ສູນຂໍ້ມູນຂອງຫວຽດນາມ ຈະກາຍເປັນປະຕູ hub ໜຶ່ງຢູ່ພາກພື້ນອາຊີ.”

        ການຄຸ້ມຄອງຂໍ້ມູນທີ່ມີລັກສະນະອາຊີບໄດ້ກາຍເປັນຜະລິດຕະພັນການບໍລິການທີ່ຈຳເປັນ ແລະ ນັບມື້ນັບແຜ່ຂະຫຍາຍດ້ວຍບັນດາຫົວໜ່ວຍທີ່ຕ້ອງການເກັບຮັກສາຂໍ້ມູນເປັນຈຳນວນຫຼວງຫຼາຍ ແລະ ຮຽກຮ້ອງຕ້ອງມີຄວາມຊັດເຈນສູງ. ມອບບັນດາຂໍ້ມູນໃຫ້ນັກຄຸ້ມຄອງທີ່ມີລັກສະນະອາຊີບແມ່ນການຄັດເລືອກ ດີທີ່ສຸດ, ປອດໄພ ແລະ ປະຢັດລາຍຈ່າຍໃຫ້ແກ່ບັນດາອົງການ, ວິສາຫະກິດ. ໃນສະພາບການຂອງການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໄປຢ່າງແຮງ, ເລື່ອງນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ຄຸ້ມຄອງຂໍ້ມູນຂອງວິສາຫະກິດແມ່ນມີຄວາມຈຳເປັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນຕະຫຼາດໃໝ່ຕ້ອງມີບັນດາຂໍ້ກຳນົດເພື່ອຄຸ້ມຄອງຢ່າງມີປະສິດທິຜົນ.

        ປະຈຸບັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ເຊິ່ງແມ່ນອົງການຄຸ້ມຄອງໃນຂົງເຂດນີ້, ໄດ້ສ້າງເອກະສານແນະນຳໃຫ້ແກ່ບັນດາວິສາຫະກິດຜັນຂະຫຍາຍການປະຕິບັດ, ໂດຍສະເພາະແມ່ນຢູ່ບັນດາທ້ອງຖິ່ນຕ່າງໆ, ເພື່ອຮັບປະກັນວ່າ ບັນດາຂໍ້ມູນນັ້ນໄດ້ເກັບຮັກສາຢ່າງມີວິທະຍາສາດ ແລະ ມີຄວາມເປັນເອກະພາບ. ເລື່ອງໄດ້ຮັບໃບຢັ້ງຢືນດັ່ງກ່າວ, Viettel IDC ໄດ້ກາຍເປັນບໍລິສັດສະໜອງແຫ່ງທຳອິດ ແລະ ໜຶ່ງດຽວຂອງຫວຽດນາມ ຢ່າງເປັນທາງການ, ພ້ອມທັງແມ່ນ 5 ໃນຈຳນວນ 11 ປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ໄດ້ຮັບການຕີລາຄາ ແລະ ໄດ້ຮັບໃບຢັ້ງຢືນບັນລຸມາດຕະຖານສາກົນກ່ຽວກັບການຜັນຂະຫຍາຍ ແລະ ການເຄື່ອນໄຫວຂອງສູນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ