ຫວຽດນາມຕັ້ງໜ້າປະຕິບັດວຽກງານປ້ອງກັນ ແລະ ຕ້ານການຕິດເຊື້ອHIV/ໂລກເອດ

(VOVWORLD) -ຕາມກົມປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ(ກະຊວງສາທາລະນະສຸກ), ໃນ 9 ເດືອນຕົ້ນປີ 2017, ທົ່ວປະເທດໄດ້ກວດພົບຜູ້ຕິດເຊື້ອ HIV ກວ່າ 6.800 ຄົນ ແລະ ຜູ້ເປັນໂລກເອກເກືອບ 3.500 ຄົນ

ເມື່ອທຽບໃສ່ປີ 2007, ມາຮອດປະຈຸບັນ ຢູ່ຫວຽດນາມໃນແຕ່ລະປີ, ຈຳນວນຜູ້ຕິດເຊື້ອ HIV ຄົນໃໝ່ໄດ້ຫຼຸດຜ່ອນ 2/3. ໄລຍະທີ່ຈະມາເຖິງ, ຂະແໜງສາທາລະນະສຸກສືບຕໍ່ປະຕິບັດບັນດາວິທີການແກ້ຢ່າງຕັ້ງໜ້າແນໃສ່ ຈຳກັດອັດຕາຜູ້ຕິດເຊື້ອ HIV ຄົນໃໝ່.

ຫວຽດນາມຕັ້ງໜ້າປະຕິບັດວຽກງານປ້ອງກັນ ແລະ ຕ້ານການຕິດເຊື້ອHIV/ໂລກເອດ - ảnh 1ຫຼາຍແຂວງຂອງຫວຽດນາມພວມຕັ້ງໜ້າຍູ້ແຮງການໂຄສະນາກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ

       ປະຈຸບັນ, ການຜັນຂະຫຍາຍກວດ ແລະ ວິໄຈເຊື້ອ HIV ພວມໄດ້ຮັບການເປີດກ້ວາງ ແລະ ມີຫຼາຍຮູບແບບຄື : ເປີດກ້ວາງການໃຫ້ຄຳປຶກສາສຳລັບການກວດ ແລະ ວິໄຈເຊື້ອ HIV ຢູ່ເຂດຊຸມຊົນ 15 ແຂວງ ແລະ ນະຄອນ; ຜັນຂະຫຍາຍທົດລອງການກວດ ແລະ ວິໄຈເຊື້ອ HIV ເອງດ້ວຍນ້ຳລາຍໂດຍຜ່ານບັນດາອົງການວົງຄະນະຍາດ, ເປີດກ້ວາງຫ້ອງວິໄຈຢັ້ງຢືນການຕິດເຊື້ອ HIV ຂັ້ນເມືອງໃນບັນດາແຂວງ, ນະຄອນຈຸດສຸມ. ພ້ອມກັບການເປີດກ້ວາງການປິ່ນປົວຕາມວິທີນຳໃຊ້ຢາ ARV , ການປິ່ນປົວດ້ວຍ  Methadone ກໍແມ່ນໜຶ່ງໃນບັນດາວິທີປິ່ນປົວທີ່ມີປະສິດທິຜົນ ແນໃສ່ຫຼຸດຜ່ອນຄວາມສ່ຽງຕິດ ເຊື້ອ HIV ແລະ ອັດຕາຜູ້ຕິດເຊື້ອ HIV.     ທ່ານຮວ່າງດິງແກງ, ຮອງຫົວໜ້າ ກົມປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ(ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ:

         “ ດ້ານໜຶ່ງ, ພວກເຮົາຍົກສູງຄຸນນະພາບຢູ່ບັນດາສະຖານທີ່ປິ່ນປົວ Methadone, ເປີດກ້ວາງສະຖານທີ່ປິ່ນປົວເພື່ອຮັບໃຊ້ຜູ້ຕິດຢາເສບຕິດ. ສຳລັບບັນດາສະຖານທີ່ປິ່ນປົວ Methadone, ກະຊວງສາທາລະນະສຸກກໍມີແຜນນະໂຍບາຍເພື່ອບຳລຸງສ້າງ, ຍົກສູງຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກຢູ່ຫັ້ນ ເພື່ອໃຫ້ເຂົາເຈົ້າມີລະດັບຄວາມຮູ້ກ່ຽວກັບການຕິດຢາເສບຕິດເວົ້າລວມເພື່ອໜູນຊ່ວຍເຂົາເຈົ້າປະລະຢາເສບຕິດ  ”

     ປະຈຸບັນ, ແຂວງບັກຢາງ ມີຜູ້ຕິດ ເຊື້ອ HIV 1760 ຄົນ ຍັງມີຊີວິດຢູ່, ໃນນັ້ນອັດຕາຜູ້ຕິດ ເຊື້ອ HIV ເຂົ້າຮ່ວມການປະກັນສຸຂະພາບ ກວມປະມານ 25%. ມາຮອດປະຈຸບັນ, ສູນປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດແຂວງບັກຢາງ ໄດ້ຮັບປິ່ນປົວໃຫ້ຜູ້ຕິດເຊື້ອ HIV/ໂລກເອດກວ່າ 600 ຄົນ, ໃນນັ້ນມີກວ່າ 300 ຄົນໄດ້ຮັບການປິ່ນປົວ ຕາມວິທີນຳໃຊ້ຢາ ARV,  ແລະ ໃນຈຳນວນນີ້ ມີປະມານ 50% ເຂົ້າຮ່ວມການປະກັນສຸຂະພາບ.    ທ່ານ ເຈີນເຟືອງລານ, ຜູ້ອຳນວຍການສູນປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດແຂວງບັກຢາງ ໃຫ້ຮູ້ວ່າ :

     “ ພວກຂ້າພະເຈົ້າເປັນເສນາທິການໃຫ້ແກ່ພະແນກສາທາລະນະສຸກ, ແລະ ຂັ້ນແຂວງ, ທີ 1 ແມ່ນຜັນຂະຫຍາຍເປີດກ້ວາງການບໍລິການໃຫ້ຄຳປຶກສາກ່ຽວກັບການກວດພົບເຊື້ອ HIV ເພື່ອໃຫ້ກຸ່ມເປົ້າໝາຍຜູ້ທີ່ມີຄວາມສ່ຽງຕິດເຊື້ອ HIV ຈະໄດ້ຮັບການກວດ, ວິໄຈເຊື້ອ HIV”

     ເພື່ອປະກອບສ່ວນຫຼຸດຜ່ອນຈຳນວນຜູ້ຕິດເຊື້ອ HIV ຄົນໃໝ່ ແລະ ສາມາດບັນລຸຄາດໝາຍຍຸດທະສາດເຖິງປີ 2020 ຂອງ ສ.ປ.ຊ, ມີຫຼາຍແຂວງພວມຕັ້ງໜ້າຍູ້ແຮງການໂຄສະນາກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ.  ທ່ານ ຫງວຽນເທ້ແອງ ຮອງຜູ້ອຳນວຍການສູນປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດແຂວງຫາຍເຢືອງ ໃຫ້ຮູ້ວ່າ :

     “ ເພື່ອຊ່ວຍ ກຸ່ມເປົ້າໝາຍຜູ້ທີ່ມີຄວາມສ່ຽງຕິດເຊື້ອ HIV ສູງນັ້ນ, ການຊ່ວຍເຂົາເຈົ້າໄດ້ຊົມໃຊ້ການບໍລິການກວດ, ວິໄຈເຊື້ອ HIV ແມ່ນສຳຄັນທີ່ສຸດ. ສຳລັບບົດບາດຂອງສູນປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ ແລະ ຂອງຂະແໜງສາທາລະນະສຸກນັ້ນ, ພວກຂ້າພະເຈົ້າຍາມໃດກໍເພີ່ມທະວີວຽກງານສື່ສານທີ່ແນໃສ່ກຸ່ມເປົ້າໝາຍຜູ້ທີ່ມີຄວາມສ່ຽງຕິດເຊື້ອ HIV ສູງ  ”

      ໂດຍໄດ້ກຳນົດແຈ້ງເຊື້ອ HIV/ໂລກເອດ ແມ່ນບັນຫາເປັນການແບກຫາບຢ່າງໜັກຫນ່ວງຂອງສັງຄົມ ແລະ ໄດ້ພາໄປເຖິງອັດຕາການຕາຍສູງ. ຫວຽດນາມກໍພວມມຸ່ງໄປສູ່ຄາດໝາຍຂອງ ສ.ປ.ຊ ແລະ ຖືວ່າ ນີ້ແມ່ນວິທີການແກ້ໄຂທີ່ມີປະສິດທິຜົນເພື່ອສິ້ນສຸດມະຫັນຕະໄພເຊື້ອ HIV/ໂລກເອດໃນປີ 2020. ທ່ານ ຫງວຽນຮ່ວາງລອງ, ຫົວໜ້າ ກົມປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ(ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ: (ເທບ)

    “ ຫວຽດນາມແມ່ນໜຶ່ງໃນບັນດາປະເທດທຳອິດໃນພາກພື້ນກໍຄືໃນໂລກ ໝັ້ນໝາຍຕອບສະໜອງເປົ້າໝາຍນີ້. ປະຈຸບັນ, ພວກເຮົາຫາກໍປິ່ນປົວຜູ້ຕິດເຊື້ອ HIV ໄດ້ເຄິ່ງໜຶ່ງຄື 150.000 ຄົນໃນຈຳນວນຜູ້ຕິດເຊື້ອ HIV ທັງໝົດ 200.000 ຄົນ ທີ່ໄດ້ກວດພົບ. ພວກເຮົາພະຍາຍາມ ສູ້ຊົນປິ່ນປົວໃຫ້ໄດ້ປະມານ 90% ແລະ ນີ້ແມ່ນຕົວເລກທີ່ເປັນການທ້າທາຍ. ຢາກປິ່ນປົວໃຫ້ໄດ້ຕາມຄາດໝາຍ, ແຫຼ່ງຢາ ARV ຕ້ອງໄດ້ຮັບປະກັນ ແລະ ແຫຼ່ງເງິນໃຊ້ຈ່າຍອື່ນໆອີກດ້ວຍ  ”  

    ກົມປ້ອງກັນ ແລະ ຕ້ານການຕິດເຊື້ອ HIV/ໂລກເອດ ພວມພະຍາຍາມປຸກລະດົມແຫຼ່ງກຳລັງເພື່ອແກ່ຍາວການຊ່ວຍເຫຼືອຈາກສາກົນ. ພ້ອມກັນນັ້ນ ກໍສະເໜີບັນດາກະຊວງ, ຂະແໜງການ ແລະ ລັດຖະບານ ໃນແຕ່ລະປີ, ຍັງຄົງຈັດສັນສ່ວນໜຶ່ງຂອງງົບປະມານເພື່ອຊື້ຢາ ARV ເພື່ອປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ HIV/ໂລກເອດ, ພ້ອມທັງຂົນຂວາຍເຂົາເຈົ້າເຂົ້າຮ່ວມການປະກັນສຸຂະພາບໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ